Thursday, November 13, 2025
Homeຂ່າວພາຍໃນສະຖານທູດອິນເດຍ ສະຫລອງວັນສ້າງຕັ້ງໂຄງການ ITEC ຄົບຮອບ 61 ປີ

ສະຖານທູດອິນເດຍ ສະຫລອງວັນສ້າງຕັ້ງໂຄງການ ITEC ຄົບຮອບ 61 ປີ

ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງໂຄງການການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດຂອງອິນເດຍ (ITEC) ຄົບຮອບ 61 ປີ (1964) ໃນວັນທີ 7 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ໂລຫິດ ບັບບ່າ (Rohit Babbar) ເລຂາເອກ (ການຄ້າ) ແລະ ຫົວໜ້າຫ້ອງການ ສະຖານທູດອິນເດຍ ປະຈຳ ສປປ ລາວ ພ້ອມດ້ວຍອະດີດນັກສຶກສາລາວ ທີ່ໄດ້ຮັບທຶນຈາກ ITEC ແລະ ສະມາຊິກຊາວອິນເດຍ ທີ່ອາໄສຢູ່ລາວ ເຂົ້າຮ່ວມ.

ທ່ານ ໂລຫິດ ບັບບ່າ ໄດ້ກ່າວວ່າ: ITEC ເປັນໂຄງການສ້າງຄວາມອາດສາມາດຫລັກຂອງກະຊວງການຕ່າງປະເທດ ກໍຄືລັດຖະບານອິນເດຍ ແລະ ເປັນໜຶ່ງໃນໂຄງການຮ່ວມມືສາກົນທີ່ເກົ່າແກ່ ແລະ ປະສົບຜົນສຳເລັດຫລາຍທີ່ສຸດ ໃນການຮ່ວມມືພັດທະນາຂອງອິນເດຍ ກັບປະເທດຄູ່ຮ່ວມພັດທະນາ. ໂຄງການ ITEC ຍັງຄົງເປັນເສົາຫລັກໃນການຮ່ວມມືທາງດ້ານການພັດທະນາ ລະຫວ່າງອິນເດຍ ແລະ ລາວ ທີ່ສະທ້ອນໃຫ້ເຫັນຄວາມມຸ່ງມັ່ນຂອງອິນເດຍໃນການສ້າງທ່າແຮງ ແລະ ພັດທະນາຊັບພະຍາກອນມະນຸດໃນປະເທດ. ການມີສ່ວນຮ່ວມຂອງອະດີດນັກນັກສຶກສາ ITEC ໃນການພັດທະນາຊາດຂອງລາວ ແມ່ນຫລັກຖານທີ່ຊັດເຈນເຖິງຄວາມເຂັ້ມແຂງຂອງຄວາມຮ່ວມມືນີ້.

ພາຍໃຕ້ໂຄງການ ITEC ລັດຖະບານອິນເດຍ ໄດ້ໃຫ້ທຶນຝຶກອົບຮົມທັງໄລຍະສັ້ນ ແລະ ໄລຍະຍາວໃນຫລາຍສາຂາ ໃຫ້ແກ່ພົນລະເມືອງລາວ ໂດຍສ່ວນໃຫຍ່ເປັນພະນັກງານ-ລັດຖະກອນ. ມາຮອດປັດຈຸບັນ ມີພະນັກງານລາວກວ່າ 1.500 ຄົນ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ ໃນການພັດທະນາຄວາມຮູ້ຄວາມສາມາດດ້ານການບໍລິຫານ ແລະ ການພັດທະນາ. ສຳລັບປີ 2025-2026 ມີຜູ້ສະໝັກຄົນລາວ 22 ຄົນ ທີ່ໄດ້ຮັບການອະນຸມັດໃຫ້ເຂົ້າຮ່ວມການຝຶກອົບຮົມໂຄງການ ITEC ຢູ່ປະເທດອິນເດຍ.

ໃນງານຄັ້ງນີ້, ໄດ້ມີຜູ້ຕາງໜ້າຈາກອະດີດນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ຈາກ ITEC ໄດ້ມາແບ່ງປັນປະສົບການຂອງພວກເຂົາ ພ້ອງທັງໄດ້ກ່າວເຖິງການຝຶກອົບຮົມໃນອິນເດຍ, ຊຶ່ງໄດ້ຊ່ວຍເພີ່ມພູນທັກສະວິຊາຊີບ ແລະ ມີສ່ວນຮ່ວມໃນການພັດທະນາວຽກງານໃນປະເທດລາວ. ງານຄັ້ງນີ້ຍັງເປັນຮູບແບບໃນການແລກປ່ຽນຄວາມຮູ້ ແລະ ສ້າງເຄືອຂ່າຍການຮ່ວມມື ລະຫວ່າງອະດີດນັກສຶກສາ ITEC ຈາກຫລາຍຂົງເຂດວິຊາຊີບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments