ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆ ມານີ້ວ່າ: Google ໄດ້ປະກາດແຜນການທີ່ຈະສ້າງຕັ້ງສູນເຕັກໂນໂລຊີປັນຍາປະດິດ (AI) ຂອງ Google ແຫ່ງທໍາອິດໃນອິນເດຍ ທີ່ເມືອງ Visakhapatnam ລັດ Andhra Pradesh ຊຶ່ງຈະສະໜັບສະໜູນການນຳໃຊ້ເຕັກໂນໂລຊີດັ່ງກ່າວຢ່າງເຕັມຮູບແບບ ແລະ ຊ່ວຍເລັ່ງການຫັນປ່ຽນທີ່ຂັບເຄື່ອນດ້ວຍ AI ໃນທົ່ວປະເທດອິນເດຍ
Google ຈະລົງທຶນປະມານ 15 ຕື້ໂດລາ ໃນໄລຍະ 5 ປີຂ້າງໜ້າ (2026-2030) ຊຶ່ງຈະເປັນການລົງທຶນຄັ້ງໃຫຍ່ທີ່ສຸດຂອງ Google ໃນອິນເດຍເມື່ອນັບມາເຖິງປັດຈຸບັນ. ສູນກາງ AI ແຫ່ງໃໝ່ນີ້ຈະລວມໂຄງສ້າງພື້ນຖານທີ່ມີພະລັງ, ປະສິດທິພາບຂອງສູນຂໍ້ມູນ, ແຫຼ່ງພະລັງງານຂະໜາດໃຫຍ່ແບບໃໝ່ ແລະ ເຄືອຂ່າຍໃຍແກ້ວນໍາແສງທີ່ຄອບຄຸມຍິ່ງຂຶ້ນ.
ສູນກາງ AI ແຫ່ງໃໝ່ນີ້ຍັງສອດຄ່ອງກັບວິໄສທັດ “Viksit Bharat 2047” ຫຼື “ອິນເດຍພັດທະນາແລ້ວ” ຂອງລັດຖະບານອິນເດຍ ຊຶ່ງມີຈຸດປະສົງເພື່ອເລັ່ງການຂະຫຍາຍການບໍລິການທີ່ຂັບເຄື່ອນດ້ວຍ AI. ຢູ່ທີ່ນີ້, ຈະມີສູນຂໍ້ມູນ ທີ່ສ້າງຂຶ້ນໂດຍສະເພາະ ຊຶ່ງຈະເພີ່ມຄວາມສາມາດໃນການປະມວນຜົນລະດັບກິກະວັດ ເພື່ອຊ່ວຍຕອບສະໜອງຄວາມຕ້ອງການສໍາລັບການບໍລິການດີຈີຕອນໃນປະເທດອິນເດຍ ແລະ ທົ່ວໂລກ.
ນອກຈາກນັ້ນ, ສູນກາງ AI ໃໝ່ແຫ່ງນີ້ ຊຶ່ງພັດທະນາໂດຍການຮ່ວມມືກັບຄູ່ຮ່ວມງານຊັ້ນນໍາເຊັ່ນ: AdaniConnext ແລະ Airtel ຈະມີໂຄງສ້າງພື້ນຖານທີ່ທັນສະໄໝແບບດຽວກັບທີ່ເປັນພະລັງແກ່ຜະລິດຕະພັນຂອງ Google ເຊັ່ນ: Search, Workspace ແລະ YouTube.
ທ່ານ ຊຸນດາ ພິໄຊ CEO ຂອງ Google ຊຶ່ງໄດ້ພົບປະກັບທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ, ໄດ້ອະທິບາຍວ່າ: ສູນກາງ AI ແຫ່ງໃໝ່ນີ້ຖືເປັນ “ການພັດທະນາຄັ້ງສໍາຄັນ” ທີ່ຈະໃຫ້ການບໍລິການທີ່ມີປະສິດທິພາບສູງ ແລະ ຕອບສະໜອງຄວາມຕ້ອງການຂອງທຸລະກິດ ແລະ ອົງການຕ່າງໆ ໃນການສ້າງ ແລະ ຂະຫຍາຍໂຊລູຊັນ AI ລວມທັງເລັ່ງການຄົ້ນຄວ້າ ແລະ ການພັດທະນາ.
ທັງນີ້, Google ກ່າວຕື່ມວ່າ: ໂຄງການສູນກາງ AI ແຫ່ງໃໝ່ຈະສ້າງໂອກາດທາງເສດຖະກິດ ແລະ ສັງຄົມອັນໃຫຍ່ຫຼວງສໍາລັບອິນເດຍ ແລະ ສະຫະລັດ ອາເມຣິກາ ພ້ອມບຸກເບີກການປ່ຽນແປງແຫ່ງຍຸກສະໄໝໃນດ້ານຂີດຄວາມສາມາດຂອງ AI.

