Thursday, November 13, 2025
Homeຂ່າວຕ່າງປະເທດສປ ຈີນ-ລັດເຊຍ ຈະເລັງໃສ່ເປົ້າໝາຍ ການພັດທະນາ ຢ່າງເຂັ້ມແຂງ

ສປ ຈີນ-ລັດເຊຍ ຈະເລັງໃສ່ເປົ້າໝາຍ ການພັດທະນາ ຢ່າງເຂັ້ມແຂງ

ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ມີຄາອິນ ວະລາດີມີໂຣວິກ ມີຊູສະຕິນ ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງປັກກິ່ງ ຂອງ ສປ ຈີນ. ທ່ານ ສີ ຈິ້ນຜິງ ໄດ້ຊີ້ອອກວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ສາຍພົວພັນ ລະຫວ່າງ ສປ ຈີນ ແລະ ລັດເຊຍ ໄດ້ເລັງໃສ່ເປົ້າໝາຍການພັດທະນາ ຢ່າງຂັ້ມແຂງໄດ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງໃນທ່າມກາງສະພາບແວດລ້ອມພາຍນອກ ທີ່ມີການຜັນແປ ຢ່າງສະຫລັບຊັບຊ້ອນ. ພາຍຫລັງ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ໄດ້ພົບປະກັນສອງຄັ້ງ ຢູ່ນະຄອນຫລວງ ມົດສະກູ ແລະ ນະຄອນຫລວງປັກກິ່ງ, ໄດ້ແລກປ່ຽນກັນຢ່າງເລິກເຊິ່ງ ກ່ຽວກັບບັນຫາລັກສະນະຍຸດທະສາດ ແລະ ລັກສະນະກວມລວມໃນສາຍພົວພັນ ລະຫວ່າງ ສອງປະເທດ ພ້ອມທັງໄດ້ວາງແຜນ ແລະ ມີການຈັດວາງໃໝ່. ສອງຝ່າຍ ຕ້ອງຮັກສາການປະສານງານກັນຢ່າງແໜ້ນແຟ້ນ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນ. ນອກນີ້ຜູ້ນຳທັງສອງຝ່າຍໄດ້ຕົກລົງກັນ, ສຸມໃສ່ຜົນປະໂຫຍດພື້ນຖານ ຂອງສອງປະເທດ ແລະ ປະຊາຊົນສອງຊາດ ເພື່ອສ້າງຜົນປະໂຫຍດໃຫ້ແກ່ກັນ ຈາກການຮ່ວມມືລະຫວ່າງສອງຝ່າຍ. ທ່ານ ມີຄາ ອິນ ວະລາດີມີໂຣວິກ ມີຊູສະຕິນ ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ20, ພ້ອມທັງເຊື່ອໝັ້ນວ່າໜ້າທີ່ຍຸດທະສາດ ໃນຮອບ 5 ປີຂ້າງໜ້າທີ່ລະບຸໃນກອງປະຊຸມດັ່ງກ່າວ ຍ່ອມຈະໄດ້ຮັບຜົນສຳເລັດຢ່າງສະດວກ. ສະມາຊິກທຸກຖ້ວນໜ້າໃນຄະນະລັດຖະບານລັດເຊຍ ຈະຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນ ຂອງການນຳສອງປະເທດ ໄດ້ຕົກລົງກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments