Friday, November 28, 2025
Homeຂ່າວໜ້າໜຶ່ງສານນາຍົກລັດຖະມົນຕີ ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ສານນາຍົກລັດຖະມົນຕີ ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025 ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະເດັກຍິງທຸກຄົນ, UNITE to End Digital Violence Against All Women and Girls”.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!

ເນື່ອງໃນໂອກາດ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 25 ປີ (25 ພະຈິກ 2000 – 2025), ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ພວກເຮົາໄດ້ສ້າງຂະບວນການ ລະນຶກວັນດັ່ງກ່າວ, ສໍາລັບ ປີນີ້ແມ່ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະ ເດັກຍິງ ທຸກຄົນ”

ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ແລະ ພະນັກ ງານ-ລັດຖະກອນໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ເປັນການຢັ້ງຢືນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງວົງຄະນາຍາດສາກົນຮ່ວມກັນໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທັງເປັນໂອກາດທີ່ດີທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງສາມາດເກີດໄດ້ຫຼາຍຮູບການ ແລະ ຜ່ານຫຼາຍຊ່ອງທາງ ໂດຍສະເພາະໃນສັງຄົມທີ່ນັບມື້ຈະຫັນໄປສູ່ລະບົບດິຈິຕອນ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!

ປັດຈຸບັນ, ທົ່ວໂລກກໍາລັງຢູ່ໃນຍຸກສະໄໝຂອງຄວາມກ້າວ ໜ້າທາງດ້ານເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃນການຕິດຕໍ່ສື່ສານ, ການສຶກສາ, ການຄ້າ ແລະ ອື່ນໆ ທີ່ເປັນປະໂຫຍດຕໍ່ສັງຄົມ ແລະ ການພັດທະນາ; ແຕ່ໃນເວລາດຽວກັນ ການປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການເຕີບໂຕຢ່າງໄວວາຂອງປັນຍາປະດິດ (AI) ກໍ່ກຳລັງສ້າງຄວາມສ່ຽງໃໝ່ ແລະ ເພີ່ມຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງຕໍ່ເນື່ອງ ເຊັ່ນ: ການນໍາໃຊ້ເຕັກໂນໂລຊີ ເພື່ອການສະແຫວງຫາຜົນປະໂຫຍດ ເປັນຕົ້ນ ການຕິດຕາມ, ລົບກວນ, ການສົ່ງຕໍ່ຮູບພາບສ່ວນຕົວທີ່ບໍ່ໄດ້ຮັບຄວາມຍິນຍອມ, ຂົມຂູ່ທາງອອນລາຍ, ຮູບພາບປອມລາມົກອາ ນາຈານທີ່ສ້າງດ້ວຍ ເອໄອ, ຮູບພາບວີດີໂອ ແລະ ສຽງທີ່ຖືກດັດແປງດ້ວຍ ດິຈິຕອນ,ຄຳເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ການໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງໃນເວທີສື່ສັງຄົມ ແລະ ອື່ນໆ.

ການກະທຳເຫຼົ່ານີ້ບໍ່ພຽງແຕ່ເກີດຂຶ້ນທາງອອນລາຍ ແຕ່ຍັງນຳໄປສູ່ຄວາມຮຸນແຮງໃນຊີວິດຈິງ ເຊັ່ນ:ການບັງຄັບ,ການ ລ່ວງລະເມີດທາງເພດ ໄປເຖິງການຄາດຕະກຳແມ່ຍິງ ແລະ ເດັກຍິງ, ຄວາມອັນຕະລາຍເຫຼົ່ານີ້ສາມາດແກ່ຍາວ ແລະ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ສຸຂະພາບ, ສະຫວັດດີພາບ ແລະ ຄວາມປອດໄພຂອງຜູ້ຖືກເຄາະຮ້າຍ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາ ວະວິໄສ ໃນການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງອອນລາຍ, ໃນຊຸມປີຜ່ານມາ ພັກ ແລະ ລັດ ຖະບານ ໄດ້ຮັບຮອງເອົາບັນດານະໂຍບາຍ ແລະ ກົດໝາຍທີ່ສຳຄັນເປັນຕົ້ນ: ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍ ການຕ້ານ ແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາດຊະຍາກຳທາງອິນເຕີເນັດ,ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ດຳລັດດ້ວຍການຄວບຄຸມຂໍ້ມູນຜ່ານອິນເຕີເນັດ. ນອກຈາກນັ້ນ, ຍັງໄດ້ມີການໂຄສະນາເຜີຍແຜ່ໃນການນຳໃຊ້ສື່ອອນລາຍທີ່ຖືກຕ້ອງ, ໃຫ້ຄໍາແນະນໍາ, ຂໍ້ມູນ ແລະໃຫ້ຄໍາປຶກສາກ່ຽວກັບຄວາມຮຸນແຮງທາງອອນລາຍ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ຖືກຄວາມຮຸນແຮງຜ່ານທາງອອນລາຍ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ!

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ ສະແດງຄວາມຊົມເຊີຍ ມາຍັງການຈັດຕັ້ງພັກ-ລັດ,ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ອົງການປົກ ຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນໃນວຽກງານປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງຕັ້ງໜ້າ.

ພ້ອມນັ້ນ, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ,ອົງການຈັດ ຕັ້ງສາກົນ,ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະ ກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ,ຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາ ຊົນລາວ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໄດ້ຮັບຜົນດີຕະຫຼອດມາ ແລະ ຫວັງວ່າ ທຸກພາກສ່ວນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຕື່ມອີກໃນອະນາຄົດ.

ເຖິງເວລາແລ້ວ ທີ່ພວກເຮົາ ຈະຕ້ອງຮ່ວມກັນ ປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະເດັກ ຢ່າງຈິງຈັງ ແລະ ຕ້ອງຖືເປັນຄວາມຮັບຜິດຊອບຮ່ວມກັນຂອງທຸກພາກສ່ວນໃນສັງຄົມ; ຂ້າພະເຈົ້າ ຮຽກ ຮ້ອງມາຍັງທຸກຂະແໜງການ, ບໍລິສັດທີ່ໃຫ້ບໍລິການດ້ານເຕັກໂນໂລຊີ, ຄູ່ຮ່ວມພັດທະນາ,ອົງການຈັດຕັ້ງສາກົນ,ອົງ ການບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ຮ່ວມກັນກຳນົດມາດຕະການ ແລະ ສະໜອງຊັບພະຍາ ກອນທີ່ຈໍາເປັນ ເພື່ອປ້ອງກັນແລະ ແກ້ໄຂ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຜ່ານທາງດິຈິຕອນ ດ້ວຍການ:

1. ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ການປັບຕົວໃນການນຳໃຊ້ນະວັດຕະກຳ ດິຈິຕອນໃຫ້ ແມ່ຍິງ, ເດັກຍິງ ແລະ ທຸກພາກສ່ວນໃນສັງຄົມ;

2. ກຳນົດໃຫ້ການໃຊ້ຄວາມຮູນແຮງ ຜ່ານທາງດິຈິຕອນ ຕໍ່ແມ່ຍິງ ແລະ ເດັກຍິງ ເປັນຄວາມຜິດທາງອາຍາ;

3. ສ້າງຄວາມເຂັ້ມແຂງໃຫ້ຂະແໜງການບັງຄັບໃຊ້ກົດ ໝາຍໃນການສືບສວນ ແລະ ດໍາເນີນຄະດີ ເພື່ອສາມາດນໍາເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ; ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ພາກສ່ວນທີ່ຮັບຜິດຊອບຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ສາມາດໃຫ້ການບໍລິການຢ່າງມີປະສິດ ທິພາບ ແລະ ຍຸດຕິທຳ;

4. ພາກສ່ວນທີ່ກ່ຽວຂ້ອງຂອງລັດແລະເອກະຊົນຮ່ວມກັນ ຄົ້ນຄວ້າສ້າງນິຕິກໍາ ແລະ ມາດຕະການທີ່ເໝາະສົມໃນການຄຸ້ມຄອງ, ຕິດຕາມ ການນໍາໃຊ້ ລະບົບດິຈິຕອນ ເປັນຕົ້ນ ຈັນຍາບັນ, ການຄວບຄຸມທາງດ້ານເນື້ອຫາ ແລະ ການໃຫ້ຄໍາແນະນໍາຕໍ່ຜູ້ໃຊ້ບໍລິການ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ການຈັດຕັ້ງຂະ ບວນການລະນຶກ ວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນ ຕໍ່ແມ່ຍິງ ແລະເດັກຍິງ ທຸກຄົນ ” ໃນປີ 2025 ນີ້ ຈົ່ງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ຈົ່ງປາສະຈາກຄວາມຮຸນ ແຮງທຸກປະເພດ, ຄອບຄົວມີຄວາມສາມະຄີປອງດອງ, ມີຄວາມສະເໝີພາບຍິງ-ຊາຍ,ສັງຄົມມີຄວາມສະຫງົບປອດໄພ, ປະເທດຊາດ ມີຄວາມສີວິໄລ.

ຂໍຂອບໃຈ!

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments