ໃນວັນທີ 7 ພະຈິກ 2025 ນີ້,ຄະນະຜູ້ແທນ ຈາກສະ ຫະພັນຣັດເຊຍ, ນຳໂດຍ ສະຫາຍ ພັນເອກ ວະລາດີ ສະ ລັບ ເວເລຍຊົບ ຫົວໜ້າພະເເນກອົບຮົມ ກົມຊ່າງເເສງ ກໍາລັງປະກອບອາວຸດເເຫ່ງ ສ ຣັດເຊຍ ເພື່ອດໍາເນີນວຽກງານສໍາຄັນໃນການ ເກັບກູ້ລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງຢູ່ເຂດ ເມືອງວຽງໄຊ ແຂວງຫົວພັນ, ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມດ້ວຍຄະນະ.

ການເດີນທາງມາເຮັດວຽກຂອງຄະນະຜູ້ແທນຄັ້ງນີ້ແມ່ນເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ,ໂດຍສະເພາະ ໃນຂົງເຂດການຊ່ວຍເຫຼືອດ້ານມະນຸດສະທໍາ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ເຊິ່ງເປັນໄພອັນຕະລາຍຕໍ່ຊີວິດ ແລະ ການພັດທະນາເສດ ຖະກິດ-ສັງຄົມຂອງປະຊາຊົນລາວ.

ໂອກາດນີ້ ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກ ສ ຣັດເຊຍ ທີ່ໄດ້ສົ່ງຜູ້ຊ່ຽວຊານທີ່ມີຄວາມສາມາດມາປະຕິບັດໜ້າທີ່ອັນມີຄວາມໝາຍໃນຄັ້ງນີ້, ການປະຕິບັດງານຄັ້ງນີ້ ຄາດວ່າຈະປະກອບສ່ວນຢ່າງຕັ້ງໜ້າໃນການສ້າງຄວາມປອດໄພ ໃຫ້ແກ່ປະຊາຊົນໃນພື້ນ ທີ່ ແລະ ເປີດໂອກາດໃຫ້ແກ່ການນໍາໃຊ້ທີ່ດິນເພື່ອການຜະ ລິດ ແລະ ການພັດທະນາພື້ນຖານໂຄງລ່າງໄດ້ຢ່າງປອດໄພຢູ່ ສປປ ລາວ ຫວັງເປັນຢ່າງຍິ່ງວ່າ ການຮ່ວມມືດັ່ງກ່າວຈະສືບຕໍ່ຂະຫຍາຍຕົວ ແລະ ເປັນຜົນສໍາເລັດອັນຈົບງາມ.


