Thursday, November 13, 2025

ງານຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນໃນວັນທີ 9 ພະຈິກນີ້ທີ່ ນວ

ຂປລ. ນະຄອນຫລວງວຽງຈັນ (ນວ) ກຽມເປັນເຈົ້າພາບ ຈັດງານຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໃນວັນທີ 9 ພະຈິກ 2025 ໂດຍໄດ້ມີການກຳນົດ 2 ເນື້ອໃນກິດຈະກຳໃຫຍ່ ຄື: ກິດຈະກຳແຂ່ງຂັນ ແລະ ກິດຈະກຳແລກປ່ຽນ.

ທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫລວງວຽງຈັນ, ຫົວໜ້າອະນຸກິດຈະກຳເຍົາວະຊົນ ໄດ້ໃຫ້ສຳພາດໃນວັນທີ 4 ພະຈິກ 2025 ນີ້ວ່າ: ການກະກຽມດຳເນີນຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-11 ພະຈິກ 2025 ທີ່ນະຄອນຫລວງວຽງຈັນ. ພາຍຫລັງທີ່ໄດ້ຮັບຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນ ປະທານຈັດງານແຂ່ງຂັນກິລາມະຫະກຳແຫ່ງຊາດ ຄັ້ງທີ 12 ລົງວັນທີ 16 ມັງກອນ 2025, ຄະນະຮັບຜິດຊອບກິດຈະກຳເຍົາວະຊົນ ກໍໄດ້ ແຕ່ງຕັ້ງໜ່ວຍງານຝ່າຍຕ່າງໆຂຶ້ນ ເພື່ອແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ໜ່ວຍງານແຕ່ລະຝ່າຍ. ພ້ອມນີ້, ໜ່ວຍງານວິຊາສະເພາະ ກໍໄດ້ປະສານສົມທົບກັບກົມເຍົາວະຊົນສູນກາງຊາວໜຸ່ມ ເພື່ອຄົ້ນຄວ້າການກະກຽມດຳເນີນຕັ້ງຄ້າຍເຍົາວະຊົນທົ່ວປະເທດ ພ້ອມທັງເປີດກອງປະຊຸມ ເພື່ອເອກະພາບເນື້ອໃນຮູບການ ການກະກຽມດຳເນີນຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຮ່ວມກັບ 17 ແຂວງຂຶ້ນ ໂດຍໄດ້ກຳນົດ 2 ເນື້ອໃນກິດຈະກຳໃຫຍ່ຄື: ກິດຈະກຳແຂ່ງຂັນປະກອບມີ 4 ກິດຈະກຳເຊັ່ນ: ແຂ່ງຂັນປະດັບຄ້າຍເຍົາວະຊົນທັນວາ, ແຂ່ງຂັນຕີກອງດຸລິຍາງແປເປັນຕົວອັກສອນ, ແຂ່ງຂັນແຕ້ມຮູບ ແລະ ແຂ່ງຂັນການໂຕ້ວາທີ; ກິດຈະກຳແລກປ່ຽນປະກອບມີ 14 ກິຈະກຳຄື: ກິດຈະກຳຊອກຫາເພືອນແທ້ ແລະ ແນະນຳຕົວເອງຂອງເຍົາວະຊົນ, ຮ້ອງເພງ, ຂັບລໍາ, ຟ້ອນລວມໝູ່, ສະແດງລະຄອນສັ້ນ, ກິລາແລ່ນ 3 ຂາ, ກິລາດຶງເຊືອກ, ກິດຈະກຳຫັດກາຍຍະບໍລິຫານທຸກໆເຊົ້າ, ສວນສະໜາມພິທີເປີດ-ປິດ, ທັດສະນະສຶກສາ (ຫໍມູນເຊື້ອຊາວໜຸ່ມ ແລະ ເຍົາວະຊົນ, ຫໍພິພິຕະພັນສິລະປະລາວ, ຫໍພິພິທະພັນປະທານ ໄກສອນພົມວິຫານ, ເຂດເສດຖະກິດພິເສດໄຊເສດຖາ, ສະຖານີດາວທຽມ ແລະ ສະຖານທີ່ເປັນເອກະລັກຂອງນະຄອນຫລວງ), ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ຈັດກອງປະຊຸມຖອດຖອນບົດຮຽນໃນການຈັດງານພົບປະ-ຕັ້ງຄ້າຍເຍົາວະຊົນທັນວາ, ພິທີບາສີສູ່ຂວັນ ແລະ ຈັດພາເຂົ້າສາມັກຄີ ແລະ ກິດຈະກຳແຄ້ມໄຟ.

ທ່ານ ຫຸມແພງ ສີສົມບັດ ກ່າວຕື່ມວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອສຶກສາອົບຮົມ ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານກິດຈະກຳ ໃຫ້ຜູ້ຮັບຜິດຊອບວຽກງານເຍົາວະຊົນ ແລະ ຜູ້ນໍາພາເຍົາວະຊົນ ໃຫ້ຮູ້ຈັກໃນການນຳພາກອງເຍົາວະຊົນຂອງຕົນ ເຄື່ອນໄຫວກິດຈະກຳຕ່າງໆຢູ່ພາຍໃນ ແລະ ນອກໂຮງຮຽນໄດ້ຕາມລະບຽບ, ແບບແຜນເຍົາວະຊົນທີ່ວາງໄວ້, ເພື່ອແລກປ່ຽນປະສົບການຕົວຈິງໃນການຈັດກິດຈະກຳຕັ້ງຄ້າຍ ລະຫວ່າງເຍົາວະຊົນບັນດາແຂວງທີ່ເຂົ້າຮ່ວມ ແລະ ວິຊາການກັບພະນັກງານຮັບຜິດຊອບວຽກງານເຍົາວະຊົນ ຂອງບັນດາແຂວງ, ດ້ານທິດສະດີ ແລະ ການປະຕິບັດຕົວຈິງ, ເພື່ອປູກຈິດສຳນຶກໃຫ້ເຍົາວະຊົນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ຜູ້ຮັບຜິດຊອບວຽກງານເຍົາວະຊົນທົ່ວປະເທດ ໃນການສ້າງຜູ້ສືບທອດໂດຍຜ່ານຂະບວນການກິດຈະກຳຕົວຈິງ, ເພື່ອເປັນການຊຸກຍູ້ຄວາມເຂັ້ມແຂງ ໃຫ້ພະນັກງານຮັບຜິດຊອບວຽກງານເຍົາວະຊົນຂັ້ນແຂວງ, ເມືອງ ແລະ ໂຮງຮຽນ ໃຫ້ມີຄວາມສາມາດເຄື່ອນໄຫວຂະບວນການ, ເພີ່ມທະວີຄວາມຮູ້ຄວາມສາມາດ ໃຫ້ພະນັກງານຮັບຜິດວຽກງານເຍົາວະຊົນທັນວາ ແລະ ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດວຽກງານເຂົ້າສູ່ລະບົບລະບຽບການບໍລິຫານເທື່ອລະກ້າວ. ພ້ອມນີ້, ເຍົາວະຊົນໄດ້ຮູ້ແບບແຜນ, ການເຄື່ອນໄຫວ, ໄດ້ແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີຮັກແພງ, ຮູ້ແບບແຜນການດຳລົງຊີວິດ, ມີແບບແຜນການເຄື່ອນໄຫວລວມໝູ່, ຮູ້ມູນເຊື້ອປະຫວັດສາດ ແລະ ໄດ້ຍົກລະດັບທາງດ້ານວິຊາການ ຂອງພະນັກງານຮັບຜິດຊອບວຽກງານເຍົາວະຊົນ-ອະນຸຊົນໃຫ້ສູງຂຶ້ນ ພ້ອມທັງໄດ້ແລກປ່ຽນບົດຮຽນ, ສິລະປະ, ການແຂ່ງຂັນກິລາຂອງນ້ອງໆເຍົາວະຊົນ ແລະ ປະສົບການຕົວຈິງ ຂອງການນຳພາວຽກງານເຍົາວະຊົນ-ອະນຸຊົນ ລະຫວ່າງຜູ້ຮັບຜິດຊອບແຕ່ລະແຂວງ; ໄດ້ເຍົາວະຊົນດີເດັ່ນ, ເຍົາວະຊົນຕົວແບບຮຽນດີຮຽນເກັ່ງ, ຝຶກຝົນຫລໍ່ຫລອມ ໃຫ້ເຂົາເຈົ້າໄດ້ພັດທະນາທາງດ້ານມັນສະໝອງ ມີແນວຄວາມຄິດເອື້ອເຟື້ອເຜື່ອແຜ່, ເປັນຄົນດີມີສິນທຳ ແລະ ຮໍ່າຮຽນແບບແຜນການດຳລົງຊີວິດຂອງຜູ້ນຳ; ໄດ້ເຍົາວະຊົນມີພອນສະຫວັນດີເດັ່ນເກັ່ງທາງດ້ານທັກສະການປາກເວົ້າ, ການໂຄສະນາ, ການອະທິບາຍ ແລະ ມີແນວຄິດສ້າງສັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments