ວິທະຍຸ-ໂທລະພາບສູນກາງຈີນ, ເນື່ອງໃນໂອກາດ ຈະໄຂງານກິລາ ທົ່ວປະເທດຈີນ ຄັ້ງທີ 15 ຢູ່ນະຄອນກວາງໂຈ່ວ ແຂວງກວາງຕຸ້ງ ຂອງ ສປ ຈີນ, ວິທະຍຸ-ໂທລະພາບ ສູນກາງຈີນ (CMG) ແລະ ຄະນະກຳມະການ ໂອລິມປິກ ສາກົນ (IOC) ໄດ້ເຊັນສັນຍາ ສະບັບຍາວ ກ່ຽວກັບ ລິກຂະສິດ ງານກິລາໂອລິມປິກ ປີ 2026-2032. ທ່ານ ເຊິ້ນໄຫສົງ, ຮອງຫົວໜ້າ ຄະນະໂຄສະນາອົບຮົມ ສູນກາງພັກ ກອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ແລະ ທ່ານ ນາງ ເກີສຕີ ໂຄເວັນຕຣີ, ປະທານ ຄະນະກຳມະການ ໂອລິມປິກ ສາກົນ ໄດ້ຕາງໜ້າ ສອງຝ່າຍ ລົງນາມ ໃນສັນຍາ ແລະ ຮ່ວມກັນ ເປີດເຜີຍກາໝາຍ ລາຍງານ ງານກິລາໂອລິມປິກລະດູໜາວມີລານ-ກໍຕີນາ ເດັມເປໂຊ ປີ 2026 ຂອງ CMG. ທ່ານ ໂທມາສ ບາສ ປະທານກິດຕິມະສັກ ຕະຫລອດການ ຂອງຄະນະກຳມະການ ໂອລິມປິກສາກົນ ໄດ້ເຂົ້າຮ່ວມພິທີ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

