Home ຂ່າວໜ້າໜຶ່ງ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນາຍົກລັດຖະມົນຕີໄທ

ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນາຍົກລັດຖະມົນຕີໄທ

0

ຕອນເຊົ້າຂອງວັນທີ 16 ຕຸລາ 2025, ທີ່ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ພະນະທ່ານ ອະນຸທິນ ຊານວີຣະກູນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີໄທ ຄົນທີ 32 ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເປັນປະເທດທໍາອິດໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ຊຶ່ງໄດ້ຮ່ວມກັນຕີລາຄາຄືນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ເປິກສ່ກ່ຽວກັບການຮ່ວມມື ໃນຕໍ່ໜ້າ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານໃກ້ ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ພະນະທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງເຈົ້າຊີວິດໄທ ແລະ ພະຣາຊິນີ ລວມທັງພະບໍລົມວົງສານຸວົງທຸກພະອົງ ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນໄທຕະຫຼອດໄລຍະຜ່ານມາ ກໍຄື ໃນປັດຈຸບັນ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ.

ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບການພົວພັນຮ່ວມມືດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນ:ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການເຊື່ອມ ໂຍງເຊື່ອມຈອດ, ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ. ພະນະທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນ ໜັກໃຫ້ລັດຖະບານຂອງສອງປະເທດ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການທີ່ສອງຝ່າຍໄດ້ລົງນາມຮ່ວມກັນໃຫ້ປາກົດຜົນເປັນຮູບປະທໍາ, ສືບຕໍ່ຊຸກຍູ້ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດໃຫ້ສໍາເລັດ ເພື່ອຮ່ວມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

ໃນຂະນະດຽວກັນ, ພະນະທ່ານ ອະນຸທິນ ຊານວີຣະກູນ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ: ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version