ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ IX (2021-2025) ຂອງລັດຖະບານແມ່ນເລັງໃສ່ກະຕຸກຊຸກຍູ້ເຮັດໃຫ້ການຜະລິດກະສິກຳ ມີການຂະຫຍາຍຕົວຢ່າງຮອບດ້ານ, ເພີ່ມທະວີບົດບາດການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ປະຕິບັດກົນໄກ, ນິຕິກຳຢ່າງປະສິດທິພາບ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງຕາມທິດສີຂຽວ, ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍ; ປະຊາຊົນມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ຄວາມທຸກຍາກຫຼຸດລົງ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢູ່ຊົນນະບົດໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ; ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ຮັບການປົກປັກຮັກສາ, ພັດທະນາ, ສ້າງມູນຄ່າເພີ່ມ ແລະ ສ້າງລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂຶ້ນ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສົມທົບກັບຂະແໜງ ການ, ທ້ອງຖິ່ນຕ່າງໆໃນຂອບເຂດທົ່ວປະເທດ ມາຮອດປັດຈຸບັນຂະຫຍາຍຕົວສະເລ່ຍ 2.75% ຕໍ່ປີ ລື່ນແຜນການທີ່ສະພາແຫ່ງຊາດຮັບຮອງ 0.25% (ສະພາແຫ່ງຊາດຮັບຮອງ 2.5%), ກວມເອົາສະເລ່ຍ 19.05% ຂອງ GDP. ໃນນັ້ນ ການຂະຫຍາຍຕົວ ຂອງແຕ່ລະຂະແໜງການຍ່ອຍປະກອບມີ ປູກຝັງ 1.70%, ລ້ຽງສັດ 4.63%, ປ່າໄມ້ 4.20% ແລະ ປະມົງ 3.38%. ທັງ 4 ຂະແໜງການຍ່ອຍດັ່ງກ່າວ ລ້ວນແຕ່ລື່ນແຜນການທີ່ກຳນົດໄວ້, ການຜະລິດເຂົ້າ ໃນໄລຍະ 5 ປີຜ່ານມາສາມາດຜະລິດໄດ້ 19,15 ລ້ານໂຕນ ສະເລ່ຍ 3.82 ລ້ານໂຕນ/ປີ, ສາມາດບັນລຸໄດ້ຕາມແຜນການ (ແຜນການ 3.5-4 ລ້ານໂຕນ/ປີ) ທັງນີ້ ເນື່ອງຈາກວ່າ ການຜະລິດເຂົ້າໃນແຕ່ລະປີ ແມ່ນໄດ້ຮັບຜົນກະທົບຈາກໄພພິບັດ (ນໍ້າຖ້ວມ) ເຮັດໃຫ້ເນື້ອທີ່ປູກເຂົ້າເສຍຫາຍເປັນຈຳນວນຫຼາຍ,ພ້ອມກັນນັ້ນ ປະຊາຊົນຈຳນວນໜຶ່ງ ກໍຫັນໄປປູກພືດເສດຖະກິດ ທີ່ໃຫ້ຜົນຕອບແທນທາງເສດຖະກິດດີກວ່າການຜະລິດເຂົ້າ.
ການຜະລິດພືດສະບຽງອາຫານ ໃນໄລຍະ 5 ປີຜ່ານມາສາມາດຜະລິດໄດ້ ສະເລ່ຍ 2.42 ລ້ານໂຕນ/ປີ ທຽບໃສ່ແຜນການ (2.12 ລ້ານໂຕນ/ປີ) ປະຕິບັດໄດ້ລື່ນແຜນການ 14% ພືດທີ່ພົ້ນເດັ່ນກວ່າໝູ່ ແມ່ນ ສາລີຫວານ, ພືດຜັກ, ໝາກໄມ້, ເຜືອກມັນ ເນື່ອງຈາກຄວາມຕ້ອງການບໍລິໂພກພາຍໃນ ແລະ ການປຸງແຕ່ງເພີ່ມຂຶ້ນ. ການຜະລິດຊີ້ນ, ໄຂ່ ແລະ ປາ ສາມາດຜະລິດໄດ້ 554,000 ໂຕນ ໃນປີ 2024 ຫຼື ເທົ່າກັບ 96% ຂອງແຜນການ (ແຜນການ 577,000 ໂຕນ, ໃນປີ 2025), ເຮັດໃຫ້ອັດຕາການບໍລິໂພກ ສະເລ່ຍ 71.43 ກິໂລກຣາມ/ຄົນ/ປີ, ເທົ່າກັບ 97.8% ຂອງແຜນການ (73 ກິໂລ/ຄົນ/ປີ) ທຽບໃສ່ປີ 2020 ເພີ່ມຂຶ້ນ 6.43 ກິໂລກຣາມ/ຄົນ/ປີ (65 ກິໂລກຣາມ/ຄົນ/ປີ).
ສ່ວນການຈັດຕັ້ງປະຕິບັດແຜນງານການຜະລິດກະສິກຳ ເປັນສິນຄ້າໃນໄລຍະ 5 ປີຜ່ານມາສາມາດຜະລິດໄດ້ ສະເລ່ຍໄດ້ 9.40 ລ້ານໂຕນ/ປີ, ທຽບໃສ່ແຜນການ (7.40 ລ້ານໂຕນ/ປີ) ບັນລຸລື່ນແຜນການ 27% ໃນນີ້ອັນພົ້ນເດັ່ນ ແມ່ນຖົ່ວເຫຼືອງຝັກສົດ ເພີ່ມຂຶ້ນ 58%, ໝາກໂມ ເພີ່ມຂຶ້ນ 31%, ມັນຕົ້ນ ເພີ່ມຂຶ້ນ 31%, ອ້ອຍ ເພີ່ມຂຶ້ນ 26%, ກ້ວຍ ເພີ່ມຂຶ້ນ 12%, ກາເຟ ເພີ່ມຂຶ້ນ 8%, ຊາ ເພີ່ມຂຶ້ນ 2% ແລະ ພືດສິນຄ້າອື່ນໆ.
ສະເພາະການລ້ຽງສັດ ແລະ ການປະມົງມາຮອດປັດຈຸບັນ, ທົ່ວປະເທດມີຟາມລ້ຽງສັດທັງໝົດ 2,321 ຟາມ ມີສັດລ້ຽງ 8.79 ລ້ານກວ່າໂຕ, ເມື່ອທຽບໃສ່ປີ 2020 ເຫັນວ່າເພີ່ມຂຶ້ນເຖິງ 846 ຟາມ ຫຼື 57%, ສັດລ້ຽງເພີ່ມຂຶ້ນ 4.57 ລ້ານກວ່າໂຕ ຫຼື ເພີ່ມຂຶ້ນເທົ່າຕົວ 1,475 ຟາມ, ສັດລ້ຽງ 4 ລ້ານກວ່າໂຕ ໃນປີ 2020). ທີ່ພົ້ນເດັ່ນແມ່ນ ຟາມລ້ຽງງົວ ເພີ່ມຂຶ້ນ 329 ຟາມ; ຟາມ ລ້ຽງໝູ ເພີ່ມຂຶ້ນ 329 ຟາມ; ຟາມລ້ຽງໄກ່ພັນໄຂ່ ເພີ່ມຂຶ້ນ 122 ຟາມ ແລະ ອື່ນໆ ຊຶ່ງຜົນຜະລິດທາດຊີ້ນ ຈາກການລ້ຽງແບບ ເປັນຟາມສາມາດສະໜອງໄດ້ 41% ຂອງການຜະລິດຊີ້ນທັງໝົດ.
ສ່ວນການເຈລາຈະຈາເປີດຕະຫຼາດ ແລະ ການສົ່ງອອກຜະລິດຕະພັນກະສິກຳ. ຮອດປັດຈຸບັນ ໄດ້ສໍາເລັດເຊັນສັນຍາ ແລະ ສາມາດສົ່ງອອກໄດ້ເປັນທາງການ ກັບປະເທດຄູ່ຄ້າ ແລ້ວ 74 ລາຍການ, ໃນນັ້ນ ກັບ ສປ ຈີນ 39 ລາຍການ; ກັບ ສສ ຫວຽດນາມ 18 ລາຍການ; ກັບ ໄທ 17 ລາຍການ, ທຽບໃສ່ປີ 2020 ເພີ່ມຂຶ້ນ 42 ລາຍການ ໃນນັ້ນ ກັບ ສປ ຈີນ ເພີ່ມຂຶ້ນ 32 ລາຍການ, ກັບ ສສ ຫວຽດນາມ ເພີ່ມຂຶ້ນ 6 ລາຍການ ແລະ ກັບ ໄທ ເພີ່ມຂຶ້ນ 4 ລາຍການແລະ ສະເພາະສົ່ງອອກໄປ ສະຫະພາບເອີຣົບ (EU) ແມ່ນເປີດຮັບທຸກປະເພດສິນຄ້າ, ແຕ່ຕ້ອງປະຕິບັດໄດ້ຕາມເງື່ອນໄຂການນໍາເຂົ້າ ຂອງສະຫະພາບເອີຣົບ. ພ້ອມກັນນັ້ນ,ກຳລັງຮ່າງສັນຍາມີ ໝາກມ່ວງ, ສຳເລັດການປະເມີນຄວາມສ່ຽງສັດຕູພືດ ເພື່ອນຳສົ່ງໃຫ້ ສປ ຈີນ ພິຈາລະນາ ຈຳນວນ 27 ລາຍການ.
ໃນໄລຍະ 4 ປີເຄີງຜ່ານມາສາມາດສົ່ງອອກໄດ້ທັງໝົດ 7,508.48 ລ້ານໂດລາ ຫຼື ສະເລ່ຍເທົ່າກັບ 1,668.55 ລ້ານໂດລາຕໍ່ປີ, ລື່ນແຜນການ 39% ຂອງແຜນການ (1,2 ຕື້ໂດລາຕໍ່ປີ) ໃນນັ້ນ:ພືດ ແລະ ຜະລິດຕະພັນພືດ: ໄລຍະ 05ປີ 2021-2025 ມູນຄ່າການສົ່ງອອກ ປະຕິບັດໄດ້ 6,69 ຕື້ໂດລາ,ສະເລ່ຍ 1,33 ຕື້ໂດລາ/ປີ;ລື່ນແຜນການ 21%(ແຜນການ 5,5 ຕື້ໂດລາ ຫຼື 1,10 ຕື້ໂດລາ/ປີ), ໃນນັ້ນ, ສະເພາະດ້ານປູກຝັງ ກວມເອົາ 76% (5,05 ຕື້ໂດລາ),ຢາງພາລາ ກວມເອົາ 22%, ປະເພດໄມ້ ແລະ ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ກວມເອົາ 2%. ພືດ ແລະ ຜະລິດຕະພັນພືດ ປະຕິບັດໄດ້ 4,923.92 ລ້ານໂດລາ ຫຼື ສະເລ່ຍ ເທົ່າກັບ 1,094.20 ລ້ານໂດລາ/ປີ ເທົ່າກັບ 99.47% ຂອງແຜນການ (ແຜນການ 1.100 ລ້ານໂດາ/ປີ); ສັດ ແລະ ຜະລິດຕະພັນສັດ:ປະຕິບັດໄດ້ 442.76 ລ້ານໂດລາ ຫຼື ສະເລ່ຍ ເທົ່າກັບ 98.39 ລ້ານໂດລາ/ປີ ເທົ່າກັບ 98% ຂອງແຜນການ (ແຜນການ 100 ລ້ານໂດລາ/ປີ) ການສົ່ງອອກ ໄມ້, ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ ປະຕິບັດໄດ້ 2,141.80 ລ້ານໂດລາ ຫຼື 475.96 ລ້ານໂດລາ/ປີ.
ສໍາລັບການນຳເຂົ້າສິນຄ້າ ຜ່ານດ່ານກັກກັນພືດ:ເຫັນວ່າມີມູນຄ່າເພີ່ມຂຶ້ນ, ໃນປີ 2024 ມີມູນຄ່າ 121.06 ລ້ານໂດລາ ທຽບໃສ່ປີ 2023 ເພີ່ມຂຶ້ນ 11.13 ລ້ານໂດລາ ໃນນັ້ນ, ພືດຜັກ, ປະເພດຖົ່ວ, ປະເພດໝາກໄມ້, ປະເພດດອກໄມ້ ແລະ ເບ້ຍໄມ້ ແມ່ນມີການນໍາເຂົ້າຫຼຸດລົງຈາກປີກ່ອນ. ສໍາລັບພືດທີ່ນຳເຂົ້າຫຼາຍກວ່າໝູ່ໄດ້ແກ່ ໄມ້ກະຖິນນະລົງ, ກາກຖົ່ວເຫຼືອງ, ເຂົ້າຫວີດ ແລະ ກາກພືດທັນຍາຫານ.