Friday, October 24, 2025
Homeຂ່າວພາຍໃນສໍາເລັດໂຄງການປັບປຸງຄວາມປອດໄພທາງອາກາດ ສະໜາມບິນສາກົນ ຫລວງພະບາງ

ສໍາເລັດໂຄງການປັບປຸງຄວາມປອດໄພທາງອາກາດ ສະໜາມບິນສາກົນ ຫລວງພະບາງ

ໂຄງການປັບປຸງລະບົບການປະຕິບັດງານທາງອາກາດ ຂອງສະໜາມບິນສາກົນ ຫລວງພະບາງ (ໄລຍະທີ 2) ພາຍໃຕ້ໂຄງການຊ່ວຍເຫລືອເພື່ອການພັດທະນາ (ODA) ໄດ້ສໍາເລັດຢ່າງເປັນທາງການ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການກວດກາຄວາມປອດໄພທາງອາກາດຂອງ ສປປ ລາວ ແລະ ເສີມສ້າງຄວາມສາມາດແບບຍືນຍົງໃຫ້ຂະແໜງການບິນຂອງລາວ ເພື່ອກ້າວໄປສູ່ມາດຕະຖານສາກົນ.

ໂຄງການດັ່ງກ່າວ, ໄດ້ປິດລົງຢ່າງເປັນທາງການໃນລະຫວ່າງ ການຈັດກອງປະຊຸມເພື່ອລາຍງານກ່ຽວກັບປະຕິບັດໂຄງການແບ່ງປັນຄວາມຮູ້ (KSP) ສົກປີ 2024-2025 ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍ ທ່ານ ຄິມ ຈອງ ລະຢອນ ທີ່ປຶກສາອາວຸໂສ ຂອງ KSP ແລະ ອະດີດຮອງລັດຖະມົນຕີ ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ການຂົນສົ່ງ ແຫ່ງ ສ ເກົາຫລີ, ທ່ານ ຄຳຫລ້າ ພົມມະວັນ ຫົວໜ້າກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ, ມີ ທ່ານ ປັກ ຈຸນກິວ (Park Jungwe) ຜູ້ອຳນວຍການໃຫຍ່ ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫລີ ປະຈຳນະຄອນຫລວງວຽງຈັນ (KOTRA Vientiane) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການແບ່ງປັນຄວາມຮູ້ KSP ໄດ້ຮັບການສະໜັບສະໜູນຈາກກະຊວງເສດຖະກິດ ແລະ ການເງິນຂອງ ສ ເກົາຫລີ, ແມ່ນໂຄງການປຶກສາຫາລືດ້ານນະໂຍບາຍທີ່ອີງໃສ່ ໂຄງການຊ່ວຍເຫລືອ ເພື່ອການພັດທະນາ (ODA) ທີ່ເນັ້ນໃສ່ ການແບ່ງປັນຄວາມຮູ້, ຊ່ຽວຊານ, ການສ້າງແຜນຜັງການພັດ ທະນາ ແລະ ເສີມສ້າງຄວາມສາມາດຂອງສະຖາບັນໃນບັນດາປະເທດຄູ່ຮ່ວມມື. ສະເພາະໂຄງການນີ້ ເນັ້ນໃສ່ການເສີມສ້າງລະບົບຄວາມປອດໄພການບິນ ແລະ ການກະກຽມສຳລັບ ສປປ ລາວ ໃຫ້ແກ່ໂຄງການກວດສອບຄວາມປອດໄພສາກົນຂອງ ICAO (USOAP) ໃນປີ 2026 ນີ້. ໂຄງການໄລຍະທີ 2 ນີ້ ແມ່ນສືບຕໍ່ຈາກຜົນສຳເລັດຂອງໂຄງການ KSP ໄລຍະ 1 ທີ່ຈັດຕັ້ງປະຕິບັດໃນລະຫວ່າງປີ 2023-2024 ພາຍໃຕ້ຊື່ໂຄງການ “ການປັບປຸງນ່ານຟ້າ ແລະ ວົງຈອນການບິນຂອງສະໜາມບິນສາກົນຫລວງພະບາງ” ໄດ້ສຸມໃສ່ການປັບປຸງລະບົບນ່ານຟ້າ, ການພັດທະນາຂັ້ນຕອນການບິນ ແລະ ການຍົກລະດັບຄວາມອາດສາມາດໃຫ້ແກ່ພະນັກງານການບິນ.

ສ່ວນໄລຍະທີ 2 ໄດ້ສຸມໃສ່ການສ້າງຄວາມສາມາດຂອງສະຖາບັນ ໂດຍການສ້າງຕັ້ງລະບົບການຝຶກອົບຮົມການກວດກາຄວາມປອດໄພດ້ານການບິນ, ໂຄງການນີ້ລວມມີການພັດທະນາຫລັກ ສູດການຝຶກອົບຮົມ ແລະ ອຸປະກອນການຮຽນ-ການສອນທີ່ສອດຄ່ອງກັບ ມາດຕະຖານການກວດສອບຄວາມປອດໄພສາກົນ ເພື່ອຊ່ວຍໃຫ້ ສປປ ລາວ ພັດທະນາຜູ້ປະກອບອາຊີບດ້ານຄວາມປອດໄພ ແລະ ຄວາມປອດໄພດ້ານການບິນທີ່ພຽງພໍ.

ໃນກອງປະຊຸມ ໄດ້ນຳສະເໜີ ແຜນການສຳລັບການພັດທະນາລະບົບກວດສອບຄວາມປອດໄພດ້ານການບິນ ຊຶ່ງປະກອບມີ: ສ້າງຕັ້ງລະບົບການຝຶກອົບຮົມໃຫ້ພະນັກງານກວດກາຄວາມປອດໄພດ້ານການບິນ, ພັດທະນາໂຄງການຝຶກອົບຮົມວິຊາຊີບໃຫ້ສະໜາມບິນສາກົນຫລວງພະບາງ, ກວດສອບຂົງເຂດທີ່ສຳຄັນເຊັ່ນ: ຄວາມປອດໄພ, ຄວາມປອດໄພໃນເດີ່ນບິນ, ຄວາມປອດໄພການບິນ ແລະ ຄວາມປອດໄພຂອງການຈະລາຈອນທາງອາກາດ, ຈັດຕັ້ງປະຕິບັດຕົວແບບຝຶກວິທະຍາກອນໃຫ້ເປັນວິທະຍາກອນມືອາຊີບ (Train-the-Trainer) ເພື່ອເຮັດໃຫ້ປະເທດລາວ ສາມາດຈັດຝຶກອົບຮົມຜູ້ກວດກາດ້ວຍຕົນເອງ.

ໃນໂອກາດນີ້, ຍັງມີການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມການບິນພົນລະເຮືອນ ແລະ ມະຫາວິທະຍາໄລການບິນ ແລະ ອາວະກາດ ສ ເກົາຫລີ ເພື່ອເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃນຂົງເຂດການບິນ ໂດຍທັງສອງຝ່າຍຈະຮ່ວມມືກັນໃນການຈັດໂຄງການຝຶກອົບຮົມພິເສດກ່ຽວກັບຄວາມປອດໄພ ແລະ ຄວາມປອດໄພການບິນ, ລະບົບຄຸ້ມຄອງຄວາມປອດໄພ (SMS) ແລະ ການຝຶກອົບຮົມນັກບິນ. ການຮ່ວມມືດັ່ງກ່າວ, ຍັງລວມມີການຮ່ວມມືພັດທະນາອຸປະ ກອນການຝຶກອົບຮົມ, ສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງສະຖາບັນຝຶກອົບຮົມການບິນຢູ່ ສປປ ລາວ ແລະ ການສຳຫລວດທຶນຊ່ວຍເຫລືອເພື່ອການພັດທະນາ (ODA) ກັບບັນດາອົງການຂອງ ສ ເກົາຫລີ ເຊັ່ນ: ອົງການຮ່ວມມືສາກົນ ສ ເກົາຫລີ (KOICA), ກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ຂົນສົ່ງ ສ ເກົາຫລີ (MOLIT), KOTRA.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments