Wednesday, October 15, 2025
Homeຂ່າວໜ້າໜຶ່ງຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າ​ການ​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ນຳ​ໂດຍສະ​ຫາຍ ຊູ ຢົງຫົງ (Chu Yonghong) ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະຈຳ​ນວນ 8 ​​ສະ​ຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸ​ລາ 2025.

​ໃນວັນ​ທີ 14 ຕຸ​ລານີ້, ຄະ​ນະ​ຜູ້​ແທນ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ສະ​ຫາຍ ເພັດ ພົມ​ພິພັກ ກຳມະການສູນກາງພັກ ຫົວ​ໜ້າ​ຫ້ອງວ່າ​ການ​ສູນ​ກາງ​ພັກ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ – ຈີນ ຂັ້ນ​ສູນ​ກາງ. ສະ​ຫາຍ ​ເພັດ ພົມ​ພິ​ພັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດ​ວຽກ ຂອງຄະ​ນະ​ຜູ້​ແທນດັ່ງ​ກ່າວ ຊຶ່ງເປັນການປະກອບສ່ວນເສີມ​ຂະ​ຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ.

ສະ​ຫາຍ ຊູ ຢົງຫົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້​ຊາບກ່ຽວກັບ​ຈຸດ​ປະ​ສົງ ຂອງ​ການ​ຢ້ຽມ​ຢາມ​ພ້ອມ​ທັງ​ລາຍ​ງານ​ໃຫ້​ຊາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງແຂວງ​ຈ້ຽງ​ຊູ້ ແລະ ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​​ຈ້ຽງ​ຊູ້ກັບ​ຕ່າງ​ປະ​ເທດໃຫ້ຊາບ ແລະ ຢືນຢັນວ່າຈະສືບຕໍ່​ເສີມ​ຂະ​ຫຍາຍ ແລະ ຮັດແໜ້ນ​ສາຍພົວ​ພັນ​ມິດ​ຕະ​ພາບ ແລະ ການຮ່ວມມືກັບສະມາຄົມມິດຕະພາບ ລາວ-ຈີນ ຂັ້ນ​ສູນ​ກາງ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການທີ່ສອງປະເທດ​ເຄີຍປະ​ຕິ​ບັດ​ຮ່ວມ​ກັນ, ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ແຂວງ​​ຈ້ຽງ​ຊູ້ ແລະ ປະ​ຊາ​ຊົນ​ລາວ​ມີ​ການ​ໄປ​ມາ​ຫາ​ສູ່​ກັນຫຼາຍ​ຂຶ້ນ​ ໂດຍ​ສະ​ເພາະ​ແມ່ນ​ໃຫ້​ມີ​ການ​ແລກ​ປ່ຽນ​ດ້ານ​ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ ແລະ ການ​ຄ້າ​ການ​ລົງ​ທຶນ​ໃຫ້ຫຼາຍ​ຂຶ້ນ ເພື່ອ​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງກັນ ແລະ ກັນ.

(ຂ່າວ: ຄຕພ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments