Friday, October 24, 2025
Homeຂ່າວໜ້າໜຶ່ງເວທີປຶກສາຫາລື ຂໍ້ລິເລີ່ມວ່າດ້ວຍການຮ່ວມມືແລະ ສົ່ງເສີມການລົງທຶນດ້ານກະສິກໍາລະດັບສາກົນ

ເວທີປຶກສາຫາລື ຂໍ້ລິເລີ່ມວ່າດ້ວຍການຮ່ວມມືແລະ ສົ່ງເສີມການລົງທຶນດ້ານກະສິກໍາລະດັບສາກົນ

ໃນລະຫວ່າງວັນທີ 14-17 ຕຸລາ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບຂໍ້ລິເລີ່ມວ່າດ້ວຍການສົ່ງເສີມການລົງທຶນດ້ານກະສິກໍາ ໃນລະດັບສາກົນ (World Food Forum and Hand-in-Hand Initiative Investment Forum 2025), ຈັດຂຶ້ນທີ່ສໍານັກງານໃຫຍ່ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ນະຄອນຫລວງໂຣມ, ປະເທດອີຕາລີ, ມີຄະນະຜູ້ແທນລະດັບສູງຈາກປະເທດສະມາຊິກອົງການ ສປຊ, ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ທີ່ເຮັດວຽກໃນຂະແໜງກະສິກໍາ. ຈຸດປະສົງຕົ້ນຕໍເພື່ອສົ່ງເສີມການຮ່ວມມືລະຫວ່າງພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາແນໃສ່ການຫັນປ່ຽນດ້ານການພັດທະນາກະສິກໍາ ໃຫ້ມີຄວາມທັນສະໄໝ ເພື່ອສາມາດຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານໃນທົ່ວໂລກ.

ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ນໍາສະເໜີນະໂຍບາຍການຮ່ວມມືສາກົນ ແລະ ການສົ່ງເສີມການລົງທຶນຂອງຕ່າງປະເທດ ໂດຍສະເພາະ ໃນຂະແໜງກະສິກໍາຢູ່ ສປປ ລາວ, ຍຸດທະສາດການເຕີບ ໂຕສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງ ສປປ ລາວ ມີທ່າແຮງບົ່ມຊ້ອນໃນຫລາຍດ້ານ. ຫລັງຈາກນັ້ນ, ໄດ້ເປີດເວທີຮ່ວມສົນທະນາ ໂດຍເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມສະເໜີຄໍາຄິດເຫັນ ແລະ ຕັ້ງຄໍາຖາມເຈາະຈີ້ມ ໃນບັນຫາທີ່ເຂົາເຈົ້າມີຄວາມສົນໃຈ ໂດຍສະເພາະ ຕໍ່ນະໂຍບາຍເພື່ອອໍານວຍຄວາມສະດວກໃນດ້ານຕ່າງໆ ສໍາລັບ ການລົງທຶນໃນຂະແໜງກະສິກໍາ ຢູ່ ສປປ ລາວ ໂດຍອີງໃສ່ບັນດາປັດໃຈພື້ນຖານ ທີ່ເປັນອົງປະກອບສໍາຄັນ ໃນການຂັບເຄື່ອນການຈະເລີນເຕີບໂຕດ້ານເສດຖະກິດຂອງ ສປປ ລາວ.

ລັດຖະບານ ສປປ ລາວ ໄດ້ກໍານົດວິໄສທັດດ້ານກະສິກໍາ ແລະ ສິ່ງແວດລ້ອມ ເພື່ອຊຸກຍູ້ການພັດທະນາ ແບບສີຂຽວ, ສາມາດຕ້ານທານ, ທັງເປັນມິດກັບສິ່ງແວດລ້ອມ ແລະ ສາມາດແຂ່ງຂັນໄດ້ ໃນລະດັບພາກພື້ນ ແລະ ສາກົນ ຊຶ່ງເປັນການປະກອບສ່ວນເຂົ້າໃນຄວາມພະຍາຍາມ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາແບບຍືນຍົງ. ໄລຍະຜ່ານມາ ບັນດາທ່າແຮງບົ່ມຊ້ອນ ທີ່ ສປປ ລາວ ມີຢູ່ແມ່ນຍັງບໍ່ທັນໄດ້ນໍາ ໃຊ້ເຂົ້າໃນການພັດທະນາຂົງເຂດກະສິກໍາທັນສະໄໝຢ່າງເຕັມສ່ວນ ເນື່ອງຈາກຂໍ້ຈໍາກັດທາງດ້ານເຕັກນິກວິຊາການ, ເຕັກໂນໂລຊີ, ພື້ນຖານໂຄງລ່າງຊົນນະບົດ, ຜົນກະທົບຈາກໄພພິບັດ ແລະ ຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ຫລາຍພື້ນທີ່ກະສິກໍາໃນທົ່ວປະເທດ ຊຶ່ງລັດຖະບານລາວ ຮ່ວມກັບຄູ່ຮ່ວມພັດທະນາ ພວມສືບຕໍ່ສຸມໃສ່ແກ້ໄຂ ເພື່ອໃຫ້ສາມາດນໍາໃຊ້ພື້ນທີ່ກະສິກໍາ ທີ່ຍັງບໍ່ທັນໄດ້ບຸກເບີກໄດ້ຫລາຍຂຶ້ນ. ເພື່ອສົ່ງເສີມການພັດທະນາດ້ານກະສິກໍາ, ລັດຖະບານ ໄດ້ວາງຍຸດທະສາດ ແລະ ປັບປຸງນິຕິກໍາຫລາຍສະບັບ ເຊັ່ນ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ການພັດທະນາທີ່ດິນກະສິກໍາຮອດປີ 2030, ຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຮອດປີ 2030 ແລະ ຍຸດທະສາດ ການພັດທະນາກະສິກໍາ ແລະ ສິ່ງແວດລ້ອມ 2026-2035 ແລະ ອຶ່ນໆ. ເພື່ອຂະຫຍາຍຕະຫລາດສົ່ງອອກສິນຄ້າ ກະສິກໍາທີ່ຜະລິດໃນລາວ, ລັດຖະບານ ໄດ້ຈັດຕັ້ງປະຕິບັດຫລາຍໂຄງການເພື່ອການເຊື່ຶອມໂຍງ-ເຊື່ອມຈອດ ເປັນ ຕົ້ນ ສໍາເລັດໂຄງການເສັ້ນທາງລົດໄຟລາວ-ຈີນ ແລະ ໂຄງການນໍາໃຊ້ ທ່າເຮືອ ຫວຸງອ່າງ ຢູ່ ສສ ຫວຽດນາມ ແລະ ອື່ນໆ ແນໃສ່ເພື່ອຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດໃນພາກພື້ນ.

ໃນໂອກາດນີ້, ໄດ້ເຊີນຊວນໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດສາກົນ ໄປສຶກສາເບິ່ງຄວາມ ເປັນໄປໄດ້ຕົວຈິງ ໃນການລົງທຶນດ້ານພື້ນຖານໂຄງລ່າງກະສິກໍາ, ລະບົບຊົນລະປະທານ, ພັດທະນາຊົນນະບົດ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ກະສິກອນ ໃນການຜະລິດເປັນສິນຄ້າ ໂດຍຜ່ານການຖ່າຍຖອດຄວາມຮູ້, ການນໍາ ໃຊ້ເຕັກໂນໂລຊີທັນສະໄໝ, ລວມທັງການຂະຫຍາຍຕະຫລາດໄປສູ່ບັນດາປະເທດ ອາຊຽນ ແລະ ພາກພື້ນອື່ນ ໃຫ້ຫລາຍຂຶ້ນ. ໃນໂອກາດເຂົ້າຮ່ວມເວທີປຶກສາຫາລືສາກົນໃນຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມ ຫລາຍກອງປະຊຸມປິ່ນອ້ອມ ແລະ ພົບປະກັບບໍລິສັດເອກະຊົນຂອງເອີຣົບ ແລະ ອາຊີ ທີ່ມີຄວາມສົນໃຈຢາກໄປ ລົງທຶນດ້ານກະສິກໍາ ຢູ່ ສປປ ລາວ ໃນອະນາຄົດ.

ຂໍ້ລິເລີ່ມ ວ່າດ້ວຍການສົ່ງເສີມການຮ່ວມມື ແລະ ການລົງທຶນດ້ານກະສິກໍາສາກົນ (Hand-in-Hand Initiative) ແມ່ນເລີ່ມຕົ້ນຂຶ້ນໃນປີ 2019 ແນໃສ່ເພື່ອສ້າງການຫັນປ່ຽນດ້ານການພັດທະນາກະສິກໍາ ແລະ ການ ພັດທະນາຊົນນະບົດແບບຍືນຍົງ ຊຶ່ງກາຍເປັນເວທີສໍາຄັນໃຫ້ແກ່ບັນດາລັດຖະບານ, ຄູ່ຮ່ວມພັດທະນາ, ພາກເອກະ ຊົນ ແລະ ສະຖາບັນການເງິນຕ່າງໆ ເພື່ອສະເໜີແຜນການລົງທຶນ, ແລກປ່ຽນບົດຮຽນ ແລະ ນະໂຍບາຍດ້ານການ ພັດທະນາກະສິກໍາ ແລະ ຊົນນະບົດ ເພື່ອຂະຫຍາຍການລົງທຶນເຂົ້າໃນຂະແໜງກະສິກໍາ ໃຫ້ສາມາດປະກອບສ່ວນ ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments