Thursday, November 13, 2025
Homeຂ່າວການເມືອງສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມມາດ ພົນເສນາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອກະກຽມຄວາມພ້ອມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການສະຫລຸບຕີລາຄາ, ຖອດຖອນບົດຮຽນ ແລະ ວິທີການແກ້ໄຂໃນຕໍ່ໜ້າ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ການກະກຽມຮ່າງທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ເພື່ອເປັນການຍົກສູງທາງດ້ານເນື້ອໃນໃຫ້ແກ່ສະມາຊິກສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈ ການຄົ້ນຄວ້າການຕີລາຄາໃຫ້ຖືກຈຸດສຸມ ເພື່ອຮັບປະກັນໃຫ້ແຜນວຽກທີ່ລັດຖະບານ ຈະນໍາມາພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ມີປະສິດທິຜົນ ສອດຄ່ອງກັບສະພາບຄວາມເປັນຈິງຂອງສັງຄົມ ກໍຄືແຕ່ລະທ້ອງຖິ່ນ ນຳໄປຈັດຕັ້ງປະຕິບັດໄດ້ ແລະ ເພື່ອຕິດຕາມກວດກາ, ປະເມີນຜົນ, ສະຫລຸບຕີລາຄາຜົນສຳເລັດ, ບັນຫາຄົງຄ້າງ ແລະ ສິ່ງທ້າທ້າຍ ກ່ຽວກັບມະຕິກອງປະຊຸມສະພາແຫ່ງຊາດຄັ້ງປະຖົມມະລຶກ ແລະ ມະຕິປະຈຳປີ ທີ່ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ. ພ້ອມນີ້, ກໍເພື່ອຍາດແຍ່ງເອົາບົດຮຽນ ແລະ ປະສົບການ ຈາກພາຍໃນ ແລະ ຕ່າງປະເທດ ໃນການກະກຽມເນື້ອຮັບໃຊ້ກອງປະຊຸມສະພາແຫ່ງຊາດ.

ກອງປະຊຸມໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ການປະກອບຄຳຄິດຄຳເຫັນຈາກກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ສະພາທິດສະດີສູນກາງພັກ, ອະດີດການນຳ ແລະ ນັກຄົ້ນຄວ້າ. ພ້ອມນັ້ນ, ຍັງໄດ້ຮັບຟັງການປະກອບຄຳເຫັນ ຈາກຄູ່ຮ່ວມພັດທະນາ ໃນການປະກອບສ່ວນຊ່ວຍເຫລືອຂອງອົງການສະຫະປະຊາຊາດ ໃນການຈັດຕ້້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ໃຫ້ສອດຄ່ອງກັບຂະບວນການດ້ານງົບປະມານ ລວມທັງຂະບວນການປະຕິຮູບ ການວາງງົບປະມານທີ່ພວມດຳເນີນການ, ບັນຫານະໂຍາຍ ແລະ ກາລະໂອກາດ ໃນການສ້າງຄວາມມີສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ ແລະ ການເຕີບໂຕສີຂຽວແບບຍືນຍົງ; ຂອບການຕິດຕາມກວດກາ ແລະ ປະເມີນສຳລັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ການປັບປຸງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ເສັ້ນທາງໄປສູ່ການເຄື່ອນຍ້າຍຖິ່ນຖານ; ການແກ້ໄຂການໃຊ້ຈ່າຍງົບປະມານຂອງລັດຖະບານທີ່ຈຳກັດ ໃນຂະແໜງການສາທາລະນະສຸກ ແລະ ການສຶກສາ ໃນສະພາບການຖອນທຶນຈາກຜູ້ໃຫ້ທຶນ; ການວາງນະໂຍບາຍການພັດທະນາສັງຄົມແບບມີສ່ວນຮ່ວມ ຈາກທຸກພາກສ່ວນ ແລະ ການຫລຸດຜ່ອນຄວາມບໍ່ເທົ່າທຽມກັນໃນສັງຄົມ; ການສ້າງສົມດຸນລະຫວ່າງການເຕີບໂຕ ທາງດ້ານເສດຖະກິດ ແລະ ການປົກປ້ອງສິ່ງແວດລ້ອມ; ການວາງນະໂຍບາຍການຍົກລະດັບຄວາມອາດສາມາດໃນການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ແລະ ການຫລຸດຜ່ອນຄວາມສ່ຽງຈາກໄພພິບັດ; ການວາງນະໂຍບາຍການເຊື່ອມໂຍງກັບພາກພື້ນ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ; ການລະດົມທຶນຊັບພະຍາກອນ ສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ການຫັນເປັນດີຈິຕອນ ແລະ ນະວັດຕະກຳໃໝ່ ເພື່ອການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ການນຳໃຊ້ປັນຍາປະດິດ (AI) ເພື່ອການສຶກສາ ແລະ ການພັດທະນາເສດຖະກິດ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນທີ່ມີລັກສະນະວິທະຍາສາດ, ສ້າງສັນ, ມີຂໍ້ມູນຕົວຈິງ ແລະ ຂໍ້ສະເໜີແນະທີ່ສົມເຫດສົມຜົນ ຕໍ່ບັນດາບົດທີ່ໄດ້ສະເໜີຕໍ່ກອງປະຊຸມ.

ຂ່າວ: ສພຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments