Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສ ເກົາຫລີ ຫາລືການພົວພັນຮ່ວມມືສອງຝ່າຍ

ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສ ເກົາຫລີ ຫາລືການພົວພັນຮ່ວມມືສອງຝ່າຍ

0
4

ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ໃນວັນທີ 27 ຕຸລາ 2025, ໃນໂອກາດຕິດຕາມ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດປິ່ນອ້ອມທີ່ກ່ຽວຂ້ອງ, ທີ່ກົວລາລໍາເປີ ປະເທດມາເລເຊຍ.

ໃນໂອກາດນີ້, ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັນໃນຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດນັບຕັ້ງແຕ່ດໍາລົງຕໍາແໜ່ງ ເປັນລັດຖະມົນຕີກະຊວງການຕ່າງປະເທດ. ສອງຝ່າຍ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະຜ່ານມາ, ພິເສດໃນປີ 2025 ນີ້ ແມ່ນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ, ຊຶ່ງສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ ການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ ລວມທັງສືບຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້, ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອຂອງ ສ ເກົາຫລີ ໃນດ້ານຕ່າງໆໃນຊຸມປີຜ່ານມາ, ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການຊ່ວຍເຫລືອເພື່ອການພັດທະນາ (ODA) ເຂົ້າໃນໂຄງການສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕາຝັ່ງເຈື່ອນ, ໂຄງການເກັບກູ້ລະເບີດບໍ່ທັນແຕກ, ການຊ່ວຍເຫລືອດ້ານສາທາລະນະສຸກ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ກໍໄດ້ຊົມເຊີຍການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ຊຶ່ງສືບຕໍ່ຂະຫຍາຍຕົວໃນລະດັບສູງ ແລະ ກວມເອົາຫລາຍຂົງເຂດວຽກງານ ເປັນຕົ້ນ ໃນຂະແໜງພະລັງງານສະອາດ, ການກໍ່ສ້າງ, ການບໍລິການ, ກະສິກໍາ ແລະ ອື່ນໆ. ດ້ານການທ່ອງທ່ຽວ ເຫັນວ່ານັກທ່ອງທ່ຽວຂອງ ສ ເກົາຫລີ ເດີນທາງມາທ່ອງທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ຊຶ່ງເປັນການຊຸກຍູ້ການໄປ-ມາຫາສູ່ ລະຫວ່າງປະຊາຊົນສອງຊາດ ນັບມື້ນັບຫລາຍຂຶ້ນ.

ນອກຈາກນີ້, ສອງຝ່າຍ ເຫັນດີຈະສືບຕໍ່ຊຸກຍູ້ສົ່ງເສີມ ການຮ່ວມມືໃຫ້ກວ້າງຂວາງອອກຕື່ມ ໂດຍສະເພາະ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ດ້ານພະລັງງານສະອາດ, ການພັດທະນາພື້ນຖານໂຄງລ່າງ ແລະ ການເຊື່ອມໂຍງເຊື່ອມຈອດ, ການບໍລິຫານ ແລະ ການທ່ອງທ່ຽວ. ພ້ອມນີ້, ສອງຝ່າຍ ເຫັນດີສືບຕໍ່ຕິດຕາມ ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ເພື່ອປາບປາມການສໍ້ໂກງທາງອອນລາຍ, ຊຶ່ງຍັງເປັນໄພຄຸກຄາມ ແລະ ສ້າງຄວາມເສຍຫາຍທາງດ້ານຊັບສິນຢ່າງຫລວງຫລາຍ ໃຫ້ແກ່ປະຊາຊົນໃນຫລາຍປະເທດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຕື່ມອີກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here