Home ຂ່າວກິລາ ແຂ່ງຂັນກັອຟມິດຕະພາບ ຊີງຂັນຮອງປະທານປະເທດ ສະຫລອງວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ

ແຂ່ງຂັນກັອຟມິດຕະພາບ ຊີງຂັນຮອງປະທານປະເທດ ສະຫລອງວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ

0
7

ຫ້ອງວ່າການປົກຄອງແຂວງວຽງຈັນ ຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ພາກສ່ວນກ່ຽວຂ້ອງ ຈັດແຂ່ງຂັນກິລາກັອຟມິດຕະພາບ ຊີງຂັນ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ເພື່ອສ້າງຂະບວນການສະເຫລີມສະຫລອງວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 44 ປີ (13 ສິງຫາ 1981-13 ສິງຫາ 2025) ແລະ ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VII ທີ່ຈະໄຂຂຶ້ນໃນກາງເດືອນຕຸລານີ້.

ການແຂ່ງຂັນກິລາດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 5 ຕຸລາ 2025 ທີ່ສະໜາມກິລາກັອຟ ຊີເກມ ນະຄອນ ຫລວງວຽງຈັນ ໂດຍການເປັນປະທານໃນພິທີເປີດຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ມີ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ພ້ອມດ້ວຍຮອງເຈົ້າແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຜູ້ຕາງໜ້າຈາກບັນດາກະຊວງ, ແຂວງອ້ອມຂ້າງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ຫົວໜ້າ-ຮອງຫົວໜ້າພະແນກການຕ່າງໆພາຍໃນແຂວງ, ຄະນະຮັບຜິດຊອບການແຂ່ງຂັນ ແລະ ບັນດານັກກິລາ ເຂົ້າຮ່ວມ 100 ກວ່າຄົນ.

ການແຂ່ງຂັນກິລາກັອຟໃນຄັ້ງນີ້, ໄດ້ແບ່ງອອກເປັນ 2 ປະເພດ ຄື: ປະເພດອາວຸໂສ-Flight VIP ແລະ ປະເພດສະມັກຫລິ້ນ-ທົ່ວໄປ ໂດຍມີນັກກິລາເຂົ້າຮ່ວມທັງໝົດ 151 ຄົນ ຈັດເປັນ 26 ກ້ວນ. ຜ່ານການແຂ່ງຂັນ ປະເພດອາວຸໂສ-Flight VIP ຊະນະເລີດ ແມ່ນ ທ່ານ ຄໍາລາວັນ ຈັນທະລາວັນ, ອັນດັບທີ 2 ແມ່ນ ທ່ານ ເພັດ ພົມພິພັກ ແລະ ອັນດັບທີ 3 ແມ່ນ ທ່ານ ຄຳຜາ ພິມມະສອນ. ສ່ວນປະເພດມືສະມັກຫລິ້ນ-ທົ່ວໄປ ຊະນະເລີດ ແມ່ນທ່ານ ພັຕ ຈັນທະວົງ ໄຊຍະວົງ, ອັນດັບທີ 2 ແມ່ນທ່ານ ສົມສະແຫວງ ແກ້ວແສງເດືອນ ແລະ ອັນດັບທີ 3 ແມ່ນທ່ານ ອຸດາລອນ.

ຂະນະດຽວກັນນີ້, ຍັງມີລາວັນຕີໃກ້ຂຸມທີ່ສຸດ ປະເພດອາວຸໂສ-Flight VIP ໄດ້ແກ່ ທ່ານ ບຸນເດດ ສຸດທະວີໄຊ (8 ຊັງຕີແມັດ) ແລະ ປະເພດມືສະມັກຫລິ້ນ-ທົ່ວໄປ ໄດ້ແກ່ທ່ານ ວຽງມະນີ ຢົງລໍຢ່າງ (4 ຊັງຕີແມັດ). ສ່ວນລາງວັນຕີໄດ້ໄກທີ່ສຸດ ປະເພດອາວຸໂສ-Flight VIP ໄດ້ແກ່ ທ່ານ ພອນສະໄໝ (240/10) ແລະ ປະເພດມືສະມັກຫລິ້ນ-ທົ່ວໄປ ໄດ້ແກ່ ທ່ານ ກິ ພົມມະນີ (248/21). ໂດຍໃຫ້ກຽດຕາງໜ້າມອບຂັນລາງວັນ ໂດຍ ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານທິດສະດີສູນກາງພັກ.

ໃນໂອກາດດຽວກັນ, ຍັງໄດ້ມີການມອບ-ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VII ຈາກພາກສ່ວນຕ່າງໆ ເປັນຕົ້ນ ນະຄອນຫລວງວຽງຈັນ, ແຂວງໄຊສົມບູນ, ບໍລິສັດ ປັນຍາທິລາດ ແລະ ກຸ່ມບໍລິສັດ ທະວີໂຊກ ພາກສ່ວນລະ 100 ລ້ານກີບ; ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ນໍ້າເພັດ ຈະເລີນຊັບ ພາກສ່ວນລະ 50 ລ້ານກີບ; ກະຊວງປ້ອງກັນປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາກສ່ວນລະ 20 ລ້ານກີບ; ບໍລິສັດ ມາລີນີ 15 ລ້ານກີບ ແລະ ສູນກາງສະຫະພັນກໍາມະບານລາວ 10 ລ້ານກີບ ລວມທັງໝົດ 565 ລ້ານກີບ. ນອກຈາກນີ້, ບໍລິສັດ ທໍ່ນໍ້າລາວ ອຸປະຖໍານໍ້າດື່ມຕຸກນ້ອຍ 100 ແພັກ ຕື່ມອີກ.

ຂ່າວ: ສີສົມໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here