ວັນທີ 21 ຕຸລານີ້,ທ່ານກົ່ວເຈ່ຍຄູ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍມີນັກຂ່າວຕັ້ງຄຳຖາມກ່ຽວກັບການເຈລະຈາດ້ານເສດຖະກິດການຄ້າລະຫວ່າງຈີນ ກັບ ອາເມຣິກາ.
ທ່ານກົ່ວເຈ່ຍຄູ່ນຕອບວ່າ:ຫຼັກໝັ້ນຂອງຈີນໃນການແກ້ໄຂບັນຫາເສດຖະກິດການຄ້າລະຫວ່າງຈີນ ກັບ ອາເມຣິກາແມ່ນສະເໝີຕົ້ນສະເໝີປາຍແລະ ໜັກແໜ້ນ ຕະຫຼອດມາເຫັນວ່າ ສົງຄາມພາສີ ແລະ ສົງຄາມການຄ້າບໍໍ່ສອດຄ່ອງກັບຜົນປະໂຫຍດຂອງຝ່າຍໃດໆ,ສອງປະເທດຄວນຫາລືແກ້ໄຂບັນຫາທີ່ກ່ຽວຂ້ອງບົນພື້ນຖານມີຄວາມສະເໝີພາບ,ເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.