Home ຂ່າວຕ່າງປະເທດ ມາເລເຊຍ-ຫວຽດນາມ-ສິງກະໂປ ເຊັນສັນຍາໂຄງການຜະລິດໄຟຟ້າ ພະລັງງານລົມ

ມາເລເຊຍ-ຫວຽດນາມ-ສິງກະໂປ ເຊັນສັນຍາໂຄງການຜະລິດໄຟຟ້າ ພະລັງງານລົມ

0
5

ສຳນັກຂ່າວ ອິນໂຟເຄວສ ລາຍງານ ເມື່ອ ວັນທີ 22 ຕຸລາ, ໂຄງການ ຜະລິດໄຟຟ້າ ພະລັງງານລົມແຄມຝັ່ງ ຂະໜາດ 2.000 ເມກາວັດ ທີ່ເຊື່ອມຕໍ່ ລະຫວ່າງ ຫວຽດນາມ, ມາເລເຊຍ ແລະ ສິງກະໂປ ຄາດວ່າ: ໄລຍະທຳອິດ ຈະສຳເລັດໃນປີ 2034 ແລະ ເມື່ອສຳເລັດ ຈະມີໄຟຟ້າ 700 ເມກາວັດ ສຳລັບ ໃຊ້ງານ ຢູ່ໃນມາເລເຊຍ, ສ່ວນອີກ 1.300 ເມກາວັດ ຈະສົ່ງອອກໄປຍັງ ສິງກະໂປ.

ທ່ານ ຟາຄິລລະ ຢູຊົຟ ລັດຖະມົນຕີ ກະຊວງ ພະລັງງານ ຂອງ ມາເລເຊຍ ເປີດເຜີຍວ່າ: ສຳລັບ ໄລຍະທີ 2 ຂອງໂຄງການ ຈະເປັນການຂະຫຍາຍ ສາຍສົ່ງໄຟຟ້າ ຈາກ ຫວຽດນາມ ໄປຍັງ ແຫລມມະຫາສະໝຸດ ມາເລເຊຍ ຜ່ານເສັ້ນທາງບົກ ໂດຍຜ່ານ ກຳປູເຈຍ ລາວ ແລະ ໄທ. ການດຳເນີນການ ໂຄງການໄລຍະ 2 ນັ້ນ ຈະຂຶ້ນ ຢູ່ກັບ ຄວາມຕ້ອງການ ຂອງ ພະລັງງານ ແລະ ການປະເມີນ ທາງເສດຖະກິດ ຫລັງຈາກທີ່ໄລຍະທຳອິດ ສຳເລັດຢ່າງສົມບູນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here