ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນໃນວັນທີ 24 ພະຈິກ 2025 ທີ່ສໍານັກງານສູນກາງພັກ,ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ,ໂດຍມີບັນດາສະຫາຍກໍາມະການສູນກາງພັກ,ເລ ຂາພັກແຂວງ, ກະຊວງ,ອົງການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້,ໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ,ສັບສົນ ແລະ ຄາດຄະເນໄດ້ຍາກ ຄື: ປັດຈຸບັນນີ້,ແຕ່ຄະນະບໍລິຫານງານສູນກາງພັກ ກໍໄດ້ສຸມໃສ່ນຳພາ-ຊີ້ນຳ ຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ, ໂດຍສະເພາະແມ່ນການແກ້ໄຂບັນດາປັດໄຈສ່ຽງ ທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ,ລາຄາສິນຄ້າ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ,ແກ້ ໄຂຜົນກະທົບຈາກໄພພິບັດທຳມະຊາດ,ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ສ້າງໄດ້ການຫັນປ່ຽນທີ່ຕັ້ງໜ້າ ແລະ ທ່ວງທ່າ ທີ່ດີໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດເຮົາ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.
ກອງປະຊຸມຄັ້ງນີ້,ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທ່ົວພັກ,ທົ່ວລັດ,ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ ທ້າຍສະໄໝ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ5ປີຄັ້ງທີIXຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ,ນະຄອນຫຼວງ ແລະ ແຂວງ; ການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບ ຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບ ຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ,ກວ້າງຂວາງເພື່ອຍູ້ຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງໜັກແໜ້ນ.

ກອງປະຊຸມ,ຈະໄດ້ພ້ອມກັນຄົ້ນຄວ້າ,ປຶກສາຫາລື,ເປັນເອກະພາບແລະຮັບຮອງເອົາບັນດາເນື້ອໃນເອກະສານສຳ ຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ເປັນຕົ້ນແມ່ນ:ໂຄງການການເມືອງຂອງພັກ ສະບັບທີ 3, ລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ກົດລະບຽບຂອງພັກສະບັບປັບປຸງ.ພ້ອມກັນນີ້,ກອງປະຊຸມ ຍັງຈະໄດ້ພ້ອມກັນດໍາເນີນ ຊີວິດການເມືອງທ້າຍສະໄໝ ເພື່ອສໍາຫຼວດກວດກາການນຳພາລວມຂອງໝູ່ຄະນະ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ.
ໃນໂອກາດດັ່ງກ່າວ,ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກ ວ່າ: ບັນດາເນື້ອໃນດັ່ງກ່າວນັ້ນ ລ້ວນແຕ່ເປັນບັນຫາສໍາຄັນ ທີ່ມີລັກສະນະຍຸດທະສາດ ຂອງພັກເຮົາ ທີ່ຈະນຳເຂົ້າຜ່ານ ແລະ ຮັບຮອງ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026 ເຊິ່ງຈະເປັນບ່ອນອີງ ແລະ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການນໍາພາ-ຊີ້ນຳວຽກງານ ຂອງພັກ-ລັດ ໃນຊຸມປີຕໍ່ໜ້າ,ຜ່ານມາ ພວກເຮົາ ກໍໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນ ຫຼາຍຄັ້ງແລ້ວ, ຈຶ່ງສະເໜີ ໃຫ້ບັນດາສະຫາຍສູນກາງພວກເຮົາ ຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ໃຫ້ຄໍາເຫັນ, ໃຫ້ທິດຕໍ່ແຕ່ລະວຽກໃຫ້ເລິກເຊິ່ງຕື່ມ, ພາວະວິໄສ ແລະ ເຈາະຈົງໃສ່ບັນຫາ ທີ່ຕັ້ງຂຶ້ນ ແລະ ບັນດາສະຫາຍອອກຄໍາເຫັນໃຫ້ເລິກເຊິ່ງ ແລະ ຖືກຈຸດ ເພື່ອງ່າຍໃຫ້ແກ່ການສະຫຼຸບສັງລວມ,ງ່າຍໃຫ້ແກ່ການປັບປຸງເອກະສານ ແລະ ຖືກກັບຈຸດທີ່ຢາກໄດ້,ຢາກແກ້ໄຂແທ້ໆ ເພື່ອເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ໄດ້ຮັບຜົນສຳ ເລັດຕາມແຜນທີ່ວາງໄວ້. ກອງປະຊຸມດັ່ງກ່າວ, ຈະໄດ້ດໍາເນີນ ໄປເປັນເວລາ 4 ວັນ ຈຶ່ງຈະປິດລົງ.

