ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ຈະຈັດຂຶ້ນ ໃນວັນທີ 19 ພະຈິກ 2025 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະ ນາທີ່ມີປະສິດທິຜົນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດ ທະນາຢ່າງໝັ້ນທ່ຽງ, ມີສະຖຽນລະພາບ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ”.
ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທັງເປັນຮອງປະທານ, ຜູ້ປະຈຳ ການ ຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ໄດ້ຕາງໜ້າໃຫ້ລັດຖະບານ ຖະແຫລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 28 ຕຸລາ 2025 ຜ່ານມາ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ໃນການຈັດກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ໂດຍທ່ານໄດ້ແຈ້ງໃຫ້ຊາບວ່າ: ກອງປະຊຸມໂຕະມົນ ລະດັບສູງ ໃນຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທີ່ສຸດ ເນື່ອງຈາກເປັນປີທີ່ພວກເຮົາຈະໄດ້ທົບທວນ ແລະ ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ກຽມພ້ອມເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ລວມທັງເປັນເວທີແຫ່ງການປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດບັນດາຍຸດທະສາດ, ແຜນປະຕິບັດງານ, ມະຕິຄໍາສັ່ງຂອງ ລັດຖະບານ ແລະ ສິ່ງທ້າທາຍຕ່າງໆ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂ ແນໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນ ແລະ ສິ່ງສໍາຄັນອີກປະການໜຶ່ງ ກໍຄື ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026.
ໃນກອງປະຊຸມໂຕະມົນ ຄັ້ງນີ້, ຖືເປັນກາລະໂອກາດ ທີ່ມີຄວາມໝາຍຄວາມສໍາຄັນທີ່ສຸດຂອງ ລັດຖະບານ, ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (INGOs), ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນທັງພາຍໃນ ແລະ ຕ່າງປະ ເທດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ໃນການປຶກສາຫາລື ກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ໂດຍສະເພາະການແລກປ່ຽນກ່ຽວກັບຄວາມຕ້ອງການ ໃນການເພີ່ມທະວີການເປັນຄູ່ຮ່ວມ ເພື່ອການພັດທະນາທີ່ມີປະສິດທິຜົນ ໃນໄລຍະການຟື້ນຟູເສດຖະກິດຂອງ ສປປ ລາວ ໃຫ້ຍືນຍົງ, ໝັ້ນທ່ຽງ, ມີສະຖຽນລະພາບສູງ ຊຶ່ງລັດຖະບານ ແຫ່ງ ສປປ ລາວ ຈະເຊື້ອເຊີນຜູ້ແທນກອງປະຊຸມເຂົ້າຮ່ວມຫລາຍກວ່າ 500 ທ່ານ. ໃນນັ້ນ, ປະກອບມີ: ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງ ການ, ອົງການທຽບເທົ່າກະຊວງ ລວມທັງ 17 ແຂວງ ແລະ ນະຄອນຫລວງວຽງຈັນ, ບັນດາຜູ້ແທນລະດັບສູງ ຈາກປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທັງທີ່ມີສໍານັກງານ, ອົງການຕັ້ງຢູ່ ແລະ ບໍ່ໄດ້ຕັ້ງຢູ່ ສປປ ລາວ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ສະມາຄົມບໍ່ຫວັງຜົນກຳໄລ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນ ເຂົ້າຮ່ວມ.
ພ້ອມນີ້, ກອງປະຊຸມໂຕະມົນ ດັ່ງກ່າວ, ຍັງຈະມີພິທີເຊັນລົງນາມຮັບຮອງເອົາ ຖະແຫລງການວຽງຈັນ ສະບັບທີ III ປີ 2026-2035 ຢ່າງເປັນທາງການ ແລະ ນໍາສະເໜີຫົວຂໍ້ທີ່ມີຄວາມໝາຍຄວາມສໍາຄັນ ໃນການພັດທະນາ ສປປ ລາວ ເປັນຕົ້ນ ນໍາສະເໜີກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ນໍາສະເໜີ ຄວາມຄືບໜ້າການກະ ກຽມຄວາມພ້ອມຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນ ດໍາເນີນງານ ໂດຮາ ສໍາລັບປະເທດດ້ອຍພັດທະນາ ຂອງ ສປປ ລາວ; ນໍາສະເໜີ ຄວາມຄືບໜ້າໃນການຮ່ວມມື ເພື່ອການພັດທະນາ(ການເຂົ້າຮ່ວມຕິດຕາມປະສິດທິຜົນຂອງການຮ່ວມມື ເພື່ອການພັດທະນາ ໃນລະດັບສາກົນ ຄັ້ງທີ IV) ແລະ ຖະແຫລງການວຽງຈັນ ສະບັບທີ III ປີ 2026-2035.
ນອກນັ້ນ, ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV, ຍັງຈະໄດ້ຮັບຟັງການລາຍງານຜົນການປຶກສາຫາລື ໃນເວທີສົນທະນາລະດັບສູງ ພາຍໃຕ້ຫົວຂໍ້: “ພາຍຫລັງການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ (LDC), ການເປີດກວ້າງຄວາມມຸ່ງມາດປາຖະໜາໃໝ່ ໃນການພັດທະນາ-ການເຕີບໂຕ, ການເສີມສ້າງວຽກເຮັດງານທໍາ ແລະ ເຕັກໂນໂລຊີ”. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ຍັງຈະໄດ້ ຊົມງານວາງສະແດງຜົນສໍາເລັດ ແລະ ຜະລິດຕະພັນຕ່າງໆ ທີ່ໄດ້ມາຈາກການຮ່ວມມືເພື່ອການພັດທະ ນາ ຂອງ 10 ໜ່ວຍງານ-ຂະແໜງການ. ທັງນີ້, ກໍເພື່ອເປັນການຂໍ່ານັບ ຮັບຕ້ອນກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ XIV ແລະ ນໍາສະເໜີຜົນງານການປະກອບສ່ວນໃນການພັດທະນາ ສປປ ລາວ ໃນໄລຍະ 5 ປີຜ່ານມາ ຕື່ມອີກ.
ຂ່າວ: ທະນູທອງ

