Thursday, November 13, 2025
Homeແຈ້ງການສໍາຄັນ7 ພະຈິກ ພາກໃຕ້ມີໜາວ ຝົນຈະຕົກແຮງບາງພື້ນທີ່

7 ພະຈິກ ພາກໃຕ້ມີໜາວ ຝົນຈະຕົກແຮງບາງພື້ນທີ່

ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຜີຍວ່າ: ພາຍຸໄຕ້ຝຸ່ນໄຄແມກິ (KALMAEGI) ຫົວທີ 25 ປະຈໍາປີ 2025 ໃນເວ ລາ 7 ໂມງເຊົ້າຂອງມຶ້ນີ້ ມີຈຸດສູນກາງໃນເສັ້ນຂະໜານທີ່ 10.5 ອົງສາເໜືອ ແລະ ເສັ້ນແວງທີ່ 140.8 ອົງສາຕາເວັນ​ອອກ. ກໍາລັງເຄື່ອນທີ່ມາທາງດ້ານຕາເວັນຕົກ-ຕາເວັນຕົກສ່ຽງເໜືອດ້ວຍຄວາມໄວ 39 ກິໂລແມັດຕໍ່ຊົ່ວໂມງ.

ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງ ສສ ຫວຽດນາມໃນຕອນຄໍ່າຂອງມື້ນີ້ ແລະ ຈະອ່ອນກໍາລັງລົງເປັນພາຍຸໝຸນເຂດຮ້ອນ.

ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານພາກໃຕ້ຂອງ ສປປ ລາວໃນຕອນເຊົ້າຂອງວັນທີ 7 ພະຈິກ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງຢູ່ເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງລະບຸວ່າ: ພາກໃຕ້ ຈະມີຝົນຕົກລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 17-33 ອົງສາ.

ສໍາລັບເຂດພູພຽງບໍລະເວນ ອາກາດເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຫາ ປານກາງ ແລະ ຕົກໜັກບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມເທົ່າກັບ 60% ອຸນຫະພູມໃນລະຫວ່າງ 15-27 ອົງສາ.

ພ້ອມດຽວກັນນັ້ນ ແຂວງສະຫວັນນະເຂດກໍມີຄວາມສ່ຽງທີ່ຈະໄດ້ຮັບຜົນກະທົບຫຼາຍເຊັ່ນກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments