Home ຂ່າວກິລາ ຫລວງພະບາງ ຕັ້ງເປົ້າໃຫ້ໄດ້ 70 ຫລຽນໃນມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ຫລວງພະບາງ ຕັ້ງເປົ້າໃຫ້ໄດ້ 70 ຫລຽນໃນມະຫະກຳກິລາແຫ່ງຊາດ ຄັ້ງທີ 12

0
6

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ແຂວງຫລວງພະບາງ ຈະສົ່ງນັກກິລາເຂົ້າຮ່ວມຊີງຫລຽນລາງວັນ 21 ປະເພດກິລາ ປະກອບມີ: ມວຍສາກົນ, ກະຕໍ້, ຊິນລອນ, ບານເຕະຊາຍ, ບານບ້ວງ, ເປຕັງ, ໜ້າເກັກ, ບານສົງໃນຮົ່ມ-ຫາດຊາຍ, ດອກປີກໄກ່, ລອຍນ້ຳ, ໜາກເສິກ, ໜາກຂ່າງ, ເທັນນິດ, ປິ່ງປ່ອງ, ວູຊູ, ເທຄວັນໂດ, ຍິງປືນ, ມວຍລາວ-ຟ້ອນລາຍລາວ, ແລ່ນ-ລານ, ເຮືອຊ່ວງ, ຄາລະເຕໂດ-ຟ້ອນມວຍ ແລະ ກັອຟ, ລວມມີ ນັກກິລາ, ຄູຝຶກ ແລະ ຄະນະນໍາເຂົ້າຮ່ວມທັງໝົດ 371 ຄົນ, ພ້ອມທັງຕັ້ງເປົ້າຈະໃຫ້ໄດ້ 70 ຫລຽນ ໃນນີ້, ຫລຽນຄໍາ 16 ຫລຽນ, ຫລຽນເງິນ 21 ຫລຽນ ແລະ ຫລຽນທອງແດງ 33 ຫລຽນ.

ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ແຂວງຫລວງພະບາງ ເມື່ອບໍ່ດົນມານີ້ ກ່ຽວກັບຄວາມພ້ອມສົ່ງນັກກິລາຂອງແຂວງຫລວງພະບາງ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12 ໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ ນະຄອນຫລວງວຽງຈັນ ເປັນເຈົ້າພາບ ວ່າ: ເພື່ອກະກຽມຄວາມພ້ອມ ຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບບັນດາຄະນະຮັບຜິດຊອບ ສະຫະພັນກິລາຂອງແຂວງ ເພື່ອຄົ້ນຄວ້າ ເລືອກເຟັ້ນນັກກິລາ, ຄູຝຶກ ຜູ້ທີ່ມີເງື່ອນໄຂ, ມາດຖານເປັນຄູຝຶກ-ນັກກິລາ ແລະກຳນົດສະຖານທີ່ພັກເຊົາ ຂອງນັກກິລາທີ່ຈະເຂົ້າຮ່ວມ, ເຊິ່ງໄດ້ຮັບການລາຍງານຄວາມພ້ອມ ຂອງກິລາແຕ່ລະປະເພດ ເປັນຕົ້ນ ຈໍານວນນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ, ອຸປະກອນການຝຶກຊ້ອມ, ຕາຕະລາງການຝຶກຊ້ອມ ແລະ ເປົ້າໝາຍຈະຄວ້າຫລຽນລາງວັນ.

ທ່ານ ສຸລິເດດ ແກ້ວບົວລະເພັດ ໃຫ້ຮູ້ວ່າ: ສໍາລັບຜົນງານຂອງ ແຂວງຫລວງພະບາງ ໃນມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ປີ 2022 ຜ່ານມາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ສາມາດຍາດໄດ້ 12 ຫລຽນຄໍາ, 21 ຫລຽນເງິນ ແລະ 42 ຫລຽນທອງ ລວມທັງໝົດ 75 ຫລຽນ, ຈັດຢູ່ອັນດັບທີ 10 ຂອງຕາຕະລາງສະຫລຸບຫລຽນ ຈາກທັງໝົດ 22 ປະເພດ ທີ່ສົ່ງເຂົ້າຮ່ວມແຂ່ງຂັນ, ໃນນັ້ນ 12 ຫລຽນຄໍາ ໄດ້ຈາກ ລອຍນໍ້າ 4 ຫລຽນ, ວູຊູ 2 ຫລຽນ, ຍິງປືນ 1 ຫລຽນ, ມວຍລາຍລາວ 1 ຫລຽນ, ຄາຣາເຕໂດ 1 ຫລຽນ, ໜ້າເກັກ 1 ຫລຽນ, ແລ່ນ-ລານ 1 ຫລຽນ, ກະຕໍ້ 1 ຫລຽນ; 21 ຫລຽນເງິນ ໄດ້ຈາກ ລອຍນໍ້າ 3 ຫລຽນ, ວູຊູ 1 ຫລຽນ, ຍິງປືນ 2 ຫລຽນ, ມວຍລາຍລາວ 2 ຫລຽນ, ຄາຣາເຕໂດ 2 ຫລຽນ, ໜ້າເກັກ 1 ຫລຽນ, ແລ່ນ-ລານ 1 ຫລຽນ, ເທຄວັນໂດ 2 ຫລຽນ, ມວຍສາກົນ 2 ຫລຽນ, ບານບ້ວງ 2 ຫລຽນ, ໝາກເສິກ 1 ຫລຽນ, ເປຕັງ 1 ຫລຽນ, ໝາກຂ່າງ 1 ຫລຽນ ແລະ 42 ຫລຽນທອງ ໄດ້ຈາກລອຍນໍ້າ 3 ຫລຽນ, ວູຊູ 5 ຫລຽນ, ຍິງປືນ 8 ຫລຽນ, ມວຍລາຍລາວ 5 ຫລຽນ, ຄາຣາເຕໂດ 1 ຫລຽນ, ກະຕໍ້ 3 ຫລຽນ, ເທຄວັນໂດ 7 ຫລຽນ, ມວຍສາກົນ 1 ຫລຽນ, ເປຕັງ 1 ຫລຽນ, ໝາກເສິກ 2 ຫລຽນ, ເທັນນິດ 3 ຫລຽນ, ບານເຕະຍິງ 1 ຫລຽນ, ປິງປ່ອງ 1 ຫລຽນ ແລະ ຖີບລົດ 1 ຫລຽນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here