ເຊົ້າວັນທີ 10 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫຼີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕເພື່ອມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກ ລາວ – ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້.
ຄະນະຕ້ອນຮັບຢູ່ສະໜາມບິນ, ຝ່າຍລາວ ນໍາໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດຮອງປະທານສະພາທິດສະດີສູນກາງພັກ, ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ; ຝ່າຍຈີນ, ນໍາໂດຍສະຫາຍ ນາງຝາງຫົງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສປຈີນປະຈຳສປປ ລາວ ພ້ອມດ້ວຍຄະນະ.

ການມາເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້, ແມ່ນພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ: ບົດຮຽນຂອງລາວ ແລະ ຈີນ” ຊຶ່ງເປັນຫົວຂໍ້ໃຫຍ່ທີ່ມີຄວາມໝາຍສໍາຄັນທາງດ້ານທິດສະດີແລະພຶດຕິກຳ ທີ່ເປັນບັນຫາທີ່ມີລັກສະນະຍຸດທະສາດ, ສະແດງອອກເຖິງບົດບາດການນໍາພາຮອບດ້ານຂອງພັກຕໍ່ກັບການພັດທະນາເສດຖະກິດ-ສັງຄົມໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຮ່າງບົດສະຫຼຸບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025)ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).
ໃນການມາເຖິງຄັ້ງນີ້, ຄະນະຍັງໄດ້ໄປຢ້ຽມຢາມຕໍານັກຜ້າໄໝລາວບູຮານ ຢູ່ນະຄອນຫຼວງວຽງຈັນ; ຈາກນັ້ນ, ກໍໄດ້ເດີນທາງໄປແຂວງຈໍາປາສັກ ເພື່ອເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ຊຶ່ງໄດ້ຮັບການຕ້ອນຮັບຢູ່ສະໜາມບິນສາກົນປາກເຊ ໂດຍສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ພ້ອມດ້ວຍຄະນະ.

