Monday, October 6, 2025
Homeຂ່າວໜ້າໜຶ່ງຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ຊູເດສ ມາເນຍ ທີ່ໄດ້ມາປະຕິບັດໜ້າທີ່ການທູດຈົນສໍາເລັດ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານທູດໄລຍະຜ່ານມາ, ທ່ານແມ່ນນັກການທູດຜູ້ທີ່ມີຄວາມຫ້າວຫັນ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບໃນການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ສິງກະໂປ, ສິງກະໂປ-ລາວ ກໍຄື ປະຊາຊົນ ສອງຊາດ ລາວ-ສິງກະໂປ ຍາມໃດກໍໃຫ້ການອຸ້ມຊູ-ຊ່ວຍເຫຼືອລັດຖະບານລາວ ກໍຄື ປະຊາຊົນລາວ ສະເໝີມາ ໂດຍສະເພາະແມ່ນດ້ານການເມືອງ, ດ້ານການຄ້າ ແລະ ການລົງທຶນ, ດ້ານວັດທະນະທໍາ-ສັງຄົມ, ດ້ານວຽກງານ ປກຊ-ປກສ, ດ້ານການສຶກສາ ແລະ ດ້ານການພັດທະນາຊັບພະຍາກອນມະນຸດ, ດ້ານການທ່ອງທ່ຽວ ແລະ ໃນໄລຍະທ່ານທູດປະຕິບັດໜ້າທີ່ຢູ່ ສປປ ລາວ ສະແດງອອກ ຄື: ການຊ່ວຍເຫຼືອ ສປປ ລາວ ເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ໃນປີ 2024, ສິງກະໂປ ໄດ້ໃຫ້ການຊ່ວຍເຫຼືອ ເຄື່ອງແປພາສາ ພ້ອມດ້ວຍລະບົບແປ, ໄມ ແລະ ຫູຟັງ ສໍາລັບກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ໃນເດືອນກໍລະກົດ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງ ທີ 44 ແລະ 45 ໃນເດືອນຕຸລາ 2024 ຊຶ່ງລວມມູນຄ່າປະມານ 550.000 ໂດລາ, ການຊ່ວຍເຫຼືອ ສປປ ລາວ ໄລຍະໄພພິບັດນໍ້າຖ້ວມໃນເດືອນກັນຍາ 2024 ຈາກຜົນກະທົບຂອງ ພາຍຸ Yagi ລັດຖະບານສິງກະໂປ ໄດ້ໃຫ້ການຊ່ວຍເຫຼືອເຄື່ອງບັນເທົ່າທຸກໄພພິບັດນໍ້າຖ້ວມ ໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນການບັນເທົາທຸກຢູ່ ບັນດາແຂວງຕ່າງໆທີ່ໄດ້ຮັບຜົນກະທົບຈາກ ໄພພິບັດນໍ້າຖ້ວມ ໃນຄັ້ງນີ້ ຊຶ່ງເຄື່ອງດັ່ງກ່າວປະກອບມີ ຜ້າຄຸມ 180 ຜືນ, ອາຫານສຳເລັດຮູບ 600 ກ່ອງ ແລະ ນ້ຳດື່ມແຮ່ທາດ 480 ແພັກ ລວມເປັນມູນຄ່າທັງໝົດ 7877 ໂດລາ ແລະ ວຽກງານອື່ນໆ.

ຈາກນັ້ນ, ທ່ານ ຊູເດສ ມາເນຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ຄວາມຮ່ວມມື, ຊ່ວຍເຫຼືອໃນການມາປະຕິບັດໜ້າທີ່ການເປັນທູດຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໂອກາດດຽວກັນ, ທ່ານ ນາງປານີ ຢາທໍ່ຕູ້ ໄດ້ອວຍໄຊໃຫ້ພອນອັນປະເສີດ ແດ່ ທ່ານ ຊູເດສ ມາເນຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ, ຂໍໃຫ້ທ່ານເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ໂຊກດີ.

ໃນວັນດຽວກັນ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທ່ານ ທູດສິງກະໂປເຊັ່ນກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments