Friday, October 24, 2025
Homeຂ່າວການເມືອງຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV

ໃນລະຫວ່າງວັນທີ 16-19 ຕຸລາ 2025 ຜ່ານມາ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ ເຂົ້າຮ່ວມກອງປະຊຸມສະພາວັດທະນະທຳອາຊີ ຄັ້ງທີ IV ໃນຂອບອົງການກອງປະຊຸມສາກົນຂອງບັນ ດາພັກການເມືອງໃນອາຊີ ພາຍໃຕ້ຫົວຂໍ້ “ຈາກຄວາມຫລາກຫລາຍຂອງບັນດາຊາດ ສູ່ຄວາມສາມັກຄີຂອງປະຊາຄົມໂລກ: ບົດບາດຂອງວັດທະນະທໍາໃນລະບຽບໂລກໃໝ່” ໂດຍການເປັນເຈົ້າພາບຂອງພັກອາແຊັກໄບຊານໃໝ່ ຊຶ່ງມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 16 ພັກການເມືອງ ຈາກ 14 ປະເທດໃນຂົງເຂດອາຊີ, ຕາເວັນອອກກາງ ແລະ ເອີຣົບ.

ກອງປະຊຸມສະພາວັດທະນະທໍາອາຊີ ແມ່ນກົນໄກໜຶ່ງ ຂອງອົງການໄອແຄັບ (ICAPP) ທີ່ໄດ້ເຕົ້າໂຮມເອົາບັນດາພັກການເມືອງສະມາຊິກ ເພື່ອຄົ້ນຄວ້າ, ແລກປ່ຽນ ແລະ ປຶກສາຫາລືກັນ ກ່ຽວກັບ ການແລກປ່ຽນວັດທະນະທໍາ ແລະ ການຮ່ວມມື ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມສາມັກຄີກັນ ລະຫວ່າງ ປະຊາຊົນໃນອາຊີ ກໍຄື ໃນໂລກ. ກອງປະຊຸມຄັ້ງນີ້, ຍັງມີເປົ້າໝາຍເພື່ອກໍານົດ ແລະ ສົ່ງເສີມຍຸດທະສາດທີ່ເປັນຮູບປະທໍາ ເພື່ອນໍາໃຊ້ວັດທະນະທໍາເປັນຊັບພະຍາກອນ ເພື່ອການພັດທະນາທີ່ຍືນຍົງ.

ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະ ແດງຄວາມຊົມເຊີຍ ແລະ ໄດ້ຕີລາຄາສູງຕໍ່ອົງການໄອແຄັບ ທີ່ໄດ້ຈັດກອງປະຊຸມຄັ້ງນີ້ ຊຶ່ງຖືເປັນເວທີທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ, ທັງເປັນການຊຸກຍູ້ການຮ່ວມມື ແລະ ສົ່ງເສີມການສະແດງອອກເຖິງຄວາມຫລາກຫລາຍທາງດ້ານວັດທະນະທໍາ ແລະ ການອະນຸລັກມໍລະດົກ. ພັກ ປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ ໃນການເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນເອກະລັກຂອງຊາດ, ໃຫ້ວັດ ທະນະທໍາມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ; ຖືເອົາວັດທະນະທໍາ ແລະ ສິລະປະ ເປັນຮາກຖານຂອງຄວາມຍືນຍົງແຫ່ງຊາດ. ພ້ອມນັ້ນ, ກໍຍິນດີໃຫ້ການສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຮ່ວມມືຂອງອົງການດັ່ງກ່າວ ກໍຄື ໃນຂອບວຽກຂອງສະພາວັດທະນະທໍາອາຊີ ເພື່ອສົ່ງເສີມ ແລະ ພັດທະນາກົນໄກທີ່ມີປະສິດທິພາບໃນການຮ່ວມມືທາງດ້ານວັດ ທະນະນໍາ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ. ຄຽງຄູ່ກັນນັ້ນ, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ເຂົ້າຮ່ວມສັງເກດການກອງປະຊຸມຄະນະປະຈໍາໄອແຄັບ ຄັ້ງທີ 44 ທີ່ຈັດຂຶ້ນຄູ່ຂະໜານກັນ ຊຶ່ງຖືເປັນການເຂົ້າຮ່ວມເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວິໄສທັດ ແລະ ແຜນງານຂອງອົງການໄອແຄັບ ເພື່ອການປະກອບສ່ວນຢ່າງຕັ້ງໜ້າຂອງພັກ ປປ ລາວ ເຂົ້າໃນການເຄື່ອນໄຫວຕ່າງໆຂອງອົງການ ໃນຕໍ່ໜ້າ.

ກອງປະຊຸມຄັ້ງນີ້, ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປັນເອກະພາບຮັບຮອງເອົາເອ ກະສານສຸດທ້າຍຂອງກອງປະຊຸມ ເຊິ່ງມີເນື້ອໃນຍົກໃຫ້ເຫັນເຖິງຄວາມສໍາຄັນໃນການເພີ່ມທະວີຄວາມສາມັກຄີຂອງບັນດາພັກການເມືອງ ກໍຄື ການສົ່ງເສີມການຮ່ວມມືທີ່ເປັນຮູບປະທໍາ ໃນຂະແໜງການວັດທະນະທໍາ ເປັນຕົ້ນ ນະໂຍບາຍທາງດ້ານວັດທະນະທໍາ ເພື່ອການພັດທະນາແບບຍືນຍົງ ເພື່ອຍົກສູງທ່າແຮງຂອງວັດທະນະທໍາ ໃນການປະກອບສ່ວນສົ່ງເສີມການເຕີບໂຕທາງເສດຖະກິດ, ການມີສ່ວນຮ່ວມທາງສັງຄົມ ແລະ ການລົງທຶນທາງວັດທະນະທໍາ.

ຂ່າວ-ພາບ: ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments