Tuesday, October 7, 2025
Homeຂ່າວຕ່າງປະເທດທ່ານ ນາງ ຕະກະອິຈິ ຊະນະເອະ ໄດ້ຮັບເລືອກຕັ້ງ ເປັນປະທານ ພັກເຈມິນ ຂອງຍີ່ປຸ່ນ

ທ່ານ ນາງ ຕະກະອິຈິ ຊະນະເອະ ໄດ້ຮັບເລືອກຕັ້ງ ເປັນປະທານ ພັກເຈມິນ ຂອງຍີ່ປຸ່ນ

ວິທະຍຸ-ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ພັກ​ເຈ​ມິນ​ ທີ່​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ຍີ່​ປຸ່ນ ​ໄດ້​ຈັດ​ການ​ນັບ​ບັດ​ເລືອກ​ຕັ້ງ​ ປະ​ທານ​ພັກ​ຕົນ. ໃນ​ການ​ປ່ອນ​ບັດຮອບ​ທີ 2, ທ່ານ​ ນາງ​ ຕະ​ກະ​ອິ​ຈິ ຊະ​ນະ​ເອະ ອະ​ດີດ​ລັດ​ຖະ​ມົນ​ຕີກະ​ຊວງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ ໄດ້​ຮັບ​ບັດສ່ວນຫລາຍ ແລະ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ພັກເຈ​ມິນ ຊຸດທີ 29, ມີຄວາມ ອາດເປັນໄປໄດ້ຢ່າງ​ສູງທີ່​ຈະ​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ​ຄົນ​ໃໝ່. ກ່ຽວ​ກັບຜົນ​ການ​ເລືອກ​ຕັ້ງ​ປະ​ທານ​ພັກ​ເຈ​ມິນ ​ຂອງ​ຍີ່​ປຸ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຕ່າງ​ປະ​ເທດ​ວ່າ: ຈີນ​ໄດ້​ໃສ່ໃຈ​ຕໍ່​ຜົນ​ການ​ເລືອກ​ຕັ້​ງ​ທີ່​ກ່ຽວ​ຂ້ອງ, ນີ້​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຍີ່​ປຸ່ນ. ຫວັງ​ວ່າຍີ່​ປຸ່ນ​ ຈະ​ສາ​ມາດ​ປະ​ຕິ​ບັດ​ຕາມຫລັກ​ການ ແລະ ຄວາມ​ເຫັນທີ່​ເປັນ​ເອ​ກະ​ພາບ​ກັນ​ທຸກ​ປະ​ການ​ໃນ​ເອ​ກະ​ສານການ​ເມືອງ 4 ສະ​ບັບ​ລະ​ຫວ່າງ ສປ ​ຈີນ-ຍີ່​ປຸ່ນ, ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາດ້ານ​ການ​ເມືອງ​ ຂອງຕົນກ່ຽວ​ກັບ​ບັນ​ຫາ​ປະ​ຫວັດ​ສາດ, ບັນ​ຫາ​ໄຕ້​ຫວັນ ແລະ ບັນ​ຫາ​ສຳ​ຄັນ​ອື່ນໆ, ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່​ ສປ ຈີນ ທີ່ສ້າງສັນ ແລະ ມີເຫດຜົນ ພ້ອມ​ທັງ​ຊຸກ​ຍູ້ໃຫ້​ການ​ພົວ​ພັນ​ຍຸດ​ທະ​ສາດ​ ແລະ​ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ ລະ​ຫວ່າງ​ ສປ ຈີນ-ຍີ່​ປຸ່ນ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຢ່າງ​ແທ້ຈິງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments