Home ຂ່າວໜ້າໜຶ່ງ 80 ປີ​ ຂະ​ແໜງ​ການ​ຕ່າງ​ປະ​ເທດລາວ ແລະ ຫວຽດນາມ ​ຮັບ​ໃຊ້​ປະ​ເທດ​ຊາດ ແລະ​ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນນັບ​ມື​ນັບ​ຂະ​ຫຍາຍ​ຕົວ

80 ປີ​ ຂະ​ແໜງ​ການ​ຕ່າງ​ປະ​ເທດລາວ ແລະ ຫວຽດນາມ ​ຮັບ​ໃຊ້​ປະ​ເທດ​ຊາດ ແລະ​ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນນັບ​ມື​ນັບ​ຂະ​ຫຍາຍ​ຕົວ

0
5

ປີ 2025, ຂະ​ແໜງ​​ການ​ຕ່າງ​ປະ​ເທດ ລາວ-ຫວຽດນາມ, ​ຫວຽດ​ນາມ- ລາວ ລ້ວນ​ແຕ່​ສະ​ເຫລີມ​ສະ​ຫລອງວັນ​ສ້າງ​ຕັ້ງ​ຄົບ​ຮອບ 80 ປີ​, ໃນ​ນັ້ນ ວັນ​ທີ 28/8/ 1945 ແມ່ນ​ວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ການ ​ການ​ທູດ​ຫວຽດ​ນາມ ແລະ ວັນ​ທີ 12/10/1945 ແມ່ນ​ວັນ​ການ​ທູດ​ລາວ​. ຕະ​ຫລອດ 80 ປີ​ຜ່ານ​ມາ​, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​, ຂະ​ແໜງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ລາວ, ລາວ-ຫວຽດນາມ ລ້ວນ​ແຕ່​ມີ​ການ​ປະ​ກອບ​ສ່ວນ ​ທີ່​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ​ ຂອງ​ແຕ່​ລະ​ປະ​ເທດ ແລະ ເປັນ​ຂົວ​ຕໍ່​ອັນ​ສຳ​ຄັນ ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​ພິ​ເສດ​ ແລະ​ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ​, ລາວ-ຫວຽດນາມ;  ​ເພື່ອ​ສະ​ເຫລີ​ມ​ສະ​ຫລອງ​​ເຫດ​ການ​ທີ່​ສຳ​ຄັນ ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ ​ຫວຽດ​ນາມ- ລາວ​, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສປປ  ລາວ ຫງວຽນ ມິງ ເຕີມ ມີ​ບົດ​ຂຽນ “80 ປີ​, ຂະ​ແໜງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ລາວ ​ຮັບ​ໃຊ້​ປະ​ເທດ​ຊາດ ແລະ ​ສາຍ​ພົວ​ພັນ ຫວຽດ​ນາມ-ລາວ​”.

​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ ​ແລະ ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອ​ກະ​ພາບ ​ກໍ​ຄື​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​,​ ເຊື່ອມ​ໂຍງ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ແຕ່​ລະ​ປະ​ເທດ​, ພັກ​,ລັດ ​ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຮູ້​ສຶກ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ມີ​ເພື່ອນ​ມິດ​, ທັງ​ເປັນ​ສະ​ຫາຍ ​ແລະ ທັງ​ເປັນ​ອ້າຍ​ນ້ອງ​ທີ່​ສະ​ໜິດ​ສະ​ໜົມ ແມ່ນພັກ​ລັດ ​ແລະ ປະ​ຊາ​ຊົນ​ລາວ ຍາມ​ໃດ​ກໍຄຽງ​ບ່າ​ຄຽງ​ໄຫລ່ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​, ບັນ​ລຸ​ໄດ້​ບັນ​ດາ​ຜົນ​ສຳ​ເລັດ​ ທີ່​ເອກ​ອ້າງ​ທະ​ນົງ​ໃຈ​. ພາຍ​ໃຕ້​ການ​ນຳ​ພາ​ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ (ຕົ້ນ​ກຳ​ເນີດ​ຈາກ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ​) ເຊິ່ງ​ໄດ້​ປະ​ທານ ໂຮ່​ຈີ່​ມິງ ຜູ້​ຍິ່ງ​ໃຫຍ່​, ປະ​ທານ​ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ ທີ່​ແສນ​ເຄົາ​ລົບ​ຮັກ ໄດ້​ກໍ່​ຕັ້ງ, ​ບັນ​ດາ​ຜູ້​ນຳ ແລະ ​ປະ​ຊາ​ຊົນ​ສອງ​ປະ​ເທດ​ ໄດ້​ອອກ​ເຫື່ອ​ເທ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ​, ຜ່ານ​ຜ່າ​ວັນ​ເວລາ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ ແລະ ບັ້ນທົດ​ສອບ​ທີ່​ໜັກ​ໜ່ວງ​ຢ່າງຮ້າຍ​ກາດ​ ຂອງ​ການ​ຕໍ່​ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ຈັກ​ກະ​ພັດ ກໍ​ຄື​ຂະ​ບວນ​ວິ​ວັດ​ປ່ຽນ​ແປງ​ໃໝ່​, ເຊື່ອມ​ໂຍງ​ສາ​ກົນ​, ສາຍ​ພົວ​ພັນ​ມິດ​ຕະ​ພາບ ​ທີ່​ເປັນ​ແບບ​ຢ່າງ​, ສົດ​ໃສ​, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​, ​ສະ​ໜິດ​ຕິດ​ແໜ້ນ​ລະ​ຫວ່າງ​ ຫວຽດ​ນາມ ​ແລະ ລາວ, ລາວ ແລະ ຫວຽດນາມ ​ໄດ້​ຮັບ​ການ​ພິ​ສູດ​ໃຫ້​ເຫັນ​ວ່າ ​ແມ່ນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ແລະ ​ພັດ​ທະ​ນາ​ລວມ​,​ ເປັນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ ໃຫ້​ແກ່​ໄຊ​ຊະ​ນະ​​ການ​ປະ​ຕິ​ວັດ ​ຂອງ​ແຕ່​ລະ​ປະ​ເທດ ແລະ​ ໄດ້​ກາຍ​ເປັນ​ຊັບ​ສົມ​ບັດ​ລວມ​ຂອງ​ສອງ​ພັກ​, ສອງ​ລັດ ​ແລະ ປະ​ຊາ​ຊົນ​ສອງ​ຊາດ​.

​ນັບແຕ່ເວລານັ້ນເປັນຕົ້ນ​ຕົ້ນ​ມາ​, ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ​ແລະ ລາວ, ລາວ ແລະ ຫວຽດນາມ ​ ​ໄດ້​ຮັບ​ການ​ນຳ​ພາ​ໂດຍ​ກົງ​ ຈາກບັນ​ພະ​ບູ​ລຸດ​ບັນ​ດາ​ຜູ້​ນຳ​. ຢູ່​ຫວຽດ​ນາມ​, ປະ​ທານ​ໂຮ່​ຈີ່​ມິງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ​. ຢູ່ ສປປ ລາວ​, ປະ​ທານ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ ສຸ​ພາ​ນຸ​ວົງ ເປັນ​ຜູ້​ນຳ​ທີ່​ໄດ້​ວາງ​ພື້ນ​ຖານ​ໃຫ້​ແກ່​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຂອງ​ລາວ​, ໃນ​ນັ້ນ ປະ​ທານ ສຸ​ພາ​ນຸ​ວົງ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຜູ້​ທຳ​ອິດ​. ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ພິ​ເສດ ​ທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ສອງ​ປະ​ເທດ​, ​ໄດ້​ຮັບ​ການ​ລ້ຽງ​ດູ​ ຈາກ​ບັນ​ດາ​ບັນ​ພະ​ບຸ​ລຸດ​ປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ​, ພ້ອມ​ກັບ​ບັນ​ດາ​​ຂະ​ແໜງ​ການ​ອື່ນໆ​, ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງ​ສອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ ​ຫວຽດ​ນາມ-ລາວ, ລາວ-ຫວຽດນາມ ກໍ​ນັບ​ມື້​ນັບ​ສະ​ໜິດ​ຕິດ​ແໜ້ນ​, ສະ​ໜິດ​ສະ​ໜົມ​, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະ​ສິດ​ທິ​ຜົນ​. ທັດ​ສະ​ນະ​ຂອງ​ປະ​ທານ​ໂຮ່​ຈີ​່ມິງ “ພວກ​ເຮົາ​ຖື​ຄວາມ​ຜາ​ສຸກ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ຂອງ​ອ້າຍ​ນ້ອງ​ລາວ​ກໍ​ຄື​ຂອງ​ເຮົາ​” ແລະ ທິດ​ນຳ​ທີ່​ວ່າ “ຊ່ວຍ​ເພື່ອນ​ແມ່ນ​ຊ່ວຍ​ຕົນ​ເອງ​” ​ບັນ​ດາ​ການ​ນຳ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ ໄດ້ສືບ​ຕໍ່​ປັບ​ປຸງ ແລະ ເພີ່ມ​ພູນ​ຄູນ​ສ້າງ ​ໃຫ້​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ​ຂຶ້ນເລື້້ອຍໆ​, ທັງ​ເພື່ອ “ນ້ຳ​ໃຈ​ເພື່ອນ​ມິດ​, ນ້ຳ​ໃຈ​ສະ​ຫາຍ​, ນ້ຳ​ໃຈ​ອ້າຍ​ນ້ອງ​, ຄວາມ​ສາ​ມັກ​ຄີ​ພິ​ເສດ​”, ທັງ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​.

​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປົດ​ປ່ອຍ​ຊາດ​, ພິ​ເສດ​ນັບ​ແຕ່​ສອງ​ປະ​ເທດ ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ ໃນ​ວັນ​ທີ 05/9/1962, ຂະ​ແໜງ​ການ​ຕ່າງ​ປະ​ເທດ ຂອງ​ສອງ​ປະ​ເທດ​ກໍ​ໄດ້​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​, ສະ​ໜັບ​ສະ​ໜູນ ​ແລະ ຊ່ວຍ​ເຫລືອ​ເຊິ່ງ​ກັນ ​ແລະ ກັນ​ຢູ່​ບັນ​ດາ​ເວ​ທີ​​ສາ​ກົນ ​ກໍ​ຄື​ການ​ຂົນ​ຂວາຍ ການ​ສະ​ໜັບ​ສະ​ໜູນ​ຂອງ​ສາ​ກົນ​, ຢືນ​ຢັນ​ຄວາມ​ຊອບ​ທຳ ​ຂອງ​ພາ​ລະ​ກິດ​ການ​ປະ​ຕິ​ວັດ​ ຂອງ​ສອງ​ປະ​ເທດ ຫວຽດ​ນາມ – ລາວ, ລາວ-ຫວຽດນາມ​. ສອງ​ຝ່າຍ​ໄດ້​ຈັດ​ຕັ້ງ​ການ​ເດີນ​ທາງ​ຢ້ຽມ​ຢາມ ​ແລະ ການ​ພົບ​ປະ​ລະ​ຫວ່າງ​ ການ​ນຳ​ຂັ້ນ​ສູງ​ສອງ​ພັກ​, ສອງ​ລັດ​ເປັນ​ປະ​ຈຳ​, ໂດດ​ເດ່ັນ​ແມ່ນ​ການ​ເດີນ​ທາງ ​ໄປ​ຢ້ຽມ​ຢາມ ຮ່າ​ໂນ້ຍ ຂອງ​ປະ​ທານ ​ສຸ​ພາ​ນຸ​ວົງ (10/ 1945), ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ ຫວຽດ​ນາມ ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ໄກສອນ ພົມວິຫານ (1966), ​ແມ່ນ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ ຢ່າງ​ເປັນ​ທາງ​ການ​ຢູ່​ເຂດ​ປົດ​ປ່ອຍ​ຂອງ​ລາວ ຂອງ​ສະ​ຫາຍ​ເລ​ຂາ​ທີ​ໜຶ່ງ​ ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ (11/1973). ພ້ອມ​ກັບ​ບັນ​ດາ​ກຳ​ລັງ​ຕໍ່​ສູ້​ ຢູ່​ບັນ​ດາ​ສະ​ໜາມ​ຮົບ​ອື່ນໆ​, ການ​ຮ່ວມ​ມື​​ ລະ​ຫວ່າງ ຫວຽດ​ນາມ-ລາວ, ລາວ-ຫວຽດນາມ ຢູ່​ສະ​ໜາມ​ຮົບ​ການ​ທູດ ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າ​ໃນ​ການປະຕິວັດພາລະກິດປົດປ່ອຍຊາດ ຫວຽດ​ນາມ-ລາວ, ລາວ-ຫວຽດນາມ ​ໃຫ້​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ສົມ​ບູນ​ໃນ​ປີ 1975.

ພາຍ​ຫລັງ​ໄດ້​ຮັບ​ສັນ​ຕິ​ພາບ​ແລ້ວ​, ສອງ​ປະ​ເທດ​​ຮ່ວມ​ມື​ຮຳ​ບາດ​ແຜ​ສົງ​ຄາມ​, ທັງ​ຄຽງ​ບ່າ​ຄຽງ​ໄຫລ່​ນຳ​ກັນ​ໃນ​ພາ​ລະ​ກິດ​ສ້າງ​ສາ​, ປົກ​ປັກ​ຮັກ​ສາ​, ພັດ​ທະ​ນາ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ສາ​ກົນ​. ວັນ​ທີ 18 ກໍ​ລະ​ກົດ 1977, ຫວຽດ​ນາມ ​ແລະ ລາວ, ລາວ-ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ ມິດ​ຕະ​ພາບ ​ແລະ ການ​ຮ່ວມ​ມື​, ສົນ​ທິ​ສັນ​ຍາ​ວາງ​ກຳ​ນົດ​ຊາຍ​ແດນ​ຫວຽດ​ນາມ-ລາວ ​ແລະ ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ໃນ​ການ​ເດີນ​ທາງ​ ມາ​ຢ້ຽມ​ຢາມ​ລາວ​ຂອງ​ສະ​ຫາຍ​ Le Duan ເລ​ຂາ​ທິ​ການ​ໃຫຍ່​ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ແລະ ສະ​ຫາຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພິມ ວັນ ດົງ (Pham Van Dong). ບັນ​ດາ​ເອ​ກະ​ສານ​ປະ​ຫວັດ​ສາດ​ດັ່ງ​ກ່າວ ​ໄດ້​ຢັ້ງ​ຢືນ​ເຖິງ​ຄວາມ​ຕິດ​ພັນ​ອັນ​ແໜ້ນ​ແຟ້ນ​, ​ຊາ​ຕາ​ກຳ​ຂອງ​ຊາດ​ບໍ່​ພຽງ​ແຕ່ ​ໃນ​ຂະ​ບວນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​, ການທ້ອນ​ໂຮມ​ປະ​ເທດ​ຊາດ ​ເປັນ​ເອ​ກະ​ພາບ​ເທົ່າ​ນັ້ນ​, ແຕ່​ຍັງ​ເປັນ​ພື້ນ​ຖານ​ທາງ​ ດ້ານ​ນິ​ຕິ​ກຳ​ທີ່​ສຳ​ຄັນ​ ເພື່ອ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ປັບ​ປຸງ​, ພັດ​ທະ​ນາ​ສາຍ​ພົວ​ພັນ​, ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​, ເພື່ອ​ເອ​ກະ​ລາດ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ ຂອງ​ແຕ່​ລະ​ປະ​ເທດ​.

ປັດຈຸ​ບັນ​, ຫວຽດ​ນາມ ​ແລະ ລາວ, ລາວ ແລະ ຫວຽດນາມ ພວມ​ກ້າວ​ໄປ​ໃນ​ເສັ້ນ​ທາງ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ຢ່າງ​ໜັກແໜ້ນ​, ພ້ອມ​ກັນ​ນັ້ນ​ກໍໄດ້ມີການ​ເຊື່ອມ​ໂຍງ​ສາ​ກົນ​ຢ່າງ​ກວ້າງຂວາງ​. ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ ​ແລະ ແຜນ​ນະ​ໂຍ​ບາຍ​, ຍຸດ​ທະ​ສາດ​ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​, ລັດ ຫວຽດ​ນາມ ​ແລະ ລາວ ສືບ​ຕໍ່​ສາຍ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ສອງຂະ​ແໜງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ-ລາວ, ລາວ-ຫວຽດນາມ ​ເວົ້າ​ສະ​ເພາະ​. ການ​ພົວ​ພັນ​ດ້ານ​ການ​ເມືອງ​ ລະ​ຫວ່າງ​ສອງ​ພັກ​, ​ສອງ​ລັດ ​ນັບ​ມື້​​ສະ​ໜິດ​ຕິດ​ແໜ້ນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​, ​ເປັນ​ຫລັກ​ແຫລ່ງ​ກຳ​ນົດ​ທິດ​ລວມ​ ໃຫ້​ແກ່​ການ​ຮ່ວມ​ມື​ຮອບ​ດ້ານ ຂອງ​ສອງ​ຝ່າຍ​ໃນ​ທຸກໆ​ຂົງ​ເຂດວຽກງານ​. ການ​ພົບ​ລະ​ຫວ່າງ​ການ​ນຳ​ຂອງ​ພັກ​, ລັດ ​ແລະ ທ້ອງ​ຖິ່ນ​, ການ​​ແລກ​ປ່ຽນ​ຂໍ້​ມູນ​, ​ແລກ​ປ່ຽນ​ປະ​ສົບ​ການ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ​, ອົງ​ການ​ຂອງ​ພັກ​, ຂະ​ແໜງ​ການ​, ທ້ອງ​ຖິ່ນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ​ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ຟົດ​ຟື້ນ ​ແລະ ອຸ​ດົມ​ສົມ​ບູນ​.

ບົນ​ພື້ນ​ຖານ​ສັນ​ຍາ​ການ​ຮ່ວມ​ມື​ລະ​ຫວ່າງ ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄລ​ຍະ 2021-2025, ສອງ​ຝ່າຍ​ສືບ​ຕໍ່​ຮັກ​ສາ ​ແລະ ເຮັດ​ໃຫ້​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ ລະ​ຫວ່າງ​ສອງ​ກະ​ຊວງ ໄດ້ຮັບການເສີມຂະຫຍາຍ​ກວ່າເກົ່າ​ ​ຄື​: ກົນ​ໄກ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ​ຂັ້ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປະ​ຈຳ​ປີ​, ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ-ລາວ ​ແລະ ບັນ​ດາ​ຮູບ​ການ​ຮ່ວມ​ມື​ ລະ​ຫວ່າງ​ບັນ​ດາ​ກົມ​ກອງ​ທີ່​ກ່ຽວ​ຂ້ອງ​ຄື​ກົງ​ສຸນ​, ວຽກ​ງານ​ຊາຍ​ແດນ​,  ກະ​ຊວງ​ການ​ຕ່າງ​ປະ​ເທດ​, ​ແລກ​ປ່ຽນ​ຂໍ້​ມູນ​, ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​, ກໍ່​ສ້າງ​ຂະ​ແໜງ​ການ​, ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ກໍ່​ສ້າງ​, ບຳ​ລຸງ​ສ້າງ​ວິ​ຊາ​ສະ​ເພາະ​, ຖະ​ແຫລງ​ຂ່າວ​, ການ​ຮ່ວມ​ມື​ຫລາຍ​ຝ່າຍ​, ແຜນ​ການ​ເຄື່ອນ​ໄຫວ ວ່​າ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ ດ້ານ​ການ​ທູດ​ເສດ​ຖະ​ກິດ​ໄລ​ຍະ 2020-2025… ບັນ​ດາ​ກົນ​ໄກ​ຮ່ວມ​ມື​ດັ່ງ​ກ່າວ ​ໄດ້​ປະ​ກອບ​ສ່ວນ​ຮັດ​ແໜ້ນ​​ເລິກ​ເຊິ່ງ​​ ດ້ານການ​ພົວ​ພັນ​ຮ່ວມ​ມື ​ລະ​ຫວ່າງ​ຂະ​ແໜງ​ການ​ທູດ ​ຫວຽດ​ນາມ ແລະ ລາວ, ລາວ-ຫວຽດນາມ​.

ບໍ່​ພຽງ​ແຕ່​ມີ​ການ​ຮ່ວມ​ມື​ຮອບ​ດ້ານ ​ແລະ ກວ້າງ​​ຂວາງໃນ​ຂອບ​ເຂດ​ສອງ​ຝ່າຍ​ເທົ່າ​ນັ້ນ​, ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່ ​ແລະ ຄວາມ​ສາ​ມັກ​ຄີ​​ພິ​ເສດ ​ລະ​ຫວ່າງ ຫວຽດ​ນາມ – ລາວ​, ລາວ-ຫວຽດ​ນາມ ກໍ​ຍັງ​ໄດ້​ຮັບ​ການ​ຢືນ​ຢັນ​ຢ່າງ​ເຂັ້ມ​ແຂງ​ແຮງ​ກ້າ​ ໃນ​ລະ​ດັບ​ຫລາຍ​ຝ່າຍ​. ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​, ສົມ​ທົບ​ດ້ານ​ທັດ​ສະ​ນະ​, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ​ແລະ ກັນ ​ແລະ ປະ​ສານ​ຢ່າງ​ແໜ້ນ​ແຟ້ນ​ ຢູ່​ບັນ​ດາ​ເວ​ທີ​​ພາກ​ພື້ນ ​ແລະ ສາ​ກົນ​, ໂດຍ​ສະ​ເພາະ​ແມ່ນ​ສະ​ຫະ​ປະ​ຊາ​ຊາດ ​ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ ຂອງ​ສະ​ຫະ​ປະ​ຊາ​ຊາດ​, ສະ​ຫະ​ສະ​ມາ​ຄົມ ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ (ASEAN) ​ແລະ ກົນ​ໄກ​ຮ່ວມ​ມື​ອະ​ນຸ​ພາກ ​ພື້ນ​ແມ່​ນ້ຳ​ຂອງ (GMS). ພິ​ເສດ​, ສອງ​ຝ່າຍ​ຍາມ​ໃດ ​ກໍ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ ແລະ​ ກັນ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ໃຫຍ່​ຂອງ​ສາ​ກົນ​, ​ໂດຍ​ສະ​ເພາະ​ແມ່ນ​ການ​ປະ​ຕິ​ບັດ​ສຳ​ເລັດ​ຜົນ​ການ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະ​ທານ​ ASEAN/AIPA ​ໃນ​ປີ 2016 ​ແລະ 2024 ຂອງ ສປປ ລາວ​; ທ່ານ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​​ອະ​ນາ​ຄົດ​ອາ​ຊຽນ​ຄັ້ງ​ທຳ​ອິດ​ໃນ​ປີ 2024, ກໍ​ຄື​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີ​ຂຽວ​ ແລະ ​ເປົ້າ​ໝາຍ​ໂລກ​ປີ 2030 (P4G) ຄັ້ງ​ທີ 4 ​(04/2025). ການ​ຮ່ວມ​ມື​ ແລະ ປະ​ສານ​ສົມ​ທົບ​ ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ ຫວຽດ​ນາມ ​ແລະ ລາວ ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ ​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ ຖາ​ນະ​ບົດ​ບາດ​ຂອງ​ລາວ ​ແລະ ຫວຽດ​ນາມ ​ໃນ​ພາກ​ພື້ນ ​ແລະ ສາ​ກົນ​, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ​ແລະ ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ​.

ສາ​ມາດ​ຢືນ​ຢັນ​ໄດ້​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ ຫວຽດ​ນາມ-ລາວ,​ລາວ-ຫວຽດນາມ ​ແມ່ນ​ຫລັກຖານ​ທີ່​ເປັນ​ແບບ​ຢ່າງ ​ໃນ​ການ​ປະ​ສານ​ສົມ​ທົບ​​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະ​ສິດ​ທິ​ຜົນ​. ​ໃນ​ໄລ​ຍະ​ຕໍ່​ສູ້​ກູ້​ຊາດ​, ຂະ​ແໜງ​ການ​ຕ່າງ​ປະ​ເທດ​ຂອງ​ສອງ​ປະ​ເທດ ​ໄດ້​ປະ​ສານ​ສົມ​ທົບ​​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ເຈລະ​ຈາ​, ລະ​ດົມ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ສາ​ກົນ​, ​ແບ່ງ​ປັນ​ຂໍ້​ມູນ​​ເປັນ​ປະ​ຈຳ​, ຊ່ວຍ​ເຫລືອ​ເຊິ່ງ​ກັນ​ແລະ​ກັນ​. ​ໃນ​ເວລາ​ສັນ​ຕິ​ພາບ​, ການ​ທູດ​ຂອງ​ສອງ​ປະ​ເທດ​ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່​, ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ​. ບັນ​ດາ​ກົນ​ໄກ​ຮ່ວມ​ມື​ ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​​ຄື​: ການ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​, ການ​ປະ​ສານ​ງານ​ຢູ່​ບັນ​ດາ​ເວ​ທີ​ ​ແລະ ອົງ​ການ​ຈັດ​ຕັ້ງ​ຫລາຍ​ຝ່າຍ​, ການ​ຮ່ວມ​ມື​ລະ​ຫວ່າງ​ ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຢູ່​ຕ່າງ​ປະ​ເທດ​, ການ​ຮ່ວມ​ມື​ ດ້ານ​ການ​ທູດ​ເສດ​ຖະ​ກິດ​ ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ​ແລະ ​ແທດ​ຈິງ​, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍ​ດ​ຍຸດ​ທະ​ສາດ​ລວມ​ຂອງສອງປະ​ເທດ​.

ແນວໃດກໍດີ,  80 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ ລາວ ແລະ ຫວຽດ​ນາມ ແມ່ນ 80 ປີ​ທີ່​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ ຂອງ​ສອງ​ປະ​ເທດ​ໄດ້​ພ້ອມ​ກັນ​ຮ່ວມ​ເດີນ​ທາງ​ພ້ອມກັບປະເທດ​, ພ້ອມ​ກັນ​ຢືນ​ຢັນ​ຄວາມ​ເກັ່ງ​ກ້າ​ສາ​ມາດ ແລະ ສະ​ຕິ​ປັນ​ຍາ​ຂອງ​ພື້ນ​ຖານ​ການ​ທູດ​ ທີ່​ເອ​ກະ​ລາດ​, ສັນ​ຕິ​ພາບ​, ການ​ຮ່ວມ​ມື ແລະ​ ພັດ​ທະ​ນາ​; ນຳ​ປະ​ເທດ​ເຂົ້າ​ສູ່​ການ​ເຊື່ອມ​ໂຍງ​ສາ​ກົນ​​; ຍົກ​ສູງ​ພາ​ລະ​ບົດ​ບາດ ​ແລະ  ອິດ​ທິ​ພົນ​ຂອງ​ປະ​ເທດ​ ໃນ​ເວ​ທີ​ສາ​ກົນ ​ແລະ ພາກ​ພື້ນ​. ໃນ​ໄລ​ຍະ​ຈະ​ມາ​ເຖິງ​ນີ້​, ເຖິງ​ວ່າ​ສະ​ພາບ​ການ​ສາ​ກົນ ​ສືບ​ຕໍ່​ມີ​ການ​ຫັນ​ປ່ຽນ​ ຢ່າງ​ສັບ​ສົນ​ໄວ​ວາ​ກໍ​ຕາມ​, ແຕ່​ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ສອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ລາວ, ລາວ ແລະ ຫວຽດນາມ ຈະ​ສືບ​ຕໍ່​ຈັບ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ ​ຂອງ​ການ​ຮ່ວມ​ມື​; ສືບ​ຕໍ່​ປັບ​ປຸງ​​ບັນ​ດາ​ກົນ​ໄກ ​ການ​ປະ​ສານ​ງານ​ສອງ​ຝ່າຍ​; ຊຸກ​ຍູ້​ການ​ຮ່ວມ​ມື ​ໃນ​ທຸກ​ຊ່ອງ​ທາງ​ຢ່າງ​ຕັ້ງ​ໜ້າ​; ​ຍູ້ແຮງ​ການ​ສົມ​ທົບ​​ຄຸ້ມ​ຄອງ​ຊາຍ​ແດນ​, ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ ​ແລະ ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ​, ຮັບ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານຕ່າງໆ; ເພີ່ມ​ທະ​ວີ​ການ​ປະ​ສານ​ງານ ​ທາງ​ດ້ານ​ການ​ທູດ​ເສດ​ຖະ​ກິດ​; ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ​ແລະ ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ​, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອ ບ​ດ້ານ​ລະ​ຫວ່າງ ສອງ​ປະ​ເທດ ​ໃຫ້​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​​, ງອກງາມ ​, ໝັ້ນ​ຄົງ​ຂະໜົງ​ແກ່ນ​ຕະ​ຫລອດ​ໄປ​, ​ເພື່ອ​ຜົນ​ປະ​ໂຫຍ​ດ ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​, ມິດ​ຕະ​ພາບ​, ການ​ຮ່ວມ​ມື ​ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ ຢູ່​ພາກ​ພື້ນ ​ແລະ ໃນ​ທົ່ວ​ໂລກ​.

NO COMMENTS

LEAVE A REPLY

Please enter your comment!
Please enter your name here