ປັດຈຸບັນ, ບັນດາໜ້າວຽກພິທີການຮັບຕ້ອນແຂກໃນພິທີເປີດ-ປິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ ໃນປີ 2025 ນີ້, ຫລາຍໜ້າວຽກແມ່ນສາມາດປະຕິບັດສຳເລັດ ແລະ ມີຄວາມພ້ອມຫລາຍກວ່າ 90%.
ທ່ານ ນາງ ຫລຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫວງວຽງຈັນ, ທັງເປັນຫົວໜ້າກໍາມະການພິທີການກ່ຽວກັບການຮັບຕ້ອນແຂກໃນພິທີເປີດ-ປິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນ ຫລວງວຽງຈັນເກມ 2025 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 31 ຕຸລາ 2025 ນີ້ວ່າ: ພາຍຫລັງໄດ້ຮັບຂໍ້ຕົກລົງການແຕ່ງຕັ້ງຄະນະຮັບຜິດຊອບຂອງນະຄອນຫລວງວຽງຈັນ, ກຳມະການພິທີການພວກເຮົາ ໄດ້ນໍາມາຈັດຕັ້ງຜັນຂະຫຍາຍ ແລະ ຮີບຮ້ອນຈັດກອງປະຊຸມແບ່ງຄວາມຮັບຜິດຊອບ ແລະ ໄດ້ຜັນຂະຫຍາຍຂໍ້ຕົກລົງດັ່ງກ່າວ ມາເປັນຂໍ້ຕົກລົງເລກທີ 63/ຄຈກຊ ລົງວັນທີ 22/10/2025 ວ່າດ້ວຍການແຕ່ງຕັ້ງອະນຸກຳມະການຊ່ວຍວຽກ, ກໍາມະການພິທີການຮັບຕ້ອນແຂກໃນງານມະຫະກຳກິລາແຫ່ງຊາດໃນຄັ້ງນີ້. ຜ່ານການຈັດຕັ້ງປະຕິບັດນັບຕັ້ງແຕ່ໄດ້ແຕ່ງຕັ້ງ ອະ ນຸກໍາມະການ, ກໍາມະການຕ່າງໆ ໂດຍສົມທົບກັບກຳມະການ ທັງ 10 ກຳມະການໂດຍໄດ້ສຳເລັດໃນການລົງກວດກາສະຖານທີ່ ທີ່ຈະຈັດເປັນບ່ອນນັ່ງຮັບຕ້ອນແຂກ ໂດຍສະເພາະແມ່ນແຂກການນໍາຂັ້ນສູງລະດັບຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ບັນດາແຂວງ, ກະຊວງ, ອົງການ. ພ້ອມນີ້, ຍັງໄດ້ສໍາເລັດໃນການຮ່າງບັດເຊີນ ທີ່ຈະເຊີນແຂກແຕ່ລະລະດັບ, ສໍາເລັດໃນການຊ່ວຍຮັບຕ້ອນດ້ານພິທີການ ໃນການແທ່ທວນໄຟສັກສິດໃນແຕ່ລະເມືອງ ໂດຍລວມແລ້ວວຽກພິທີການໃນການຮັບຕ້ອນແຂກ ກ່ຽວກັບວຽກການຈັດບ່ອນນັ່ງອ້ອມຮອບສະໜາມກິລາຫລັກ 16 ແມ່ນໄດ້ສໍາເລັດໃນການຈັດເປັນໂຊນຕ່າງໆ ໂດຍສະເພາະໂຊນການນໍາ ມີ 600 ກວ່າບ່ອນນັ່ງ, ລວມໝົດສະໜາມມີທັງໝົດ 20 ພັນກວ່າບ່ອນນັ່ງ, ສາມາດຮອງຮັບແຂກ ແລະ ມວນຊົນຕ່າງໆ ທີ່ຈະມາເຂົ້າຮ່ວມໃນງານຄັ້ງນີ້. ພ້ອມກັນນີ້ ການຂຶ້ນແຜນງົບປະມານ, ຂຶ້ນແຜນບຸກຄະລາກອນໃນການຈັດວາງເຮັດວຽກຕ່າງໆ, ລວມທັງອາສາສະໝັກຕ່າງໆທີ່ຈະມາຊ່ວຍວຽກ ກໍເຫັນວ່າເຮັດສຳເລັດຫລາຍກວ່າ 90% ແລະ ຈະຕ້ອງສືບຕໍ່ປະຕິບັດໃຫ້ສຳເລັດຕາມຄາດໝາຍເພື່ອກຽມຄວາມພ້ອມໃຫ້ພິທີຊ້ອມເປີດ ແລະ ພິທີເປີດ ທີ່ຈະຈັດຂຶ້ນໃນໄວໆນີ້;
ໂອກາດນີ້, ທ່ານ ນາງ ຫລຽນຄໍາ ວິລະພັນ ໄດ້ຕາງໜ້າໃຫ້ພິທີການຮັບຕ້ອນແຂກ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຮຽກຮ້ອງມາຍັງມວນຊົນຊາວນະຄອນຫລວງວຽງຈັນ ຈົ່ງເປັນເຈົ້າພາບທີ່ດີຮ່ວມກັນ ປະກອບສ່ວນ ໃຫ້ນະຄອນຫລວງວຽງຈັນ ໃຫ້ມີຄວາມສະຫງົບ, ປອດໄພ, ສະອາດ, ໜ້າຢູ່, ມີຄວາມສາມັກຄີ ຮັກສາໄດ້ຮີດຄອງປະເພນີອັນດີງານຂອງຊາດ ກໍຄື ນະຄອນຫລວງວຽງຈັນ.

