Home ຂ່າວໜ້າໜຶ່ງ ສະແດງທົດລອງ ຄັ້ງທີ 3 ການສວນສະໜາມສະຫລອງ 50 ປີ ວັນສະຖາປະນາ ສປປ ລາວ

ສະແດງທົດລອງ ຄັ້ງທີ 3 ການສວນສະໜາມສະຫລອງ 50 ປີ ວັນສະຖາປະນາ ສປປ ລາວ

0

ພິທີສະແດງທົດລອງ ຄັ້ງທີ 3 ການສວນສະໜາມສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 20 ຕຸລາ 2025 ຢູ່ວິທະຍາຄານນາຍທະຫານບົກ ກົມມະດຳ ໂດຍມີ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫລົ່າຮົບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກ ການກະກຽມດ້ານເນື້ອໃນ, ກໍາລັງພົນເຂົ້າຮ່ວມ, ອຸປະກອນ, ວິທີການ, ວາລະດໍາເນີນການຈັດງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມ ສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບ ໃນນາມຄະນະຊີ້ນໍາກ້ອນສວນສະໜາມ ໄດ້ປະສານສົມທົບກັບບັນດາອົງການ, ກະຊວງ ແລະ ກົມກອງກຳລັງຫລວງ, ກຳລັງທ້ອງຖິ່ນ ສ້າງແຜນການຈັດຕັ້ງສະແດງທົດລອງ ຄັ້ງທີ 3 ການເດີນຂະບວນສວນສະໜາມ ສະເຫລີມສະຫລອງວັນສໍາຄັນດັ່ງກ່າວ ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກ ອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະ 50 ປີ ຕໍ່ແຂກພາຍໃນ ແລະ ຕ່າງປະເທດ, ພ້ອມທັງຖືເອົາໂອກາດນີ້ ເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດຊີ້ນໍາ ຂອງພັກວາງອອກ ໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການຫັດແອບ, ຜ່ານການຕິດຕາມປຽບທຽບໃສ່ກັບ ຄັ້ງທີ 1 ແລະ ຄັ້ງທີ 2 ເຫັນວ່າດີຂຶ້ນຫລາຍກວ່າເກົ່າ ມີການພັດທະນາຫລາຍຮູບການຫັດແອບ ໂດຍສະເພາະແມ່ນການຈັດຮູບແຖວ, ຈັງຫວະຕ່າງໆ, ຍັງມີບາງບັນຫາຍັງບໍ່ທັນໄດ້ດີປານໃດ, ໄລຍະຫ່າງແຕ່ລະຈຸໃຫ້ສະເໝີກັນ, ເອົາໃຈໃສ່ຈັງຫວະບຸກຄົນ, ລວມໝູ່, ຕ້ອງກໍານົດຈຸດຢືນແຕ່ລະຈຸໃຫ້ລະອຽດ, ພ້ອມທັງເນັ້ນໃຫ້ ຄະ ນະກົມກອງ, ຫົວໜ້າກ້ອນກຳລັງ ແລະ ພະນັກງານ-ນັກຮົບ ເອົາໃຈໃສ່ຈັດຕັ້ງຫັດແອບຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້ບັນລຸຕາມແຜນການ.

ຈາກນັ້ນ, ບັນດາຄະນະນຳແຕ່ລະກ້ອນກຳລັງ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເອກະພາບກັນທາງດ້ານເນື້ອໃນ, ຮູບແບບການຫັດແອບ, ບັນດາຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ, ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂໃຫ້ມີປະສິດທິພາບດີຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version