Home ຂ່າວການເມືອງ ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6 ຈັດຂຶ້ນທີ່ນະຄອນຫລວງວຽງຈັນ

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6 ຈັດຂຶ້ນທີ່ນະຄອນຫລວງວຽງຈັນ

0
4

ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບ ມະຫາວິທະຍາໄລ MGIMO ຣັດເຊຍ ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ – ຣັດເຊຍ ຄັ້ງທີ 6 ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 07-08 ຕຸລາ 2025 ຢູ່ ນະຄອນຫຼວງວຽງຈັນ. ໂດຍ ການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະ ເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ເຂົ້າຮ່ວມ.

ກອງປະຊຸມ NARTT ຄັ້ງທີ 6 ຈະປຶກສາຫາລືຕໍ່ກັບບັນດາສິ່ງທ້າທາຍ ແລະ ຖອດຖອນບົດຮຽນ ກ່ຽວກັບແຜນການ, ທິດທາງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືລະຫວ່າງອາຊຽນ-ຣັດເຊຍ ໃນຂົງເຂດການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແນໃສ່ເພີ່ມທະວີການປຶກສາຫາລືທາງການເມືອງ ລະ ຫວ່າງ ອາຊຽນ ແລະ ຣັດເຊຍ ທີ່ສອດຄ່ອງກັບປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (APSC) Blueprint 2025 ເພື່ອສົ່ງເສີມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ສົ່ງເສີມການຮ່ວມມືດ້ານເສດຖະກິດດີຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICTs) ໂດຍເນັ້ນໃສ່ການເສີມສ້າງ ແລະ ຊຸກຍູ້ ພື້ນຖານໂຄງລ່າງດ້ານດີຈິຕອນ ໃຫ້ສອດຄ່ອງກັບປະຊາຄົມເສດຖະກິດອາຊຽນ(AEC) Blueprint 2025. ນອກ ຈາກນັ້ນ, ຍັງຈະມີການແລກປ່ຽນກ່ຽວກັບການຮ່ວມມືດ້ານພະລັງງານ ໂດຍສະເພາະ ການຫັນປ່ຽນໄປສູ່ແຫລ່ງ ພະລັງງານແບບຍືນຍົງ ແລະ ແຫລ່ງພະລັງງານແບບທົດແທນ ເຊິ່ງສອດຄ່ອງກັບ AEC Blueprint 2025. ສ່ວນດ້ານວັດທະນະທໍາສັງຄົມ ກໍຈະໄດ້ມີການແລກປ່ຽນບົດຮຽນໃນການຊຸກຍູ້ການເຊື່ອມຕໍ່ປະຊາຄົມວັດທະນະທຳສັງຄົມອາຊຽນ (ASCC) Blueprint 2025.

ໃນພິທີກອງປະຊຸມ, ທ່ານປະທານໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງ NARTT ຮັດແໜ້ນ ການຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ສິດໃນການລະດົມແນວຄວາມຄິດ ເພື່ອສົ່ງເສີມການຮ່ວມມື ແລະ ຊອກຫາວິທີໃນການແກ້ໄຂບັນຫາຕ່າງໆ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະ ກອບສ່ວນທີ່ສຳຄັນຂອງເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ໃນການຮ່າງຂໍ້ສະເໜີແນະທີ່ເປັນປະໂຫຍດໃຫ້ແກ່ ລັດ ຖະບານອາຊຽນ ແລະ ຣັດເຊຍ ໃນການສົ່ງເສີມການຮ່ວມມືທັງສອງຝ່າຍໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກ ອອກຜົນຫລາຍກວ່າເກົ່າ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນາງ ວິທະຍາ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ຊຶ່ງເປັນຜູ້ນຳພາກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກຂອງ NARTT ທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ເອົາໃຈໃສ່ຮ່ວມກັນໃນການຈັດຕັ້ງປະຕິບັດແຜນວຽກ ໃຫ້ບັນລຸໄດ້ຕະຫລອດໄລຍະການເປັນປະ ທານກອງປະຊຸມຂອງ ສປປ ລາວ ໃນທ່າມກາງສະພາບພູມສາດການເມືອງໃນພາກພື້ນ ແລະ ສາກົນກຳລັງຜະເຊີນ ກັບການຜັນແປ ແລະ ຄວາມສະຫລັບຊັບຊ້ອນທີ່ຄາດຄະເນໄດ້ຍາກໃນອະນາຄົດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here