ວັນທີ 20 ຕຸລານີ້ ກອງປະຊຸມລັດຖະມົນຕີການຕ່າງປະເທດ ສະຫະພາບເອີຣົບໄດ້ຈັດຂຶ້ນຢູ່ລຸກຊຳບວກ. ກ່ອນຈັດກອງປະຊຸມດັ່ງກ່າວ, ທ່ານນາງຄາຢາ ຄາລາສ ຜູ້ຕາງໜ້າລະດັບສູງດ້ານນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງສະຫະພາບເອີຣົບກ່າວຕໍ່ຊື່ມວນຊົນວ່າ: ສະຫະພາບເອີລົບບໍ່ພໍໃຈຕໍ່ອາເມຣິກາ ກັບ ຣັດເຊຍຈັດການເຈລະຈາຢູ່ບູດາເປສ ນະຄອນຫຼວງຮົງກາຣີ. ທ່ານນາງຄາລາສກ່າວວ່າ: ການກະທຳແບບນີ້ “ບໍ່ດີປານໃດ”, “ບໍ່ຢາກເຊື່ອ” ເລື່ອງທີ່ເຊື້ອເຊີນຜູ້ນຳຣັດເຊຍໄປເອີລົບ. ທ່ານນາງຄາລາສເຫັນວ່າ: ການເຈລະຈາຄັ້ງນີ້ຈະເກີດຜົນໄດ້ຫຼືບໍ່ຍັງບໍ່ຮູ້ເທື່ອ. ພ້ອມກັນນັ້ນ, ທ່ານນາງຍັງກ່າວຕື່ມວ່າ: ສະຫະພາບເອີລົບສະໜັບສະໜູນຜູ້ນຳຣັດເຊຍ ກັບ ອູແກຣນພົບປະກັນ.
ເອີຣົບບໍ່ພໍໃຈຕໍ່ອາເມຣິກາ ກັບ ຣັດເຊຍຈັດການເຈລະຈາຢູ່ບູດາເປສ
RELATED ARTICLES