Friday, November 28, 2025
Homeຂ່າວກິລາຕໍາຫຼວດຈະລາຈອນ ເອົາໃຈໃສ່ອໍານວຍຄວາມສະດວກໃຫ້ມວນຊົນ ທີ່ເດີນທາງມາຊົມງານເປີດມະກໍາແຫ່ງຊາດຄັ້ງທີ XII

ຕໍາຫຼວດຈະລາຈອນ ເອົາໃຈໃສ່ອໍານວຍຄວາມສະດວກໃຫ້ມວນຊົນ ທີ່ເດີນທາງມາຊົມງານເປີດມະກໍາແຫ່ງຊາດຄັ້ງທີ XII

ພັທ ດາວິບູນ ສຸລິວົງ ຫົວໜ້າພະແນກຈັດລະບຽບປ້ອງກັນເປີດທາງ ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 15 ພະຈິກ 2025 ວ່າ: ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ໄດ້ຮ່ວມກັບພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ມີການວາງແຜນປ້ອງກັນ ແລະ ອໍານວຍຄວາມສະດວກໃຫ້ການສັນຈອນໄປມາຂອງການນໍາ ແລະ ປະຊາຊົນບັນດາເຜົ່າ ທີ່ເຂົ້າມາຊົມງານມະກໍາແຫ່ງຊາດຄັ້ງທີ XII ໂດຍໄດ້ມີການປະສານສົບທົບ ແລະ ວາງແຜນ ແບ່ງຄວາມຮັບຜິບຊອບຂອງໃຜມັນຢ່າງລະອຽດ ໂດຍພວກເຮົາແມ່ນຈັດຄວາມເປັນລະບຽບຮຽບຮ້ອຍທັງພາຍໃນ ອໍານວຍຄວາມສະດວກໃຫ້ແກ່ລົດການນໍາ ແລະ ປະຊາຊົນທີ່ເຂົ້າມາຊົນ ມາເຂົ້າຮ່ວມພິທີເປີດງານມະກໍາກິລາດັ່ງກ່າວ ສ່ວນພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ແມ່ນຮັບຜິບຊອບທັງພາຍນອກ ໂດຍສະແມ່ນລະບາຍເສັ້ນທາງການສັນຈອນຕາມຈຸດສໍາຄັນຕ່າງໆ ເພື່ອບໍ່ໃຫ້ລົດຕິດ ແລະ ເຮັດໃຫ້ການສັນຈອນມີຄວາມປອດໄພ ຮັບປະກັນຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

ມາຮອດປັດຈຸບັນການແຂ່ງຂັນແມ່ນໄດ້ເລີ່ມມາເປັນເວລາ 4-5 ມື້, ສັງເກດເຫັນວ່າການສັນຈອນຕາມທ້ອງຖະໜົມເລີ່ມແອອັດ ເລີ່ມມີລົດຕິດ ແຕ່ທາງເຈົ້າໜ້າທີ່ແມ່ນໄດ້ມີຄວາມຕັດສິນໃຈສູງ ແລະ ປະຕິບັດໜ້າທີ່ຢ່າງເຕັມທີ່ຕາມທີ່ຂັ້ນເທີງມອບໝາຍໃຫ້.

ສະນັ້ນ, ຈຶ່ຂໍຝາກເຖິງປະຊາຊົນບັນດາເຜົ່າຜູ້ມາຊົມມາເຊຍ ຈົ່ງໃຫ້ການຮ່ວມມືກັບເຈົ້າໜ້າທີ່ໃນການສັນຈອນ ແລະ ປະຕິບັດຕາມກົດລະບຽບການສັນຈອນ ໄປຕາມຈັງຫວະ, ຕາມການແນະນໍາຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ປ້ອງກັນບໍ່ໃຫ້ເກີດອຸປະຕິເຫດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments