Home ຂ່າວໜ້າໜຶ່ງ ສານວັນແຫ່ງຊາດຕ້ານຢາເສບຕິດ ຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ

ສານວັນແຫ່ງຊາດຕ້ານຢາເສບຕິດ ຂອງທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ

0
5

ປະຊາຊົນລາວບັນດາເຜົ່າ, ບັນດາສະຫາຍໃນອົງການຈັດຕັ້ງພັກ, ລັດຖະບານ, ບັນດາທ່ານໃນອົງການ ຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ຊາວຕ່າງດ້າວທີ່ເຂົ້າມາດຳເນີນທຸລະກິດ, ດຳລົງຊີວິດຢູ່ ສປປ ລາວ ທີ່ນັບຖື ແລະ ຮັກແພງ !

ຂ້າພະເຈົ້າ, ຕາງໜ້າໃຫ້ລັດຖະບານ ກໍຄື ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ໃນນາມສ່ວນຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ ແລະ ພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ເຊິ່ງຈະເປັນໂອກາດທີ່ດີໃຫ້ພວກເຮົາໄດ້ສະຫລຸບຜົນງານ, ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດໄລຍະ 1 ປີທີ່ຜ່ານມາ.

ເປັນທີ່ຊາບກັນແລ້ວວ່າ: ສະພາບບັນຫາຢາເສບຕິດໄດ້ແຜ່ລະບາດຢູ່ທົ່ວໂລກ, ມັນໄດ້ເພີ່ມຄວາມເປັນອັນຕະລາຍຕິດພັນ ເເລະ ເປັນຕົ້ນເຫດຂອງການກໍ່ອາຊະຍາກຳອື່ນໆ ເປັນຕົ້ນກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທີ່ໃຊ້ຄວາມຮຸນແຮງຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນ, ກາຍເປັນໄພຂົ່ມຂູ່ຕໍ່ສະພາບການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍຄື ບັນດາປະຊາຊາດໃນທົ່ວໂລກ. ສປປ ລາວ ມີທີ່ຕັ້ງພູມສາດໃນອານຸພາກພື້ນລຸ່ມແມ່ນໍ້າຂອງ, ມີຊາຍແດນຕິດຈອດກັບຫລາຍປະເທດ; ສປປ ລາວ ໄດ້ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດ ຊຶ່ງເປັນເງື່ອນໄຂໃຫ້ລາວກາຍເປັນທາງຜ່ານໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນ ທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ. ສະພາບບັນຫາຢາເສບຕິດຢູ່ ສປປ ລາວ ກໍຄື ກັບຫລາຍປະເທດໃນໂລກໄດ້ແຜ່ລະບາດ, ແຕ່ຕົວເມືອງໄປສູ່ຊົນນະບົດໃນຫລາຍລະດັບທີ່ແຕກຕ່າງກັນ; ໄດ້ກາຍເປັນສາເຫດພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ; ຈໍານວນຄະດີຢາເສບຕິດ, ຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດ ແຕ່ລະປະເພດທີ່ຢຶດ ແລະ ຈັບໄດ້ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ, ເລ່ລ່ຽມການເຄື່ອນໄຫວລັກລອບຂົນສົ່ງ, ຄ້າຂາຍ, ຈໍາໜ່າຍຢາເສບຕິດມີລັກສະນະເລິກແລບ ແນບນຽນດ້ວຍຫລາຍວິທີການ, ມີຮູບການທີ່ສະຫລັບສັບຊ້ອນ; ມີການຊຸກເຊື່ອງ, ປະສົມສິ່ງເສບຕິດລົງໃນຜະລິດຕະພັນບາງຊະນິດທີ່ສັງຄົມນຳໃຊ້ ແລະ ບໍ ລິໂພກປະຈໍາວັນ; ກຸ່ມຄົນເຫລົ່າ ນັ້ນເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ; ນໍາໃຊ້ພາຫະນະ ແລະ ອຸປະກອນທີ່ທັນສະໄໝ, ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ.

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງໃນການແກ້ໄຂບັນຫາດັ່ງກ່າວໃຫ້ເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ໃນປີຜ່ານມາ, ກະຊວງ ປກສ ໃນນາມເປັນເສນາທິການໃຫ້ສູນກາງພັກ, ລັດຖະບານ ກໍຄື ການນຳພາ, ຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ 2024-2025 ຢ່າງຈິງຈັງຕະຫລອດມາ; ມາຮອດເວລານີ້ເປັນໄລຍະສືບຕໍ່ຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວຮອດທ້າຍປີ 2025 ເຊິ່ງທຸກພາກສ່ວນ, ທຸກຂະແໜງການທີ່ກ່ຽວຂ້ອງໄດ້ສຸມໃສ່ 6 ວຽກຈຸດສຸມທີ່ກຳນົດໄວ້ທັງໄດ້ຈັດຕັ້ງປະຕິ ບັດເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າ ໂດຍສະເພາະວຽກງານສ້າງຄວາມຮັບຮູ້ ທົ່ວສັງຄົມດ້ວຍການໂຄສະນາສ້າງຈິດສຳນຶກ, ສຶກສາອົບຮົມ, ເຜີຍແຜ່ລະບຽບກົດໝາຍຜົນຮ້າຍຂອງຢາເສບຕິດ, ບັນດາກິດຈະກໍາປິ່ນອ້ອມທີ່ສະແດງເຖິງ ພິດໄພຜົນຮ້າຍຂອງສິ່ງເສບຕິດຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ. ພິເສດໃນປີ 2025 ນີ້, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ພວກເຮົາໄດ້ຈັດງານແຂ່ງຂັນຮ້ອງເພງ, ກອນຂັບ-ລຳ ແລະ ລະຄອນສັ້ນ ທົ່ວປະເທດຄັ້ງທີ I ຂຶ້ນ; ພາຍໃຕ້ຫົວຂໍ້ “ພິດໄພຜົນຮ້າຍຂອງຢາເສບຕິດ” ຊຶ່ງມີຜົນງານເຂົ້າແຂ່ງຂັນຢ່າງຫລວງຫລາຍ; ຜົນການແຂ່ງຂັນນີ້ ກໍສະແດງໃຫ້ເຫັນວ່າການສ້າງຄວາມຮັບຮູ້ທົ່ວສັງຄົມ ໄດ້ເຮັດໃຫ້ນັກຮຽນ, ນັກສຶກສາ, ຊາວໜຸ່ມ-ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍຄວາມເປັນອັນ ຕະລາຍຂອງຢາເສບຕິດ. ພ້ອມກັນນີ້, ທົ່ວປວງຊົນລາວໄດ້ສ້າງຄວາມເຂັ້ມແຂງໃນຊຸມຊົນ ດ້ວຍການເຮັດໃຫ້ປະຊາຊົນ, ຊາວຄ້າຂາຍ, ກຳມະກອນ ແລະ ຊາວນາຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເພີ່ມຂຶ້ນ ເປັນຕົ້ນ ສະຖາບັນຄອບ ຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ໃກ້ ຊິດ, ແທດເຖິງຮາກຖານປະຊາຊົນ; ດ້ວຍການນໍາພາ-ຊີ້ນໍາເຮັດຕົວຈິງດ້ວຍຫລາຍວິທີ ທີ່ເປັນລະບົບຕໍ່ເນື່ອງ. ນອກນັ້ນ, ພວກເຮົາຍັງໄດ້ເອົາໃຈໃສ່ສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ບັນດາຄອບຄົວຂອງປະຊາຊົນບັນດາເຜົ່າຢູ່ເຂດພູດອຍ, ຫ່າງໄກສອກຫລີກ, ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດຜັກເປັນສິນຄ້າເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ; ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດແມ່ນໄດ້ຮັບການບໍາບັດປິ່ນປົວ, ຟື້ນຟູຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດທີ່ມີປະສິດທິພາບພໍສົມ ຄວນ. ໃນປັດຈຸບັນ, ລັດຖະບານ ໄດ້ສ້າງສູນບຳບັດປິ່ນປົວ, ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດຂຶ້ນ, ເປັນສູນຕົວແບບເພື່ອເປັນບ່ອນແລກປ່ຽນຂໍ້ມູນຂ່າວສານ ເຮັດໃຫ້ບັນດາສູນ ທີ່ຂຶ້ນກັບລັດໃນທົ່ວປະເທດມີຄວາມເຂັ້ມແຂງໃນການປິ່ນປົວ ຜູ້ຖືກເຄາະຮ້າຍເຫລົ່ານັ້ນທັງເຮັດໃຫ້ເຂົາເຈົ້າໄດ້ກັບຄືນເປັນຄົນທີ່ມີຄຸນຄ່າໃນສັງຄົມ. ຄຽງຄູ່ກັນນັ້ນ, ລັດຖະບານຍັງໄດ້ມອບໜາຍໃຫ້ທຸກພາກສ່ວນ ຮ່ວມກັນປະຕິບັດວຽກງານ 3 ສ້າງຕິດພັນກັບການສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການທັງພາກລັດ ແລະ ເອກະຊົນຢູ່ທ້ອງຖິ່ນຕ່າງໆໃຫ້ປອດຢາເສບຕິດ; ໄດ້ເອົາໃຈໃສ່ເພີ່ມຄວາມສໍາຄັນຕໍ່ການປະຕິບັດມາດຕະການ ດ້ານກົດໝາຍຕໍ່ຜູ້ກະທຳຜິດ; ສະເພາະໃນປີນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ໄດ້ເພີ່ມທະວີຄວາມເປັນເຈົ້າການສາມາດສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດໄດ້ຫລາຍກໍລະນີ ເປັນຕົ້ນ ໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດອາວຸດເສິກ, ຢືດຊັບສິນວັດຖຸຂອງກາງ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ແອບແຝງນໍາຜ່ານປະເທດເຮົາ ແລະ ທີ່ສຳຄັນເຈົ້າໜ້າທີ່ສາມາດຈັບກຸມຜູ້ກະທຳຜິດ ມານຳເນີນຄະດີຕາມລະບຽບກົດໜາຍໃນແຕ່ລະຂັ້ນຕອນຢ່າງຖືກຕ້ອງ, ຍຸຕິທໍາ; ການຈັດຕັ້ງປະຕິບັດວຽກງານກອງທຶນຄວບຄຸມສະກັ້ນກັດ ແລະ ຕ້ານຢາເສບຕິດສູນກາງ, ບັນດາແຂວງທົ່ວປະເທດ ກໍສາມາດເກັບກຳທ້ອນໂຮມ, ສະສາງຊັບສິນໃນຄະດີຢາເສບຕິດທີ່ສານຕັດສິນຮິບເປັນຂອງລັດ ເຂົ້າງົບປະມານຮັບໃຊ້ແກ້ໄຂວຽກງານວິຊາສະເພາະ ຂອງກໍາລັງຕໍາຫລວດຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຈໍານວນໜຶ່ງ.

ພັກ, ລັດຖະບານ ຍັງໄດ້ເອົາໃຈໃສ່ເພີ່ມທະວີການຮ່ວມມື ກັບພາກພື້ນ ແລະ ສາກົນ, ໃນປີທີ່ຜ່ານມາລາວໄດ້ເຂົ້າຮ່ວມກອງປະຊຸມໃນລະດັບຕ່າງໆ ທີ່ກ່ຽວພັນເຖິງການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ກໍຄື ສປປ ລາວ ໄດ້ເປັນພາຄີສົນທິສານຍາສອງຝ່າຍ, ສາມຝ່າຍ ແລະ ຫລາຍຝ່າຍ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເຊິ່ງສະແດງໃຫ້ເຫັນວ່າບັນດາປະເທດໃນພາກພື້ນ ກໍຄື ໃນທົ່ວໂລກໄດ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນວຽກງານໜຶ່ງທີ່ສໍາຄັນ ແລະ ພ້ອມທີ່ຈະຮ່ວມກັນແກ້ໄຂໃຫ້ມີຜົນສໍາເລັດ ເປັນຮູບປະທຳໃນແຕ່ລະໄລຍະ.

ປະຊາຊົນລາວບັນດາເຜົ່າທີ່ນັບຖື !.

ປັດຈຸບັນ, ການຄ້າຂາຍ, ຂົນສົ່ງ, ມີຢາເສບຕິດໄວ້ໃນຄອບຄອງໄດ້ກາຍເປັນຂະບວນການຂ້າມຊາດ, ເຖິງວ່າຫລາຍປະເທດ ໄດ້ເພີ່ມທະວີມາດຕະການທາງກົດໝາຍທີ່ເດັດຂາດ, ມີຄວາມພະຍາຍາມໃນການສະກັດກັ້ນ ແລະ ແກ້ໄຂບັນຫານີ້ຢ່າງຕໍ່ເນື່ອງປານໃດກໍຕາມ, ແຕ່ບັນຫາດັ່ງກ່າວຢູ່ພາກພື້ນ ກໍຄື ຢູ່ໃນໂລກຍັງມີທ່າອ່ຽງຮຸນແຮງຂຶ້ນຢ່າງໜ້າເປັນຫ່ວງ; ສໍາລັບ ຢູ່ ສປປ ລາວ, ການເສບ, ການຄ້າ-ຂາຍ, ຂົນສົ່ງຢາເສບຕິດ ໂດຍສະເພາະ ແມ່ນພວກຄົນບໍ່ດີນໍາເອົາຜະລິດຕະພັນເຄື່ອງດື່ມທີ່ຖືກກົດໝາຍປະ ສົມສານເສບຕິດ, ນໍ້າກະທ້ອມ ແລະ ຢາສູບໄຟຟ້າໄດ້ລະບາດ, ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະ ບົດ, ເຂດຫ່າງໄກ. ປັດຈຸບັນ, ຢູ່ຫລາຍທ້ອງຖິ່ນ ໄດ້ມີຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ, ກຳມະກອນຢູ່ຕາມໂຮງຈັກໂຮງງານຈຳນວນບໍ່ໜ້ອຍ ໄດ້ຕົກເປັນທາດຂອງສິ່ງເສບຕິດ; ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນໜຶ່ງໄດ້ພາກັນສ້າງຄວາມສັບສົນ-ວຸ້ນວາຍ, ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆ ພາຍໃນຄອບ ຄົວ ກໍຄື ຢູ່ຊຸມຊົນ-ສັງຄົມ; ເກີດມີການຂີ້ລັກງັດແງະ, ປຸ້ນຈີ້, ຊີງຊັບ, ລັກພາຕົວ, ຄ້າມະນຸດ, ລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດເຫດຕາມທ້ອງຖະໜົນ, ກໍ່ອາລະວາດຜິດຖຽງ-ຕີກັນ ແລະ ອື່ນໆ.

ເພື່ອສະກັດກັ້ນບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເພີ່ມຄວາມຮຸນແຮງຂຶ້ນນັ້ນ. ໃນຕໍ່ໜ້າ, ຂ້າພະເຈົ້າຮຽກຮ້ອງມາຍັງກະຊວງ, ອົງການ ແລະ ທ້ອງ ຖິ່ນທຸກໆຂັ້ນໃນທົ່ວປະເທດຈົ່ງໄດ້ໃຫ້ການຮ່ວມມື ແລະ ເອົາໃຈໃສ່ບາງບັນຫາຄື: ໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ, ເປັນໜ້າທີ່ຂອງທຸກພາກສ່ວນ, ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ພ້ອມທັງກໍານົດເອົາວຽກງານດັ່ງກ່າວ ເຂົ້າເປັນວຽກຈຸດສຸມໜຶ່ງທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ດ້ວຍການສືບຕໍ່ເອົາ ໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະສືບຕໍ່ ຮອດທ້າຍປີ 2025 ທັງຈັດຕັ້ງສະຫລຸບ, ຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫລາຍຮູບການເພື່ອສ້າງຈິດສຳນຶກໃຫ້ປະ ຊາຊົນລາວບັນດາເຜົ່າ ໂດຍສະເພາະໄວໜຸ່ມ-ຊາວໜຸ່ມ, ເຍົາວະຊົນ ເຫັນໄດ້ເຖິງພິດໄພ, ຜົນຮ້າຍຂອງສິ່ງເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍກ່ຽວກັບຢາເສບຕິດ; ປຸກລະດົມຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫລາຍຂຶ້ນໃນທຸກພາກສ່ວນຂອງສັງຄົມ; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເພື່ອໃຫ້ຜູ້ທີ່ໄດ້ຮັບການປິ່ນປົວ ມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄອບຄົວ ແລະ ສັງຄົມຢ່າງມີຄຸນນະພາບ; ສຸມໃສ່ການປະຕິບັດມາດຕະການທາງກົດໝາຍທີ່ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ, ສືບຕໍ່ສ້າງ, ປັບ ປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະ ກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນ, ຂະແໜງການທີ່ກ່ຽວຂ້ອງ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ, ຮັບປະກັນໃຫ້ການແກ້ໄຂບັນຫາຢາເສບຕິດໄດ້ຮັບການຈັດຕັ້ງປະຕິບັດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້; ສືບຕໍ່ປັບປຸງກົງຈັກສະພາບໍລິຫານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃນທົ່ວປະເທດໃຫ້ສຳເລັດ, ມີຄວາມເປັນເອກະພາບ ສາມາດສະໜອງງົບປະມານຮັບໃຊ້ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ໃນລະດັບໃດໜຶ່ງທີ່ແນ່ນອນ; ເອົາໃຈ ໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ, ຊຸກຍູ້ສົ່ງ ເສີມ, ຊ່ວຍເຫລືອໃຫ້ເຂົາເຈົ້າໄດ້ມີເງື່ອນໄຂຫັນໄປປະກອບອາຊີບອື່ນ ທີ່ໝັ້ນຄົງແທນການປູກພືດທີ່ມີສານເສບຕິດຜິດກົດໝາຍ, ພ້ອມທັງໃຫ້ດໍາເນີນມາດຕະການດ້ານກົດໝາຍຢ່າງເດັດຂາດຕໍ່ຜູ້ກະທໍາຜິດ; ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນ, ການປະກອບສ່ວນເຂົ້າໃນການປູກພືດທົດແທນ ແລະ ການສະໜອງຂໍ້ມູນທີ່ຈໍາເປັນລວມທັງປະສານງານໃນການຕ້ານການລັກລອບຄ້າຂາຍ, ລຳລຽງຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕົ້ນຕາມບໍລິເວນຊາຍແດນ.

ໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດປີນີ້, ຕາງໜ້າໃຫ້ສູນກາງພັກ, ລັດຖະບານ ກໍຄື ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຂຸ້ນຂ້ຽວ ແລະ ຕັ້ງໜ້າ. ພ້ອມກັນນີ້, ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ຜູ້ປະກອບການທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫລືອທາງດ້ານທຶນຮອນ, ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດຢູ່ ສປປ ລາວ ດ້ວຍດີຕະຫລອດມາ ແລະ ຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫລືອດັ່ງກ່າວໃນຕໍ່ໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here