Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກຳປູເຈຍເຂົ້າຢ້ຽມຂໍ່ານັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນກຳປູເຈຍເຂົ້າຢ້ຽມຂໍ່ານັບ

0
4

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານພົນເອກ ເຕຍໄສຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ, ເຂົ້າຢ້ຽມຂໍ່ານັບ, ເມື່ອວັນທີ 14 ຕຸລານີ້ ທີ່ຫ້ອງຮັບແຂກສຳນັກງານນາຍົກລັດຖະມົນຕີ, ໃນ ໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 13-16 ຕຸລານີ້.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຕ້ອນຮັບຊົມ ເຊີຍ ແລະ ຕີລາຄາສູງຕໍ່ທ່ານພົນເອກ ເຕຍໄສຫາ ພ້ອມຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ໂດຍສະເພາະມາເຂົ້າຮ່ວມກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນ ປະເທດລາວ-ຫວຽດນາມ-ກຳປູເຈຍ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ເພື່ອສືບຕໍ່ສົ່ງເສີມ, ຊຸກຍູ້ເພີ່ມທະວີຮັດແໜ້ນຄວາມສາມັກຄີ, ເສີມຂະ ຫຍາຍສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສອງລັດ, ສອງກອງທັບ ແລະ ປະຊາຊົນສອງ ຊາດລາວ-ກຳປູເຈຍທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແດກດອກອອກຜົນຍິ່ງໆຂຶ້ຶນ, ທ່ານນາຍົກລັດຖະ ມົນຕີຍັງໄດ້ອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວຈົ່ງປະສົບຜົນຜົນສຳເລັດໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ອີກດ້ວຍ.

ທ່ານພົນເອກ ເຕຍໄສຫາ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນີ້ຍັງໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານໄດ້ຮັບຊາບອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here