Friday, October 24, 2025
Homeບຸນປະເພນີບຸນພະທາດຫລວງ ປີນີ້ຈະຈັດຂຶ້ນ 1-5 ພະຈິກ ຕິດພັນກັບການຮັກສາຮີດຄອງປະເພນີ

ບຸນພະທາດຫລວງ ປີນີ້ຈະຈັດຂຶ້ນ 1-5 ພະຈິກ ຕິດພັນກັບການຮັກສາຮີດຄອງປະເພນີ

ບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ຈະຈັດຂຶ້ນ ໃນລະຫວ່າງວັນທີ 1-5 ພະຈິກ 2025 ທີ່ຈະມາເຖິງນີ້ ໂດຍຈະຈັດໃຫ້ມີຫລາຍກິດຈະກຳ ທີ່ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດລາວເຮົາ.

ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ຖະແຫລງຂ່າວກ່ຽວກັບການຈັດງານດັ່ງກ່າວໃນວັນທີ 21 ຕຸລາ 2025 ນີ້ວ່າ: ບຸນນະມັດສະການພະທາດຫລວງວຽງຈັນປີນີ້, ຈະຈັດຂຶ້ນ ເປັນເວລາ 5 ວັນ ເລີ່ມແຕ່ວັນທີ 1-5 ພະຈິກ 2025, ໃນວັນທີ 1 ພະຈິກ, ເວລາ 16:30 ໂມງ ເປັນຕົ້ນໄປ, ເປັນມື້ເລີ່ມງານ, ວັນທີ 2 ພະຈິກ, ເວລາ 16:30 ໂມງ ສືບຕໍ່ຄົບງັນຕາມປະເພນີ, ວັນທີ 3 ພະຈິກ ເວລາ 16:30 ໂມງ ຈະມີພິທີສູດປະລິຕະມຸງຄຸນ ທີ່ພະທາດຫລວງ, ວັນທີ 4 ພະຈິກ ເວລາ 13:30 ໂມງ ຈະມີພິທີແຫ່ຜາສາດເຜິ້ງ ແລະ ໃນວັນທີ 5 ພະຈິກ ເວລາ 7:00 ໂມງ ຈະມີພິທີໃສ່ບາດຖວາຍສັງຄະທານ, ຮອດເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານຕີຄີ. ຫລັງຈາກນັ້ນ, ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟ ສັກກະລະບູຊາອົງພະທາດ.

ບຸນນະມັດສະການພະທາດຫລວງວຽງຈັນ ໃນປີນີ້, ຈະຈັດໃຫ້ມີຫລາຍກິດຈະກຳ ໂດຍສະເພາະ ກິດຈະກຳອະນຸລັກວັດທະນະທຳອັນດີງາມ, ສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ໂດຍຈະຕົບແຕ່ງປະຕູໂຂງທາງເຂົ້າງານ ດ້ວຍເຄື່ອງດົນຕີມໍຣະດົກວັດທະນະທໍາອັນຍອດຍິ່ງ ຂອງຊາດ ກໍຄື ນະຄອນຫລວງວຽງຈັນ ດ້ວຍແຄນ, ກອງຫາງ, ກອງທັດ, ປະດັບປະດາໄຟແສງສີ ຕາມເສັ້ນທາງດ້ານໜ້າປະຕູໂຂງເຂົ້າງານ; ເສັ້ນທາງເຂົ້າສະພາແຫ່ງຊາດ ຈະຕົບແຕ່ງເປັນບ່ອນຮອງຮັບມວນຊົນພັກຜ່ອນ ຈະປະດັບປະດາດອກໄຟ, ໂຄມໄຟ ແລະ ມີຈຸດຖ່າຍຮູບທີ່ສວຍງາມ. ພ້ອມນີ້, ຍັງຈະຈັດເວທີການສະແດງສິລະປະວັດທະນະ ທຳ ທີ່ສ່ອງແສງໃຫ້ເຫັນຄຸນຄ່າວັດທະນະທຳອັນດີງາມ ເປັນຄວາມເອກອ້າງ ຂອງຊາດລາວ, ຊາວນະຄອນຫລວງວຽງຈັນ ຄົບຮອບ 465 ປີ ຊຶ່ງຈະມີລາຍການສະແດງ ຈາກພາກສ່ວນຕ່າງໆ ທຸກໆວັນ ແຕ່ເວລາ 20:00-22:30 ໂມງ. ພ້ອມນີ້, ຍັງຈະວາງສະແດງຮູບພາບປະຫວັດສາດ ເພື່ອຂ່ຳນັບຮັບຕ້ອນ ນະຄອນຫລວງວຽງຈັນ ຄົບຮອບ 465 ປີ ຕິດພັບກັບບຸນນະມັດສະການພະທາດຫລວງ ແລະ 3 ວັນປະຫວັດສາດ; ວາງສະແດງພາຂວັນລາວ ດ້ວຍດອກໄມ້ສົດ 3 ພາກ ຄື: ພາກເໜືອ-ກາງ-ໃຕ້, ຕົບແຕ່ງ ແລະ ວາງສະແດງໄມ້ຄີ-ລູກຄີ, ແອບເຂົ້າໃຫຍ່ ແລະ ນົກຍຸງ (ສັດນໍາໂຊກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII), ພ້ອມທັງ ຈະສາຍຮູບເງົາ ສິລະປະວັດທະນະທຳ, ຮູບເງົາປະຫວັດ ສາດ ແລະ ມີກິດຈະກຳຕີມວຍ ເພື່ອກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຢູ່ເດີ່ນທາດຫລວງ.

ພ້ອມນີ້, ຍັງຈະຈັດງານວາງສະແດງສິນຄ້າ ແລະ ຜະລິດຕະພັນ ຕົວແບບ ຢູ່ເດີ່ນທາດຫລວງ ເປັນຕົ້ນ

ງານວາງສະແດງການທ່ອງທ່ຽວ, ນະວັດຕະກຳໃໝ່, ສິນຄ້າໂອດັອບ, ສິນຄ້າຄອບຄົວຕົວແບບ, ສິນຄ້າຜະລິດຕະ ພັນພາຍໃນ ແລະ ວາງສະແດງສິນຄ້າ ຈາກປະເທດເພື່ອນມິດ. ຄາດຄະເນ ມີຫ້ອງວາງສະແດງທັງໝົດ 1.100 ຫ້ອງ. ນອກນີ້, ຍັງມີ ປະເພດສິນຄ້າພື້ນເມືອງ, ອາຫານພື້ນເມືອງ, ເຂົ້າຫລາມ-ປີ້ງໄກ່, ຕົ້ມໄກ່ ແລະ ອື່ນໆ. ສ່ວນຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ມີ 200 ຫ້ອງວາງສະແດງ, ລວມທັງໝົດ ປະມານ 2.370 ຫ້ອງວາງສະແດງ.

ບຸນນະມັດສະການພະທາດຫລວງວຽງຈັນ ຈັດຂຶ້ນເພື່ອເຕົ້າໂຮມຄວາມສາມັກຄີປວງຊົນລາວທັງຊາດ, ເພື່ອໃຫ້ໝົດທຸກຄົນພາຍໃນຊາດ ໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ທີ່ມີມູນເຊື້ອດຸໝັ່ນ, ມີຫົວຄິດປະດິດສ້າງ ແລະ ສືບຕໍ່ອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງມໍລະດົກວັດທະນະທໍາອັນຍອດຍິ່ງ ໃຫ້ຄົງຢູ່ ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫລວງວຽງຈັນ ກໍຄື ຊາວພຸດ ຕະຫລອດໄປ. ທັງເປັນການສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະ ນະຄອນຫລວງວຽງຈັນ ຄົບຮອບ 465 ປີ, ພ້ອມນີ້ ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ຕາມທິດ ສີຂຽວ ແລະ ຍືນຍົງ. ຖືເອົາໂອກາດບຸນນະມັດສະການພະທາດຫລວງ ເປັນການເຕົ້າໂຮມຄວາມສາມັກຄີຮັກແພງອັນເປັນ ມູນເຊື້ອ, ຄວາມກະຕັນຍູ-ຮູ້ບຸນຄຸນ ຕໍ່ບັນພະບຸລຸດ-ຕໍ່ຜູ້ນຳພາປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ພ້ອມທັງສ້າງສີສັນບັນຍາກາດໃຫ້ຟົດຟື້ນ, ຮັກສາໄດ້ມູນເຊື້ອວັດທະນະທຳອັນດີງາມ, ຮັບປະກັນຄວາມສະຫງົບປອດໄພຮອບດ້ານ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດ ປາສະຈາກ ຂີ້ເຫຍື້ອ ໃນຂອບເຂດການຈັດງານບຸນປະເພນີ ເປັນຕົ້ນ ບໍລິເວນເດີ່ນພະທາດຫລວງ, ເດີ່ນສະໜາມຫລວງ, ບ້ານອ້ອມຂ້າງ ແລະ ສະຖານທີ່ສາທາລະນະຕ່າງໆ.

ຢ່າງໃດກໍຕາມ, ບຸນນະມັດສະການພະທາດຫລວງວຽງຈັນ ໃນປີນີ້, ຄະນະຮັບຜິດຊອບຈັດງານໄດ້ອອກຂໍ້ຫ້າມຕ່າງໆ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຮັກສາໄດ້ຄວາມສະຫງົບປອດໄພ ໂດຍສະເພາະ ບໍ່ອະນຸຍາດໃຫ້ມີ ຊັດປຸມເປົ້າ, ຄ້ອງຄໍເປັດ ແລະ ສາວນ້ອຍຕົກນ້ຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments