Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງອາສາສະໝັກຍີ່ປຸ່ນ

0

ໃນຕອນເຊົ້າວັນທີ 16 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ແລະ ທ່ານ ທານາກະ ອາກິຮິໂກະ (Dr. TANAKA Akihiko, ປະທານອົງການຮ່ວມມືສາກົນຍີ່ປຸ່ນ ຈາກສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາອາສາສະໝັກ ທີ່ມາເຄື່ອນໄຫວເຮັດວຽກຊ່ວຍເຫຼືອ ສປປ ລາວ ຊຶ່ງເປັນ​ຜູ້​ທີ່​ມີ​ຄວາມ​ອົດ​ທົນ ແລະ ເສຍ​ສະ​ຫຼະສູງ,​ ພິເສດໃນປີ 2025 ນີ້ ຄົບຮອບ 70 ປີ ຂອງການສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ຂອງການຈັດສົ່ງອາສາສະໝັກມາປະຕິບັດໜ້າທີ່ຢູ່ ສປປ ລາວ; ການຊ່ວຍເຫຼືອຂອງຍີ່ປຸ່ນ ແມ່ນຢູ່ໃນອັນດັບໜຶ່ງ ທີ່ໃຫ້ການຊ່ວຍເຫຼືອຮ່ວມມືສອງຝ່າຍ ຂອງບັນດາຄູ່ຮ່ວມພັດທະ ນາ ໃນ ສປປ ລາວ ໂດຍສະເລ່ຍແລ້ວມີມູນຄ່າປະມານ 80-90 ລ້ານ ໂດລາ/ປີ ແລະ ມີບາງປີກໍຫຼາຍກວ່າ; ລັດຖະບານຢີ່ປຸ່ນ ໄດ້ສຸມທຶນຮອນເຂົ້າໃນຂະແໜງຕ່າງໆ ຂອງ ສປປ ລາວ ເຊັ່ນ: ການສຶກສາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ການພັດທະນາພື້ນຖານໂຄງລ່າງເສດຖະກິດ ແລະ ອື່ນໆ ຊຶ່ງທັງໝົດນັ້ນ ແມ່ນສອດຄ່ອງ ແລະ ເປັນໄປຕາມແຜນງານ-ໂຄງການບຸລິມະສິດ ຂອງລັດຖະບານລາວ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ຊຶ່ງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ກໍຄືການຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ. ນອກຈາກນີ້, ທ່ານ ນາຍົກລັດ ຖະມົນຕີ ຍັງໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ ໃນຂົງເຂດວຽກງານທີ່ເປັນບຸລິມະສິດ ໂດຍເລືອກເຟັ້ນເອົາອາສາສະໝັກ ທີ່ມີບົດຮຽນ ແລະ ຄວາມຮູ້ສະເພາະດ້ານ ເພື່ອມາຊ່ວຍຂະແໜງການຂອງລາວ; ສະ​ເໜີອາສາ​ສະໝັກ ​ໃຫ້​ຄວາມ​ຮ່ວມ​ມື, ​ຖ່າຍ​ທອດຄວາມ​ຮູ້​ຄວາມ​ສາມາດ ​ແລະ ເຕັກ​ໂນ​ໂລ​ຊີ ໃຫ້​ແກ່ຄະນະ​ວິຊາ​ການ​ລາວ, ພ້ອມທັງ ​ຮ່ວມ​ເຮັດ​ວຽກກັບ​ອົງ​ການ​ປົກຄອງທ້ອງ​ຖິ່ນທີ່​ຕົນ​ສັງ​ກັດ​ຢູ່ ໄປຄຽງຄູ່ກັບການ​ຮຽນ​ຮູ້​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີອັນ​ດີ​ງາມຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ, ລວມທັງ ພາສາລາວ ເພື່ອນໍາໄປເຜີຍແຜ່ໃນປະເທດຍີ່ປຸ່ນ ພາຍຫຼັງຈົບການ​ປະຕິບັດໜ້າທີ່ ເພື່ອເຮັດໃຫ້ຄົນຍີ່ປຸ່ນ ຮັບຮູ້ ສປປ ລາວ ຫຼາຍຂຶ້ນ ແລະ ປະກອບສ່ວນເຂົ້າໃນການຮັດແໜ້ນ​ສາຍ​ພົວພັນ​ຮ່ວມ​ມື ຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ນັບ​ມື້ດີ​ຂຶ້ນ.

ໃນໂອກາດດຽວກັນ, ທ່ານ ປອ. ທານາກະ ອາກິຮິໂກະ, ປະທານອົງການຮ່ວມມືສາກົນຍີ່ປຸ່ນ ຈາກສຳນັກງານໃຫຍ່ ທີ່ໂຕກຽວ ປະເທດຍີ່ປຸ່ນ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ລາວ ໃນໄລຍະຜ່າມາ. ຫຼັງຈາກນັ້ນ, ທ່ານ ປະທານອົງການຮ່ວມມືສາກົນຍີ່ປຸ່ນ ກໍ່ໄດ້ລາຍງານໃຫ້ຊາບວ່າ: ຕະຫຼອດໄລຍະ 60 ປີຜ່ານມາ ອາສາສະໝັກຍີ່ປຸ່ນ ໄດ້ມາປະຕິບັດໜ້າທີ່ຢູ່ລາວ ລວມທັງໝົດ 1,110 ຄົນ; ສະເພາະປີ 2025 ມີອາສາສະໝັກອາວຸໂສ ແລະ ອາສາສະໝັກໜຸ່ມ ທັງໝົດ 49 ຄົນ ໂດຍປະຈໍາຢູ່ຂະ​ແໜງການຕ່າງໆ ເປັນຕົ້ນ ການສຶກສາ, ສາທາລະນະສຸກ, ພັດທະນາພື້ນຖານໂຄງລ່າງເສດຖະກິດ, ພັດທະນາກະສິກຳ-ປ່າໄມ້ ແລະ ອື່ນໆ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version