ຄວາມກົດດັນສູງຂອງອາກາດເຢັນໄດ້ອ່ອນກໍາລັງລົງປົກຄຸມຢູູ່ພາກເໜືອ ແລະ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງຢູູ່ບາງທ້ອງຖິ່ນແຂວງພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 05/11/2025 ຫາ ເວລາ 07 ໂມງ ຂອງວັນທີ 06/11/2025
ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 12–23 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ ແລະ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດຢູູ່ເກືອບທົົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ຂອງພາກ ອຸນຫະພູມໃນລະຫວ່າງ 19–31 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົົ້າ, ຈະມີຝົນຕົກໃນລະດັບຄ່ອຍຢູູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ອຸນຫະພູມໃນລະຫວ່າງ 23–30 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົົ້າ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກໃນລະດັບປານກາງຢູູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດຢູູ່ເກືອບທົົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 30% ຂອງພາກ ອຸນຫະພູມໃນລະຫວ່າງ 21–30 ອົງສາ.
ແຂວງໄຊສົມບູນ: ອາກາດເຢັນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20% ອຸນຫະພູມໃນລະຫວ່າງ 17–30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນໃນຕອນເຊົົ້າ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດຢູູ່ເກືອບທົົ່ວໄປ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ຂອງພາກ ອຸນຫະພູມໃນລະຫວ່າງ 22–33 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 40% ອຸນຫະພູມໃນລະຫວ່າງ 14–26 ອົງສາ.

