Friday, November 14, 2025
Homeຂ່າວກິລາຊ້ອມໃຫຍ່ເດີນສວນສະໜາມ ກຽມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ຊ້ອມໃຫຍ່ເດີນສວນສະໜາມ ກຽມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີຊ້ອມໃຫຍ່ທຸກຂະບວນເດີນສວນສະໜາມ ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນວັນທີ 14 ພະຈິກ 2025 ນີ້ ທີ່ສະໜາມຫລວງ ນະຄອນຫລວງວຽງຈັນ ໂດຍມີສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ມີບັນດາການນຳພັກ, ລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຊ້ອມໃຫຍ່ເດີນສວນສະໜາມໃນຄັ້ງນີ້, ເພື່ອກວດກາຄວາມພ້ອມຂອງທຸກກ້ອນກໍາລັງທີ່ຈະເດີນສວນສະໜາມ ໃນມື້ວັນຊາດທີ 2 ທັນວາ ໃຫ້ມີຄວາມພ້ອມຮອບດ້ານເພື່ອເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະ 50 ປີ ໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງສົມກຽດ.

ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາກ້ອນກຳລັງ ທີ່ໄດ້ສຸມທຸກຄວາມພະຍາຍາມ ເອົາໃຈໃສ່ໃນການຝຶກຊ້ອມ ຊຶ່ງເຫັນໄດ້ວ່າ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ເຖິງຢ່າງໃດກໍ່ຕາມ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໃຫ້ແຕ່ລະກ້ອນກຳລັງ ສືບຕໍ່ຝຶກຊ້ອມ ເດີນສວນສະໜາມ ຕື່ມອີກ ເພື່ອໃຫ້ມີຄວາມພ້ອມ, ມີຄວາມເປັນລະບຽບຮຽບຮ້ອຍຂຶ້ນກວ່າເກົ່າ ໂດຍສະເພາະ ກ້ອນກຳລັງຂອງບັນດາກະຊວງ, ອົງການ ແລະ ມວນຊົນ ໃຫ້ສືບຕໍ່ຝຶກຊ້ອມຕື່ມອີກ ເພື່ອໃຫ້ເປັນລະບຽບກວ່າເກົ່າ ເປັນຕົ້ນ ຈັ່ງຫວະການເດີນ, ຮູບແຖວ, ການແກວ່ງທຸງ ແລະ ອື່ນໆ.

ການຊ້ອມໃຫຍ່ ເດີນສວນສະໜາມ ດັ່ງກ່າວ, ປະກອບມີກ້ອນ ປກຊ-ປກສ 25 ກ້ອນກໍາລັງ ໃນນີ້, ກ່ອນກຳລັງ ປກຊ 19 ກ້ອນກຳລັງ, ປກສ 6 ກ້ອນກໍາລັງ ແລະ ກ້ອນກໍາລັງ ຈາກບັນດາກະຊວງ, ອົງການ ແລະ ມວນຊົນ ເຂົ້າຮ່ວມ ຈໍານວນຫລາຍກ້ອນກໍາລັງ. ພ້ອມນີ້, ຍັງຈະໄດ້ສືບຕໍ່ຝຶກຊ້ອມໃຫຍ່ ຕື່ມອີກ ໃນວັນທີ 21 ແລະ ວັນທີ 28 ພະຈິກ 2025 ທັງນີ້ກໍເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດພາດ ໃນມື້ສະແດງຕົວຈິງ ໃນວັນທີ 2 ທັນວາ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments