Friday, October 24, 2025
Homeຂ່າວກິລາເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ນາງ ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 3 ຫຼຽນຄຳ ໃຫ້ແກ່ທີມນັກກິລາບ້ານເກີດເມືອງນອນ ແຂວງສະຫວັນນະເຂດ ໃນການແຂ່ງຂັນແລ່ນ-ລານງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.

ນາງ ເຈນຈິລາ ຂຸນລິວົງ ເປັນນັກຮຽນຂອງໂຮງຮຽນພອນສະຫວັນກິລາ ສະຖາບັນກິລາ-ກາຍະກຳ (ສບກ) ປັດຈຸບັນເປັນນັກສຶກສາຢູ່ ສບກ ລະບົບປະລິນຍາຕີ ສາຂາ ຄູພະລະສາຍຟິດເນັດ ຫຼື ເວດເທັນນິ້ງ ປີ 3 ໃຫ້ຮູ້ວ່າ: ຕົນເອງໄດ້ມີການເກັບຕົວຝຶກຊ້ອມຢ່າງເປັນປົກກະຕິທຸກມື້ ຊຶ່ງກໍໄດ້ມີການເຄື່ອນໄຫວຕາງໜ້າທີມຊາດລາວ ອອກໄປແຂ່ງຂັນລາຍການຕ່າງໆ ໃນປັດຈຸບັນນ້ອງໄດ້ມີການພັດທະນາດີຂຶ້ນຫຼາຍ ໂດຍສະເພາະມີສະຖິຕິດີຂຶ້ນກວ່າເກົ່າ ແລະ ມີຄວາມພ້ອມເຕັມຮ້ອຍ ປີນີ້ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຈະລົງສະໜາມແຂ່ງຂັນຢູ່ 4 ລາຍການ ຈາກປະເພດລານ 2 ລາຍການ ກໍມີ ເຕັ້ນຍາວ ແລະ ເຕັ້ນ 3 ກ້າວ ສ່ວນແລ່ນ ແມ່ນ 4×400 ແລະ 4×100 ສຳລັບເປົ້າໝາຍຂອງຕົນເອງ ກໍຫວັງຢາກຈະສ້າງຜົນງານຄັ້ງປະຫວັດສາດໃນວົງການກິລາແລ່ນ-ລານ ກໍຄື ແຂວງບ້ານເກີດໃຫ້ໄດ້ 3 ຫຼຽນຄຳ ສະນັ້ນ ເພື່ອເປັນຂວັນກຳລັງໃຈທີ່ດີ ຂໍຝາກເຖິງພໍ່ແມ່ພີ່ນ້ອງຊາວແຂວງສະຫວັນນະເຂດ ກໍຄືທົ່ວປະເທດ ສົ່ງກຳລັງໃຈມາຊົມເຊຍດ້ວຍ.

ນາງ ເຈນຈິລາ ຂຸນລິວົງ ເກີດທີ່ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ເຂົ້າໂຄຕ້າທຶນລັດຖະບານ ໄດ້ມາຮຽນທີ່ໂຮງຮຽນພອນສະຫວັນກິລາ (ສາຍສາມັນ) ຕັ້ງແຕ່ ຊັ້ນມັດທະຍົມ ຈົນເຖິງປັດຈຸບັນ ຜ່ານມາ “ເຈນ” ໄດ້ເປັນຕົວແທນຂອງແຂວງບ້ານເກີດ ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ປີ 2022 ມາແລ້ວ ຊຶ່ງເປັນຄັ້ງທຳອິດ ແລະ ສາມາດສ້າງຜົນງານຍາດໄດ້ 2 ຫຼຽນເງິນ ຈາກ 4×400 ແລະ 4×100 ສ່ວນ 1 ຫຼຽນທອງ ໄດ້ຈາກແລ່ນ 400 ແມັດຍິງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments