Home ຂ່າວຕ່າງປະເທດ ສປ ຈີນ ຮຽກຮ້ອງໃຫ້ຮັກສາລະບົບສາກົນ ທີ່ຖືເອົາ ສປຊ ເປັນແກນກາງ

ສປ ຈີນ ຮຽກຮ້ອງໃຫ້ຮັກສາລະບົບສາກົນ ທີ່ຖືເອົາ ສປຊ ເປັນແກນກາງ

0

ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 20 ຕຸ​ລາ​ນີ້, ທ່ານ ເກີງ​ສວາງ ຮອງ​ຜູ້​ຕາງ​ໜ້າຖາ​ວອນ​ຈີນ ​ປະ​ຈຳ​ອົງ​ການສະ​ຫະປະ​ຊາ​ຊາດ (ສປຊ) ກ່າວ​ວ່າ: ພາຍ​ໃຕ້​ສະ​ຖາ​ນະ​ການສາ​ກົນ ທີ່​ມີ​ການ​ປ່ຽນ​ແປງ ແລະ ​​ສັບ​ສົນປະ​ສົມປະ​ສານ​ກັນ, ປະ​ຊາ​ຄົມ​ໂລກ ​ຍິ່ງ​ຕ້ອງ​ປົກ​ປັກ​ຮັກ​ສາ​ລະ​ບົບ​ສາ​ກົນ ທີ່​ຖື​ເອົາ​ອົງ​ການ​ສະ​ຫະປະ​ຊາ​ຊາດເປັນ​ແກນ​ກາງ, ​ລະ​ບຽບ​ສາ​ກົນທີ່ຖື​ເອົາ​ກົດ​ໝາຍ​ສາ​ກົນ ​ເປັນ​ພື້ນ​ຖານ, ຫລັກ​ການ​ພື້ນ​ຖານຂອງ​ການ​ພົວ​ພັນສາ​ກົນ ​ທີ່​ຖື​ເອົາ​ຈຸດ​ປະ​ສົງ ແລະ ຫລັກ​ການ ​ຂອງ​ກົດ​ບັດອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ພື້ນ​ຖານ. ທ່ານ ເກີງ​ສວາງ ກ່າ​ວ​ຕື່ມ​ວ່າ: ສປ ຈີນ​ ຍິນ​ດີ​ຖື​ເອົາ​ຂໍ້​ລິ​ເລີ່ມ​ກາ​ນ​ບໍ​ລິ​ຫານ​ທົ່ວ​ໂລກ ​ເປັນ​ທິດ​ທາງ​ຊີ້​ນຳ, ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ບໍ​ລິ​ຫານ​ທົ່ວ​ໂລກທີ່​ຍຸ​ຕິ​ທຳ ແລະ ​ສົມ​ເຫດສົມ​ຜົນກວ່າ​ເກົ່າ, ຮ່ວມ​ກັນ​ກ້າວ​ເຂົ້າ​ສູ່​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳຂອງ​ມວນ​ມະ​ນຸດ​.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version