ໃນວັນທີ 5 ພະຈິກ 2025, ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ,ນໍາໂດຍ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການ ປກ, ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າຢ້ຽມຢາມ ແລະ ອວຍພອນ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ພົຈວ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 64 ປີ (11 ພະຈິກ 1961-11 ພະຈິກ 2025).

ໂອກາດນີ້, ພັອ ບຸນທົງ ສີດາວົງ ໄດ້ລາຍງານສະພາບ ການເຄື່ອນໄຫວເຮັດໜ້າທີ່ວຽກງານຂອງກອງບັນຊາການຕະຫຼອດໄລຍະຜ່ານມາ ໃຫ້ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານຮອງລັດຖະມົນຕີ ໄດ້ຮັບຊາບ, ພ້ອມທັງກ່າວຢື່ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດ ມາຍັງ 2 ທ່ານ ຈົ່ງມີສຸຂະພາບທີ່ແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ,ທັງນີ້ ກໍເພື່ອເປັນການສະແດງເຖິງຄວາມຮູ້ບຸນ ຄຸນອັນປະເສີດ ມາຍັງ 2 ທ່ານ ທີ່ໄດ້ທຸ້ມເທເຫື່ອແຮງສະຕິປັນຍາ,ຄວາມຮູ້-ຄວາມສາມາດ ໃນການນໍາພາ-ຊີ້ນໍາກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃຫ້ເຕີບໃຫຍ່ເຂັ້ມແຂງ, ເດັດດ່ຽວ, ກ້າຫານ ໂດຍສະເພາະ ໃນການນໍາພາ-ຊີ້ນໍາກໍາລັງປ້ອງກັນສູນກາງ ຕະຫຼອດໄລຍະຜ່ານມາ ໃຫ້ມີຄວາມເຕີບໃຫ້ເຂັ້ມແຂງ ແລະ ເຮັດສໍາເລັດໜ້າທີ່ ຢ່າງໂດດເດັ່ນສະຫງ່າຜ່າເຜີຍ ຕະຫຼອດໄລຍະຜ່ານມາ.

ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານຮອງລັດຖະ ມົນຕີ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງ ພັອ ບຸນທົງ ສີດາວົງ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ອວຍ ພອນໄຊອັນປະເສີດຄັ້ງນີ້ ແລະ ອວຍພອນໄຊໃຫ້ຫົວໜ້າກອງບັນຊາການ ປກ, ພ້ອມດ້ວຍຄະນະ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ທົ່ວກອງບັນຊາການ ປກ ທຸກສະ ຫາຍ ຈົ່ງມີສຸຂະພາບແຮງແຮງ, ມີພະລານະໄມ ທີ່ສົມບູນ ພ້ອມກັບສືບຕໍ່ປະຕິບັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບ ໝາຍ ຢ່າງມີຜົນສໍາເລັດ.

