Home ແຈ້ງການສໍາຄັນ ພະຍາກອນອາກາດ ປະຈຳວັນທີ 22 ຕຸລາ 2025

ພະຍາກອນອາກາດ ປະຈຳວັນທີ 22 ຕຸລາ 2025

0

ພາຍຸໝູນເຂດຮ້ອນເຟີງເຊິນ (FENGSHEN) ຍັງຈະສືບຕໍ່ເຄື່ອນທີ່ໄປທາງທິດຕາເວັນຕົກສ່ຽງໃຕ້ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ, ຄາດວ່າ ພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ໄປໃກ້ແຄມຝັ່ງຂອງເກາະໄຮນານ ໃນວັນທີ 22-23 ຕຸລາ. ຈາກນັ້ນຈະສືບຕໍ່ເຄື່ອນທີ່ໄປໃກ້ແຄມຝັ່ງທາງພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ, ເຊິ່ງພາຍຸຫົວນີ້ຈະສົ່ງຜົນກະທົບຕໍ່ກັບພາກກາງ ແລະ ພາກໃຕ້ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ເຂດພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ດິນເຈື່ອນ, ນ້ຳຖ້ວມອັ່ງໃນຕົວເມືອງ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version