ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 20 ຕຸລານີ້, ທ່ານ ເກີງສວາງ ຮອງຜູ້ຕາງໜ້າຖາວອນຈີນ ປະຈຳອົງການສະຫະປະຊາຊາດ (ສປຊ) ກ່າວວ່າ: ພາຍໃຕ້ສະຖານະການສາກົນ ທີ່ມີການປ່ຽນແປງ ແລະ ສັບສົນປະສົມປະສານກັນ, ປະຊາຄົມໂລກ ຍິ່ງຕ້ອງປົກປັກຮັກສາລະບົບສາກົນ ທີ່ຖືເອົາອົງການສະຫະປະຊາຊາດເປັນແກນກາງ, ລະບຽບສາກົນທີ່ຖືເອົາກົດໝາຍສາກົນ ເປັນພື້ນຖານ, ຫລັກການພື້ນຖານຂອງການພົວພັນສາກົນ ທີ່ຖືເອົາຈຸດປະສົງ ແລະ ຫລັກການ ຂອງກົດບັດອົງການສະຫະປະຊາຊາດເປັນພື້ນຖານ. ທ່ານ ເກີງສວາງ ກ່າວຕື່ມວ່າ: ສປ ຈີນ ຍິນດີຖືເອົາຂໍ້ລິເລີ່ມການບໍລິຫານທົ່ວໂລກ ເປັນທິດທາງຊີ້ນຳ, ຊຸກຍູ້ການສ້າງລະບົບບໍລິຫານທົ່ວໂລກທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ, ຮ່ວມກັນກ້າວເຂົ້າສູ່ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ