Saturday, November 1, 2025
Homeຂ່າວໜ້າໜຶ່ງທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຢູ່ແຂວງຊຽງຂວາງ

ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຮອບທີ 2 ຢູ່ແຂວງຊຽງຂວາງ

ກອງປະຊຸມຄົ້ນຄວ້າ, ປະກອບຄຳເຫັນ ໃສ່ຮ່າງບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII ຮອບທີ II ຢູ່ຈຸດທີ 10 ແຂວງຊຽງຂວາງ ຈັດຂຶ້ນວັນທີ 30 ຕຸລາ 2025 ພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ, ມີສະຫາຍ ຄຳໄຫລ ສີປະເສີດ ກຳມະ ການສູນກາງ ພັກ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍກໍາມະການສູນກາງພັກ, ບັນດາສະຫາຍເລຂາພັກແຂວງ, ພ້ອມບັນດາສະຫາຍຜູ້ແທນສົມບູນ-ສຳຮອງ ທີ່ມາຈາກແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ຄະນະຮັບຜິດຊອບ ທາບທາມບຸກຄະລາກອນ ຈາກສູນກາງ ເຂົ້າຮ່ວມ.

ສະຫາຍ ພູຂົງ ພິລາເພັດ ຫົວໜ້າກົມກໍ່ສ້າງພັກ, ຄະນະຈັດຕັ້ງສູນກາງພັກ ຕາງໜ້າອະນຸກຳມະການກົດລະ ບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ຜ່ານຮ່າງບົດສໍາຫລວດການນຳພາລວມ ຂອງ ຄະນະບໍລິຫານງານພັກ ສະໄໝທີ XI; ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າປະກອບຄໍາເຫັນ ຂອງບັນດາຜູ້ເຂົ້າ ຮ່ວມກອງປະຊຸມ, ສະຫາຍປະທານກອງປະຊຸມ ໄດ້ມີບາງຄໍາເຫັນເຈາະຈີ້ມ ໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ປະກອບຄໍາ ເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ມີເນື້ອໃນເລິກເຊິ່ງ, ພາວະວິໄສ, ຖືກກັບສະພາບຄວາມເປັນຈິງ ແລະ ຊອກໃຫ້ ເຫັນສາເຫດທີ່ແທ້ຈິງ, ວິທີການ, ມາດຕະການແກ້ໄຂທີ່ຖືກຕ້ອງ, ເດັດຂາດ, ທັນການ, ສອດຄ່ອງ ກັບສະພາບການ ເລັ່ງທວງຕົວຈິງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ໂອກາດດຽວກັນ, ສະຫາຍ ຄຳໄຫລ ສີປະເສີດ ຕາງໜ້າອະນຸກຳມະການກົດລະບຽບ ແລະ ບຸກຄະລາ ກອນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍໄດ້ຜ່ານຂໍ້ຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 20/ກມສພ, ລົງວັນທີ 26 ກັນຍາ 2025 ວ່າດ້ວຍມາດຕະຖານ, ເງື່ອນໄຂ ຂອງຄະນະບໍລິຫານງານສູນກາງພັກ ແລະ ພະນັກງານ ຂັ້ນຍຸດທະສາດ ຂອງພັກ-ລັດ ສະໄໝທີ XII. ເພື່ອເປັນບ່ອນອີງໃຫ້ແກ່ການຄົ້ນຄວ້າ, ຄັດເລືອກ ເອົາບຸກຄະລາກອນ ແລະ ຮັບປະກັນໄປຕາມທິດທີ່ພັກໄດ້ກຳນົດໄວ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນຊີ້ນໍາ ໃຫ້ ບັນດາສະຫາຍຜູ້ແທນກອງປະຊຸມ ເອົາໃຈໃສ່ໃນການຄົ້ນຄວ້າ, ກຳແໜ້ນກ່ຽວກັບມາດຕະຖານ, ເງື່ອນໄຂ ໂດຍໃຫ້ຖື ເອົາດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດເປັນກົກ, ເລືອກເອົາບຸກຄົນທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ ແລະ ສຸຂະພາບແຂງແຮງ; ດ້ານໂຄງປະກອບບຸກຄະລາກອນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຕ້ອງຄໍານຶງຄວາມຮັບປະກັນໃນໜ້າທີ່ການເມືອງ. ສະນັ້ນ, ຕ້ອງໃຫ້ມີທັງຄົນເກົ່າ, ຄົນໃໝ່, ຮັບປະກັນ ໃຫ້ໄດ້ 3 ຮຸ່ນ(ຮຸ່ນອາວຸໂສ, ຮຸ່ນກາງ, ຮຸ່ນໜຸ່ມ), ປະກອບດ້ວຍຊົນເຜົ່າ, ເພດຍິງ ແລະ ຂົງເຂດວຽກງານຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ ຢ່າງສົມເຫດສົມຜົນ; ຄຽງຄູ່ກັນນັ້ນ ທັດສະນະທີ່ຄວນເອົາໃຈໃສ່ ຕ້ອງຢືນຢູ່ໃນຜົນປະໂຫຍດລວມຂອງ ຊາດ ແລະ ປະຊາຊົນບັນດາເຜົ່າເປັນຫລັກ, ມີຄວາມເສຍສະລະຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ທັງນີ້, ກໍເພື່ອ ເລືອກເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໃຫ້ເປັນການນໍາທີ່ເຂັ້ມແຂງ. ທັງໝົດນັ້ນ, ກໍເພື່ອເພີ່ມທະວີ ຄວາມເຂັ້ມແຂງຂອງພັກ ບົນພື້ນຖານຄວາມສາມັກຄີ ເປັນເອກະພາບ ໃນທົ່ວພັກ.

ຈາກນັ້ນ, ສະຫາຍ ພັອ ໄຊຍະສຸກ ແສງປະທີບ ຮອງຫົວໜ້າກົມຈັດຕັ້ງພັກ, ກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕາງໜ້າອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍໄດ້ຜ່ານລະບຽບ ແລະ ແນະນຳວິທີການຂີດບັດທາບທາມບຸກຄະລາກອນ ເພື່ອເຮັດໃຫ້ຂັ້ນຕອນ ດໍາເນີນ ໄປຢ່າງຖືກຕ້ອງ, ເປັນເອກະພາບ ແລະ ຮັບປະກັນໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ໃນຕອນທ້າຍ, ບັນດາສະຫາຍຜູ້ເແທນສົມບູນ-ສຳຮອງ ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດທາບທາມເອົາບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII, ຮອບທີ II ສໍາເລັດຕາມວາລະທີ່ກຳນົດໄວ້.

ໃນໂອກາດເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງຄັ້ງນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມ ຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ວຽກງານ ການພັດທະນາກະສິກຳ ຢູ່ສູນບໍລິການເຕັກນິກກະສິກໍາ ແລະ ສວນ ປູກພືດ-ຜັກ ຂອງປະຊາຊົນ ຢູ່ບ້ານວຽງ ເມືອງແປກ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments