ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 5 ຕຸລາ ຜ່ານມາ, ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ອອກຖະແຫຼງການວ່າ: OPEC ແລະ ປະເທດຜະລິດນ້ຳມັນເຊື້ອໄຟຕົ້ນຕໍ 8 ປະເທດທີ່ບໍ່ແມ່ນສະມາຊິກ OPEC ໄດ້ຕົກລົງຈະຮັກສາມາດຕະການເພີ່ມການຜະລິດໃນເດືອນພະຈິກໜ້ານີ້ ຊຶ່ງຈະເພີ່ມການຜະລິດນ້ຳມັນດິບມື້ລະ 137.000 ບາເຣວ.
ໃນວັນດຽວກັນ, ຜູ້ແທນຈາກ ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ອາຣັບ ເອມີເຣດ, ກູເວດ, ກາຊັກສະຖານ, ອານເຊລີ ແລະ ໂອມັນ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືສະພາບການໃນປັດຈຸບັນ ແລະ ອະນາຄົດຂອງຕະຫຼາດນ້ຳມັນເຊື້ອໄຟສາກົນ.
ຖະແຫຼງການລະບຸວ່າ: ເນື່ອງຈາກວ່າຄວາມຄາດໝາຍຕໍ່ເສດຖະກິດທົ່ວໂລກໃນປັດຈຸບັນແມ່ນອ່າວໝັ້ນທ່ຽງ, ການສະສົມນ້ຳມັນເຊື້ອໄຟໃນສາງຢູ່ໃນລະດັບຕ່ຳ, 8 ປະເທດດັ່ງກ່າວຈຶ່ງຕົກລົງຈະເພີ່ມປະລິມານການຜະລິດ. ມາດຕະການເພີ່ມການຜະລິດເທື່ອນີ້ເປັນການດັດແປງມາດຕະການຫຼຸດການຜະລິດແບບສະໝັກໃຈທີ່ດຳເນີນກ່ອນໜ້ານີ້. ເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫຼາດນ້ຳມັນເຊື້ອໄຟ, 8 ປະເທດດັ່ງກ່າວຈະປັບປຸງຈັງຫວະເພີ່ມການຜະລິດແບບຄ່ອງແຄ້ວ ໂດຍອີງຕາມສະພາບການຕະຫຼາດ.