Home ຂ່າວຕ່າງປະເທດ ອີຢູ ນຳໃຊ້ລະບົບເຂົ້າ-ອອກເມືອງ ດີຈີຕອນ ຢ່າງເປັນທາງການ

ອີຢູ ນຳໃຊ້ລະບົບເຂົ້າ-ອອກເມືອງ ດີຈີຕອນ ຢ່າງເປັນທາງການ

0
4

ວິທະຍຸກະຈາຍສຽງຫວຽດນາມ, ບັນດາປະເທດສະມາຊິກສະຫະພາບເອີຣົບ (EU) ເລີ່ມຜັນຂະຫຍາຍລະບົບເຂົ້າ-ອອກເມືອງດີຈິຕອນ ຢ່າງເປັນທາງການໄດ້ເອີ້ນວ່າລະບົບເຂົ້າ-ອອກເມືອງ (EES) ຢູ່ບັນດາເຂດຊາຍແດນ. ການຜັນຂະຫຍາຍ ໂຄງການນີ້ມີຄວາມໝາຍ ແມ່ນນັບແຕ່ປັດຈຸບັນພົນລະເມືອງທີ່ບໍ່ຂຶ້ນກັບ EU ຕ້ອງຈົດທະບຽນຂໍ້ມູນຊີວະມິຕິ ລວມມີ: ລາຍ ມື ແລະ ຖ່າຍຮູບ ເມື່ອເຂົ້າເມືອງຄັ້ງທຳອິດຢູ່ເຂດ Schengen. ສຳລັບບັນດາການເດີນທາງຫລັງຈາກນັ້ນ, ພຽງແຕ່ຢັ້ງຢືນຊື່ ແລະ ນາມສະກຸນທາງຊີວະມິຕິເທົ່ານັ້ນ. ບັນດາສະໜາມບິນໃຫຍ່ຄື: ອີຕາລີ, ລວມມີສະໜາມບິນ Fiumicino ແລະ Malpensa, ພ້ອມກັບທ່າກຳປັ່ນ Genoa ແລະ Civitavecchia ໄດ້ເລີ່ມນຳໃຊ້ລະບົບໃໝ່ນີ້ ໃນວັນ ທີ 12 ຕຸລາ, ໃນຂະນະທີ່ເຢຍລະມັນ ເລີ່ມຜັນຂະຫຍາຍຢູ່ Stuttgart.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here