Wednesday, October 15, 2025
Homeຂ່າວໜ້າໜຶ່ງກອງປະຊຸມໃຫ່ຍ ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ XII ໄຂຂື້ນຢ່າງເປັນທາງການ.

ກອງປະຊຸມໃຫ່ຍ ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ XII ໄຂຂື້ນຢ່າງເປັນທາງການ.

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ XII ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ ວັນທີ 15 ຕຸລາ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 263 ສະຫາຍ, ຍິງ 36 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 22.864 ສະຫາຍ.

ສະຫາຍ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນມີຄຳເຫັນໄຂກອງປະຊຸມໃຫຍ່ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນໄຂຂຶ້ນໃນທ່າມກາງບັນຍາກາດແຫ່ງມູນເຊື້ອປະຫວັດສາດ ທີ່ປ່ຽມລົ້ນໄປດ້ວຍຄວາມເອກອ້າງທະນົງໃຈ ຕໍ່ຜົນງານ ແລະ ໄຊຊະນະຍິ່ງໃຫຍ່ທີ່ຊາວແຂວງວຽງຈັນຍາດມາໄດ້ໃນ 50 ປີຜ່ານມາ ແລະ ວັນເວລາແຫ່ງຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ຜູ້ນໍາພັກ-ລັດທີ່ມີຄຸນງາມຄວາມດີ ຕໍ່ການປະຕິວັດ.ຕະຫຼອດໄລຍະການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄະນະພັກ-ອົງການປົກຄອງທຸກຂັ້ນ, ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຊາວແຂວງວຽງຈັນ ໄດ້ພ້ອມກັນສ້າງຂະບວນການ, ສ້າງກິດຈະກຳດ້ານຕ່າງໆ ຢ່າງຕໍ່ເນື່ອງ ແລະ ຟົດຟື້ນ ພ້ອມທັງມີຜົນສຳເລັດໃນຫຼາຍດ້ານຢ່າງໜ້າພາກພູມໃຈ.

ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ພ້ອມກັນທົບທວນຄືນຜົນງານ ແລະ ໄຊຊະນະໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ ໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາ ຕົກລົງຢ່າງເປັນເອກະສັນ ຮັບຮອງເອົາທິດທາງ, ໜ້າທີ່ສະເພາະໜ້າ ( 2026-2030 ) ແນໃສ່ປົກປັກຮັກສາ ແລະ ພັດທະນາແຂວງວຽງຈັນ ໃຫ້ມີບາດກ້າວຫັນປ່ຽນໃໝ່ ນັບມື້ນັບໜັກແໜ້ນ, ຮັ່ງມີເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກອງປະຊຸມໃຫຍ່ຄັ້ງນີ້ຍັງຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງວຽງຈັນໃຫ້ກ້າວໜ້າຕໍ່ໄປ.

ພ້ອມນັ້ນ ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງຂອງແຂວງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຮັບຟັງການໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ ເພື່ອເປັນເຂັມທິດຊີ້ນໍາ ເຍືອງທາງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ 7 ຂອງອົງຄະນະແຂວງວຽງຈັນໃຫ້ໄດ້ຮັບປະສິດທິຜົນ ແລະ ມີຄຸນນະພາບດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments