ວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດສະເຫລີມສະຫລອງ 95 ປີ ແຫ່ງວັນສ້າງຕັ້ງສະມາຄົມຊາວກະສິກອນ ຫວຽດນາມ (14 ຕຸລາ 1930–14 ຕຸລາ 2025), ໃນວັນທີ 14 ຕຸລາ, ຢູ່ສຳນັກງານ ສູນກາງພັກ, ທ່ານໂຕເລິມ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ພົບປະກັບ ຜູ້ຕາງໜ້າ ຊາວກະສິກອນ ຫວຽດນາມ ດີເດັ່ນ, ນັກວິທະຍາສາດ ຂອງຊາວ ກະສິກອນປີ 2025 ຈຳນວນ 95 ຄົນ. ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ ເນັ້ນໃຫ້ຮູ້ວ່າ: ເພື່ອໃຫ້ກະສິກຳ ບຸກທະລຸ, ຊົນນະບົດຮັ່ງມີສວຍງາມ, ຊາວ ກະສິກອນມີຄວາມຜາສຸກ, ຕ້ອງຖືຊາວກະສິກອນ ເປັນໃຈກາງ. ຊາວ ກະສິ ກອນ ແຕ່ລະຄົນ ຕ້ອງແມ່ນຜູ້ນຳໜ້າ ໃນແນວຮົບ ຄວາມໝັ້ນຄົງ ດ້ານ ສະບຽບອາຫານ; ແມ່ນນັກທຸລະກິດ ຂອງເຂດທົ່ງນາ; ເປັນເຈົ້າກຳລ້ຽງດູ ສີສັນວັດທະນະທຳ ຫວຽດນາມ ໃນກະແສ ຂອງການ ເຊື່ອມໂຍງ ແລະ ກ່າວເນັ້ນຕື່ມວ່າ ຕ້ອງນຳວິທະຍາສາດ-ເຕັກໂນໂລຊີ ເຂົ້າໃຈກາງ ຂອງ ການຜະລິດ. ວິສາຫະກິດ, ສະຫະກອນຮ່ວມເດີນທາງ ພ້ອມກັບ ຊາວ ກະສິກອນ ເພື່ອຫັນຂັ້ນຕອນ ເປັນມາດ ຕະຖານ, ມີຄຸນນະພາບ, ຕອບ ສະໜອງ ບັນດາມາດຕະຖານ ຂອງຕະຫລາດ ຮຽກຮ້ອງຕ້ອງ ມີຄຸນນະ ພາບສູງ; ຫັນບັນດາຜະລິດ ຕະພັນກະສິກຳ ເປັນຫລາຍຮູບ ຫລາຍແບບ, ເປີດກວ້າງ ຕະຫລາດກະສິ ກຳ ຫວຽດນາມ, ພັດທະນາ ກະສິກຳສີຂຽວ -ໝູນວຽນ-ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ. ທ່ານ ເລຂາທິ ການໃຫຍ່ ໂຕເລິມ ປາດຖະໜາວ່າ ສະມາຄົມ ຊາວກະສິກອນ ປະກອບ ສ່ວນ ສ້າງຊົນ ນະບົດ ຫວຽດນາມ ສີວິໄລ, ມີວຽກເຮັດ ງານທຳແບບຍືນຍົງ, ມີສິ່ງແວດລ້ອມສະອາດ./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ