Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ຄະນະສະຫະພັນ ແລະ ນັກກິລາເພາະກາຍແຫ່ງຊາດລາວ

ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ຄະນະສະຫະພັນ ແລະ ນັກກິລາເພາະກາຍແຫ່ງຊາດລາວ

ໃນວັນທີ 15 ຕຸລາ ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ບັນດານັກກິລາ ຜູ້ທີ່ມີຜົນງານໂດດເດັ່ນໃນການແຂ່ງຂັນກິລາເພາະກາຍ ໃນໄລຍະຜ່ານມາ; ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ທ່ານ ມະໂນທອງ ວົງໄຊຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍບັນດາຄູຝຶກ, ນັກກິລາເພາະກາຍທີມຊາດລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ຕາງໜ້າໃຫ້ສະຫະພັນ ແລະ ນັກກິລາ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນງານໃນໄລຍະຜ່ານມາ ເຫັນວ່າ: ໃນປີ 2024 ກິລາເພາະກາຍແຫ່ງຊາດລາວ ສ້າງຜົນງານເວທີສາກົນໄດ້ 7 ຫຼຽນຄໍາ, 5 ຫຼຽນເງິນ ແລະ 16 ຫຼຽນທອງ. ພິເສດສາມາດຍາດໄດ້ແຊັມໂລກ 2 ຄົນ ໃນງານແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 15 ທີ່ປະເທດເມົາດິບ ໃນເດືອນພະຈິກ 2024. ສໍາລັບການແຂ່ງຂັນກິລາເພາະກາຍຊີງແຊັມອາຊຽນ ຄັ້ງທີ 19 ມີນັກກິລາທີມຊາດລາວ ລົງແຂ່ງຂັນ 5 ຄົນ ຍາດໄດ້ 2 ຫຼຽນຄໍາ, 2 ຫຼຽນເງິນ; ແລະ ການແຂ່ງຂັນກິລາເພາະກາຍຊີງແຊັມອາຊີ ຄັ້ງທີ 57 ນັກກິລາທີມຊາດລາວ ລົງແຂ່ງຂັນມີ 6 ຄົນ ສາມາດຄວ້າໄດ້ 2 ຫຼຽນຄໍາ, 1 ຫຼຽນເງິນ, 2 ຫຼຽນທອງ ຊຶ່ງການແຂ່ງຂັນສອງລາຍການດັ່ງກ່າວ ແມ່ນໃນລະຫວ່າງ ວັນທີ 18-25 ສິງຫາ 2025 ທີ່ຣາຊະອານາຈັກໄທ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ວ່າ: ຜົນສຳເລັດດັ່ງກ່າວ ຖືເປັນຄັ້ງປະຫວັດສາດ ອັນໄດ້ນໍາຄວາມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈຢ່າງໃຫຍ່ຫຼວງ ມາໃຫ້ທົ່ວພັກ,ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ທັງເປັນການເຊີດຊູຊື່ສຽງກຽດສັກສີຂອງນັກກິລາເພາະກາຍຂອງລາວ ກໍຄືປະເທດລາວ ໃຫ້ພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ຊຶ່ງຜົນສຳເລັດທັງໝົດ ທີ່ຍາດມາໄດ້ ແມ່ນເກີດຈາກຈິດໃຈຮັກຊາດອັນດູດດື່ມ, ຄວາມຕັ້ງໃຈ,ຄວາມເສຍສະຫຼະ,ຄວາມມານະອົດທົນ,ຄວາມຕັ້ງໜ້າໃນການຝຶກຊ້ອມ,ການສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ຂອງນັກກິລາ;ພ້ອມນັ້ນ, ກໍແມ່ນການປະກອບສ່ວນຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ການອໍານວຍຄວາມສະດວກດ້ານຕ່າງໆຂອງ ຄະນະພັກ-ຄະນະ​ນໍາກະຊວງ​ສຶກສາ​ທິການ​ ​ແລະ ກິລາ,ສະຫະພັນກິລາເພາະກາຍແຫ່ງຊາດລາວ,ບັນດາຄູຝຶກ ແລະ ພໍ່ແມ່ຜູ້ປົກຄອງຂອງນັກກິລາ;ຜົນສໍາເລັດທີ່ຍາດມາໄດ້ ຍັງຊີ້ໃຫ້ເຫັນເຖິງຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນບັນດາເຜົ່າໃນຊາດ ທີ່ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວ ຊຸກຍູ້ໃຫ້ກຳລັງໃຈແກ່ນັກກິລາລາວ ທັງໃນ ແລະ ນອກສະໜາມ ລວມໄປເຖິງການສະໜັບສະໜູນຈາກພາກລັດ,ເອກະຊົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ. ສິ່ງສໍາຄັນ ເພື່ອສ້າງໃຫ້ຄົນລາວ ມີຄວາມແຂງແຮງທາງດ້ານຮ່າງກາຍ,ຈິດໃຈ,ເຕົ້າໂຮມຄວາມສາມັກຄີ,ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ, ທັງສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໄປພ້ອມໆກັນ.

ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ໃຫ້ກະຊວງສຶກສາທິການ ແລະ ກິລາ,ສະຫະພັນກິລາເພາະກາຍແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນກະກຽມຄວາມພ້ອມຮອບດ້ານໃຫ້ດີ ເພື່ອເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ນະຄອນຫຼວງວຽງຈັນໃນທ້າຍປີ 2026, ພ້ອມກັນນັ້ນ ລູກຫຼານນັກກິລາ ກໍຕ້ອງໄດ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັກສະສູງຂຶ້ນເລື້ອຍໆ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນດັ່ງກ່າວ, ໃນນັ້ນ ການຫຼິ້ນກິລາ: (1) ຕ້ອງຝຶກໃຫ້ຕົນເອງມີສຸຂະພາບທີ່ແຂງແຮງ ແລະ (2) ຕ້ອງຝຶກຕົນເອງໃຫ້ມີລະບຽບວິໄນ. ໃນໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບ ຈັດການແຂ່ງຂັນ ໃນທ້າຍປີ 2026 ເຫັນວ່າ ເປັນການແຂ່ງຂັນລະດັບໂລກ ແລະ ຕິດພັນກັບຫຼາຍຂະແໜງການ,ຈຶ່ງສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການປະສານສົມທົບກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອກະກຽມປະຊາສໍາພັນການທ່ອງທ່ຽວ ແລະ ວຽກງານກ່ຽວຂ້ອງໃຫ້ດີ ເພື່ອເປັນການດຶງດູດນັກທ່ອງທ່ຽວ. ນອກນັ້ນ, ໃຫ້ເອົາໃຈໃສ່ຕິດຕາມການຍ້ອງຍໍຊົມເຊີຍໃຫ້ແກ່ນັກກິລາ,ຄູຝຶກ ແລະ ສະຫະພັນກິລາເພາະກາຍແຫ່ງຊາດລາວ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງຊື່ສຽງໃຫ້ແກ່ປະເທດຊາດ ໃນໄລຍະຜ່ານມາ ຢ່າງເໝາະສົມ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments