ຂະບວນແຫ່ ແລະ ແລ່ນທວນໄຟສະໜັບສະໜູນມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫລາຍ ບຸດທິ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫລວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ພູວົງ ວົງຄໍາຊາວ ໄດ້ກ່າວວ່າ: ຄະນະຮັບຜິດຊອບລະດັບຊາດ ພ້ອມດ້ວຍການນໍາຂອງແຂວງບໍ່ແກ້ວ ແລະ ແຂວງເຊກອງ, ຄະນະອົງການປົກຄອງ ນວ ແລະ 9 ເມືອງ ຕະຫລອດຮອດ ປະຊາຊົນທຸກຊັ້ນຄົນ, ນັກຮຽນທົ່ວເມືອງປາກງື່ມ ໄດ້ມາເຕົ້າໂຮມກັນ ເຂົ້າຮ່ວມພິທີແຫ່-ແລ່ນທວນໄຟ ເພື່ອເປັນການສະໜັບສະໜູນ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ໃຫ້ແກ່ມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ ນວ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ໂດຍຂະບວນແຫ່-ແລ່ນທວນໄຟຄັ້ງນີ້ ເປັນຄັ້ງທີ 7 ທີ່ສືບຕໍ່ຈາກເມືອງຫາດຊາຍຟອງ. ຈຸດປະສົງເພື່ອເປັນການແຈ້ງຂ່າວ ແລະ ປຸກລະດົມ ໃຫ້ທົ່ວສັງຄົມ ໂດຍສະເພາະ ປະຊາຊົນນະຄອນຫລວງວຽງຈັນ ກໍຄື ບັນດາແຂວງໄດ້ຮັບຊາບ ແລະ ເປັນເຈົ້າການຮ່ວມກັນ ເປັນເຈົ້າພາບທີ່ດີ ໃນການຈັດງານແຂ່ງຂັນກິລາ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

ພິທີແຫ່-ແລ່ນທວນໄຟ ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີ, ມິດຕະພາບອັນເປັນປຶກແຜ່ນ ແລະ ຄວາມເປັນຈິດໜຶ່ງໃຈດຽວ ຂອງຄະນະນໍານັກກິລາ ແລະ ນັກກິລາຈາກບັນດາແຂວງ ໃນທົ່ວປະເທດ, ພ້ອມກັນພັດທະນາວຽກງານກິລາ-ກາຍຍະກໍາ ຊຶ່ງເປັນໜຶ່ງໃນ 5 ຫລັກມູນຂອງການສຶກສາ ແລະ ສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນ ໃນວົງການກິລາລາວ ກໍຄືການສ້າງປະສົບການ ແລະ ຄວາມເຂັ້ມແຂງໃຫ້ນັກກິລາດ້ວຍຫລາຍຮູບແບບ ຫລາຍສີສັນ ສ້າງເງື່ອນໄຂຍົກລະດັບຄວາມສາມາດ ຂອງນັກກິລາໃຫ້ທຽບທັນກັບລະດັບພາກພື້ນ ແລະ ສາກົນ. ດັ່ງຄໍາຂວັນຂອງມະຫະກໍາກິລາແຫ່ງຊາດ ທີ່ວ່າ: ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ. ພ້ອມກັນນັ້ນ, ເພື່ອສືບຕໍ່ຊຸກຍູ້ການສ້າງຂະບວນການ ໃຫ້ມີລັກສະນະຕໍ່ເນື່ອງ ແລະ ຟົດຟື້ນ ທັງເປັນການຈັດມະຫະກໍາກິລາ-ກາຍຍະກໍາ ໃນທົ່ວປະເທດ ໃຫ້ປະສົບຜົນສໍາເລັດຢ່າງມີໝາກຜົນ ແລະ ຈົບງາມ.
ຂະບວນແຫ່ ແລະ ແລ່ນທວນໄຟ ໄດ້ເລີ່ມຈາກໜ້າໂຮງຮຽນມັດທະຍົມຕອນຕົ້ນບ້ານພ້າວ ນໍາພາຂະບວນແຫ່-ແລ່ນທວນໄຟ ເລີ່ມຈາກຈຸດທີ 1 ໄລຍະ 200 ແມັດ ໂດຍທ່ານ ພູວົງ ວົງຄໍາຊາວ ແລ້ວມອບທວນໄຟສົ່ງຕໍ່ໃຫ້ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເພື່ອນໍາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 2 ໄລຍະ 200 ແມັດ ແລະ ສົ່ງຕໍ່ໃຫ້ທ່ານ ບຸນຫລາຍ ບຸດທິ ເພື່ອນໍາຂະບວນສືບຕໍ່ແຫ່-ແລ່ນທວນໄຟ ຈາກຈຸດທີ 3 ໄລຍະ 200 ແມັດ ແລະ ສົ່ງຕໍ່ໃຫ້ທ່ານ ຄໍາໝູນ ຕຽງທະລາດ ເລຂາພັກເມືອງປາກງື່ມ ຮັບ ແລະ ສົ່ງມອບໃຫ້ຄະນະຮັບຜິດຊອບ ຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ.

ສໍາລັບຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຄັ້ງຕໍ່ໄປ ຈະໄດ້ຈັດຂຶ້ນຢູ່ເມືອງໄຊທານີ ຊຶ່ງຈະເປັນເມືອງທີ 8 ໃນວັນທີ 7 ພະຈິກ 2025 ນີ້.

