ກອງປະຊຸມຄົບຄະນະຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ປະຈຳ ປີ 2025 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ມີທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ບັນດາປະທານ-ຮອງປະທານກໍາມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ ທີ່ກ່ຽວຂ້ອງ, ມີປະທານ ແລະ ຮອງປະທານສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງ ກສຕສ ໃນ ຂອບ ເຂດທົ່ວປະເທດ ເຂົ້າຮ່ວມ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະຂອງກໍາມາທິການຄັ້ງນີ້, ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຕີລາຄາຄືນ ຕໍ່ການຈັດຕັ້ງປະຕິ ບັດວຽກງານ ພົ້ນເດັ່ນທີ່ເກີດຂຶ້ນໃນສັງຄົມ ຕິດພັນກັບວຽກງານໃນຂົງເຂດເສດຖະກິດ ທີ່ຢູ່ໃນຄວາມຮັບຜິດຊອບຂອງກໍາມາທິການ; ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງການທີ່ກ່ຽວຂ້ອງ ແລະ ວາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ ໃຫ້ມີຄວາມເປັນເອກະພາບກັນ, ຮັບ ປະກັນການປະຕິບັດວຽກງານເປັນເສນາທິການ ໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ກໍຄື ວຽກງານຂອງສະພາແຫ່ງຊາດ ມີປະສິດທິພາບ ແລະ ມີປະສິດທິຜົນດີຂຶ້ນ.

ກອງປະຊຸມໄດ້ ຜ່ານຮ່າງບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານປີ 2026, ການເຄື່ອນໄຫວວຽກງານປະຈໍາ 5 ປີ (2021-2025) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ຜົນການປະເມີນຄືນໂຄງການຂຸດຄົ້ນແຮ່ທາດ ແລະ ການຫັນໂຄງການທົດລອງ ມາເປັນໂຄງການປົກກະຕິ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 133/ສພຊ, ລົງວັນທີ 01 ກໍລະກົດ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການ ຈັດຕັ້ງປະຕິບັດໂຄງການລົງທຶນດ້ານແຮ່ທາດໃນໄລຍະຜ່ານມາ ແລະ ແຜນການຈັດ ຕັ້ງປະຕິບັດວຽກງານໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານການເຊົ່າ ແລະ ສໍາປະທານທີ່ດິນ ຂອງບັນດາໂຄງການລົງ ທຶນໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບການອະນຸມັດຜ່ານມາ ແລະ ທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນ ອອກໃບຕາດິນໃນຂອບເຂດທົ່ວປະເທດ, ລວມທັງການຈັດຕັ້ງປະຕິບັດມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການພິຈາລະນາຮັບ ຮອງການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້.
ກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ສົນທະນາ ປຶກສາຫາລື, ປະກອບຄວາມເຫັນຢ່າງກົງໄປກົງມາ ໂດຍທຽບໃສ່ພຶດຕິກຳຕົວຈິງ ໃນສະ ພາບປັດຈຸບັນທີ່ເກີດຂຶ້ນຢູ່ທ້ອງຖິ່ນ ແລະ ຂະແໜງການຂອງຕົນ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມມີຄວາມຄົບຖ້ວນ, ສົມບູນ ໂດຍສະເພາະບັນດາວຽກສຳຄັນພົ້ນເດັ່ນທີ່ເປັນການສະໜັບສະໜູນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງສົກປີ ແລະ ເປັນທິດທາງແຜນການໃຫ້ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດໃຫ້ມີຄວາມຄືບໜ້າ ແລະ ປະສິດທິຜົນຂຶ້ນຕື່ມ.
ໂອກາດນີ້, ທ່ານ ສົມມາດ ພົນເສນາ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ທີ່ກໍາມາທິການຍາດມາໄດ້ໃນ 1 ປີ ກໍຄື ຕະຫລອດໄລຍະ 5 ປີຜ່ານມາ, ທັງເນັ້ນໜັກໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ການຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງ ລວມທັງການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ໃນການຄົ້ນຄວ້າ ແລະ ເຂົ້າຮ່ວມແຕ່ຫົວທີ ເພື່ອຄວາມເປັນເອກະພາບທາງດ້ານເນື້ອໃນ, ຂໍ້ມູນ ແລະ ບັນດາມາດຕະການຕ່າງໆ ໃນການຈັດຕັ້ງປະຕິ ບັດກົດໝາຍ, ມະຕິ ແລະ ຄຳສັ່ງຕ່າງໆ ຕາມຂົງເຂດຄວາມຮັບຜິດຊອບ ໃຫ້ມີຄວາມຖືກຕ້ອງ, ທັນການ ແລະ ສອດຄ່ອງຕາມກົດໝາຍ.
ຂ່າວ: ສພຊ